ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ວິທີເຮັດອ່ອມຊີ້ນ
ຈຳນວນຜູ້ອ່ານ: 81
ອະນຸມັດວັນທີ: 02/03/2018

ສ່ວນປະກອບ

  • ຊີ້ນຕິດເອັນ ຫຼື ເອັນຂານ່ອງໂດຍຊອຍເປັນຕ່ອນພໍດີຄຳ (200 ກຣາມ) 1 ຖ້ວຍ
  • ເຄື່ອງໃນງົວຊອຍເປັນຕ່ອນພໍດີຄຳ (100 ກຣາມ) ເຄິ່ງຖ້ວຍ
  • ຂ່າອ່ອນຊອຍບາງໆໃຫ້ໄດ້ 7 ປ່ຽງ
  • ຫົວສີໄຄຕັດເປັນຕ່ອນ 1 ຕົ້ນ
  • ໃບຂີ້ຫູດ 5 ໃບ
  • ຮາກຫອມປ້ອມ 3 ຮາກ
  • ຫອມເປຊອຍໃຫ້ໄດ້ 2 ບ່ວງ
  • ຫອມປ້ອມຊອຍໃຫ້ໄດ້ 1 ບ່ວງ
  • ຫອມບົ່ວຊອຍໃຫ້ໄດ້ 1 ບ່ວງ
  • ນ້ຳມັນພືດ 1 ບ່ວງ
  • ນ້ຳດື່ມ 2 ຖ້ວຍ
  • ຄະນໍຊຸບກ້ອນໝູ 1 ກ້ອນ
  • ນ້ຳແກງຕຳໃສ່ໝາກເພັດທີ່ຈະເຮັດແກງ
  • ໝາກເຜັດແຫ້ງ 7 ໜ່ວຍ
  • ໝາກເພັດຂີ້ໜູ 4 ໜ່ວຍ
  • ຫົວຜັກບົ່ວ 3 ຫົວ
  • ກະທຽມ 20 ງີມ
  • ຫົວສີໄຄ 1 ບ່ວງ
  • ຫົວຂ່າແກ່ຊອຍໃຫ້ໄດ້ 1 ບ່ວງ
  • ເກືອ 1 ບ່ວງຊາ
  • ກະປິເຄິ່ງບ່ວງ

ວິທີເຮັດ

  1. ຕຳໝາກເຜັດແຫ້ງໃສ່ເກືອໃຫ້ລະອຽດແລ້ວໃສ່ກະທຽມ, ຫົວຜັກບົ່ວ, ຂ່າ, ຫົວສີໄຄ ແລະ ກະປິລົງໄປ ຫຼັງຈາກນັ້ນຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ.
  2. ນຳເອົາຊີ້ນ ແລະ ເຄື່ອງໃນໄປຕົ້ມຈົນເປື່ອຍ
  3. ໃສ່ນ້ຳມັນລົງໄປໃນໝໍ້ໜ້ອຍໜຶ່ງແລ້ວນຳເອົາສ່ວນປະສົມທີ່ຕຳໄວ້ນັ້ນລົງໄປຂົ້ວໃສ່ຈົນມີກິ່ນຫອມແລ້ວນຳເອົາຊີ້ນລົງໄປຂົ້ວໃສ່, ເມື່ອເຂົ້າກັນແລ້ວກໍນຳເອົານ້ຳທີ່ຕົ້ມຊີ້ນນັ້ນລົງໃສ່.
  4. ໃສ່ຂ່າ, ຫົວສີໄຄ ແລະ ຄະນໍຊຸບກ້ອນລົງໄປຄົນໃຫ້ລະລາຍ ແລະ ຕົ້ມຊີ້ນຕໍ່ໄປອີກເພື່ອໃຫ້ນ້ຳ ແກງຊຶມເຂົ້າຊີ້ນ.
  5. ໃສ່ໃບຂີ້ຫູດລົງໄປແລ້ວປິດໄຟຕັກໃສ່ຖ້ວຍແລ້ວໂຮຍໜ້າດ້ວຍຫອມປ້ອມ, ຫອມເປ ແລະ ຜັກບົ່ວທີ່ຊອຍໄວ້ນັ້ນລົງໃສ່ຫຼັງຈາກນັ້ນຕັກກິນໄດ້ເລີຍ.