ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສາລະພັດຄວາມຮູ້…!!! ” ຜັກກ້ານຈອງ ” ເປັນຜັກສົດນອກຈາກກິນກັບແຈ່ວ, ລາບ ແລະ ອື້ນໆແລ້ວ ຍັງມີສັບພະຄຸນທາງຢາຈົນທ່ານຄາດບໍ່ເຖິງ
ຈຳນວນຜູ້ອ່ານ: 68
ອະນຸມັດວັນທີ: 27/02/2019

      ຜັກ​ກ້ານ​ຈອງ​ ແລະ​ ຍັງມີ​ຊື່​ເອີ້ນ​ໃນ​ແຕ່​ລະ​ທ້ອງ​ຖິ່ນ​ອີກ​ຫຼວງຫຼາຍ ສ່ວນ​ຫຼາຍ​ເຮົາ​ຈະ​ມັກ​ພົບ​ຜັກ​ພາຍ​ໄດ້​ຕາມ​ບໍລິເວນ​ທີ່​ມີ​ນ້ຳ​ຂັງ​ທົ່ວ​ໄປ​ ເຊັ່ນ:​ ໜອງ,​ ຄອງ,​ ບຶງ​ ຫຼື ​ຕາມ​ທົ່ງ​ນາ​ ຊຶ່ງ​ຄົນ​ສ່ວນ​ຫຼາຍ​ຄິດວ່າ​ຜັກ​ພາຍ​ ເປັນ​​ພືດ​ນ້ຳ​ທີ່​ບໍ່​ມີປະ​ໂຫຍດ​ ຕາມ​ຊົນນະບົດ​ມັກ​ຈະ​ກຳຈັດ​ຖິ້ມ​ ຫຼື​ ປ່ອຍ​ໃຫ້​ສູນ​ພັນ​ ຮູ້​ບໍ່​ວ່າ​ ຜັກ​ພາຍ​ເປັນ​ຜັກ​ພື້ນ​ບ້ານ​ທີ່​ເຕັມ​ດ້ວຍ​ຄຸນປະໂຫຍດ​ ສະ​ນັ້ນ​ ມື້​ນີ້ຈຶ່ງ​ຈະ​ພາ​ທຸກ​ຄົນ​ມາ​ຮູ້​ຈັກ​ຜັກ​ພາຍ ​ແລະ ​ຈະ​ພາ​ທຸກ​ຄົນ​ໄປ​ເບິ່ງສັບພະຄຸນຂອງ​ຜັກ​ພາຍ

ມາ​ຮູ້​ຈັກ​ຜັກກ້ານຈອງ ຫຼື ຜັກ​ພາຍ​

ຜັກ​ພາຍ​, ກ້ານ​ຈອງ​​

ຊື່​ວິທະຍາ​ສາດ​ : Limnocharisflava Buch.

ຊື່​ວົງ​ : Limnocharitaceae

ຊື່​ອື່ນ​ໆ​ : ຜັກ​ຄັນ​ຈອງ​ (ຕາເວັນ​ອອກ​ສຽງ​ເໜືອ​) ຄັນ​ຊ້ອນ​, ນາງ​ກວັກ,​ ບົວ​ຄ້ວກ,​ ບົວ​ຟູ​

ລັກສະນະ​ທາງ​ພຶກ​ສາ​ສາດ​

      ຜັກ​ພາຍ​ເປັນ​ໄມ້​ນ້ຳ​ ພົບ​ບໍລິເວນ​