ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຸນປະໂຫຍດຂອງຫົວກະລ່ຳສີມ່ວງ
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 20/02/2018

          ມີ​ຜົນ​ວິ​ໄຈ​ຊິ້ນ​ໃໝ່​ພິ​ເສດ​ຈາກ US Department of Agriculture ​ແຫ່ງ Agricultural Research service (ARS) ຂອງ​ສະຫະລັດ​ອາ​ເມ​ລິ​ກາ ​ເຊິ່ງຕີ​ພິມ​ໃນ​ວາລະສານ Journal of Agricultural and food chem istry ລາຍ​ງານ​ວ່າ ຫົວ​ກະ​ລ່ຳ​ປີ​ສີມ່ວງ​ມີ​ສານ​ເອັນ​ໂທ​ໄຊ​ຍາ​ນິນ​ເຖິງ 36 ຊະນິດ​ຍ່ອຍໆ ​ແລະ ສານ​ເຫຼົ່າ​ນັ້ນ​ມີ​ຜົນ​ຕໍ່​ການ​ປ້ອງ​ກັນ​ການ​ເກີດ​ຂອງ​ພະຍາດ​ມະ​ເຮັງ​ໄດ້.

          ສານ​ເອັນ​ໂທ​ໄຊ​ຍາ​ນິນ​ເປັນສານ​ໃນ​ທຳ​ມະ​ຊາດ​ທີ່​ເຮັດ​ໃຫ້​ຜັກ ​ແລະ ໝາກ​ໄມ້​ມີ​ສີ​ແດງ, ສີ​ນ້ຳ​ເງິນ​ເຂັ້ມ ​ແລະ ສີມ່ວງ ການ​ສຶກສາ​ພົບ​ວ່າ ສານ​ເອັນ​ໂທ​ໄຊ​ຍາ​ນິນ ບໍ່​ພຽງ​ແຕ່​ສາມາດ​ປ້ອງ​ກັນ​ພະຍາດ​ມະ​ເຮັງ​ໄດ້​ເທົ່າ​ນັ້ນ​ແຕ່​ຍັງ​ຊ່ວຍ​ບຳລຸງ​ຫົວ​ໃຈ ​ແລະ ສະໝອງ​ໄດ້​ອີກ​ດ້ວຍ ການ​ວິ​ໄຈ​ອີກ​ອັນໜຶ່ງ​ໃນ​ສູນ​ທົດ​ລອງ​ຂອງ ARS ຄົ້ນ​ພົບ​ວ່າ ສານ​ເຄມີ​ບາງ​ຊະນິດ​ໃນ​ເອັນ​ໂທ​ໄຊ​ຍາ​ນິນ​ມີ​ຄຸນສົມບັດ​ໃນ​ການ​ຕ້ານ​ອະນຸ​ມູນ​ອິດສະຫຼະ​ໄດ້​ຫຼາຍ​ກວ່າ​ວິຕາມິນ​ຊີ​ເຖິງ 2​ເທົ່າ.

          ​ໃນ​ການ​ວິ​ໄຈ​ຄັ້ງ​ຫຼ້າ​ສຸດ​ອາສາ​ສະໝັກ 12 ຄົນ​ໄດ້​ທົດ​ລອງ​ການ​ກິນ​ອາຫານ​ທີ່​ມີ​ກະ​ລ່ຳ​ສີມ່ວງ​ເຮັດ​ສຸກ ຄາບ​ລະ 2/3 ຖ້ວຍ 1 ຖ້ວຍ 1/3 ຖ້ວຍ ​ແລະ 2 ຖ້ວຍ ​ໂດຍ​ອາສາ​ສະໝັກ​ດັ່ງກ່າວ​ຈະ​ກິນ​ວັນ​ລະ 2 ຄາບ ​ເປັນ​ເວລາ 3 ວັນ.

          ນັກວິ​ໄຈ​ພົບ​ວ່າ​ກຸ່ມ​ອາສາ​ສະໝັກ​ທີ່​ກິນ​ກະ​ລ່ຳ​ສີມ່ວງ​ໃນ​ປະລິມານ​ຫຼາຍ​ທີ່​ສຸດ​ຄື​ກຸ່ມ​ທີ່​ຮ່າງກາຍ​ດູດ​ຊຶມ​ສານ​ເອັນ​ໂທ​ໄຊ​ຍາ​ນິນ​ຫຼາຍ​ທີ່​ສຸດ ພວກ​ເຂົາ​ຍັງ​ຄົ້ນ​ພົບ​ສານ​ເຄມີ​ໃນ​ເອັນ​ໂທ​ໄຊ​ຍາ​ນິນ​ເພີ່ມ​ອີກ​ເປັນ 36 ຊະນິດ ຫຼາຍ​ກວ່າ​ທີ່​ຮູ້ຈັກ​ກັນ​ຢູ່​ເດີມ​ເຖິງ 8 ຊະນິດ.

          ຮ່າງກາຍ​ຂອງ​ຄົນ​ເຮົາ​ດູດ​ຊິ​ມສານ​ເອັນ​ໂທ​ໄຊ​ຍາ​ນິນ​ໃນ​ອັດຕາ​ທີ່​ແຕກ​ຕ່າງ​ກັນ ​ໂດຍ​ຂຶ້ນ​ຢູ່​ກັບ​ວ່າ​ມັນ​ເປັນ acylated ຫຼື non-acylatedກະ​ລ່ຳ​ສີມ່ວງ​ນັ້ນ​ປະກອບ​ດ້ວຍ​ສານ​ເອັນ​ໂທ​ໄຊ​ຍາ​ນິນ​ຊະນິດ acylated ປະມານ 80 ​ເປີ​ເຊັນ​ ​ເປັນ​ສ່ວນ​ທີ່​ດູດ​ຊຶມ​ເຂົ້າ​ສູ່​ຮ່າງກາຍ​ໄດ້​ງ່າຍ.

          ງານ​ວິ​ໄຈ​ອີກ​ຊິ້ນ​ໜຶ່ງ​ຂອງ​ນັກວິ​ໄຈ​ຊາວ​ຍີ່ປຸ່ນ​ລະບຸ​ວ່າ ສານ​ເອັນ​ໂທ​ໄຊ​ຍາ​ນິນ ​ເຂົ້າ​ໄປ​ຮັບ​ໜ້າ​ທີ່​ທຳ​ງານ​ຂອງ​ແຊນ​ໄຂມັນ ​ແລະ ອາດ​ຈະ​ຊ່ວຍ​ປິ່ນປົວ​ອາການ​ຜິດ​ປົກກະຕິ​ກ່ຽວ​ກັບ​ການ​ເຜົາ​ຜານ​ອາຫານ (Metabolic Syndrome) ຄື​ກຸ່ມ​ທີ່​ຜິດ​ປົກກະຕິ​ທີ່​ເປັນ​ປັດ​ໄຈ​ສ່ຽງ​ຕໍ່​ການ​ເກີດ​ພະຍາດຫົວ​ໃຈ ​ແລະ ຫຼອດ​ເລືອດ​ຕະຫຼອດ​ເຖິງ​ພະຍາດ​ເບົາຫວານ​ຊະນິດ​ທີ 2 ຄວາມ​ຜິດ​ປົກກະຕິ​ດັ່ງກ່າວ​ໄດ້​ແກ່​ຄວາມ​ຜິດ​ປົກກະຕິ​ຂອງ​ໄຂມັນ​ໃນ​ເລືອດ, ຄວາມດັນ​ເລືອດ ​ແລະ ລະດັບ​ນ້ຳຕານ.

( ຄັດ​ຈາກ​ໜັງສືພິມ​ວຽງ​ຈັນ​ໃໝ່ )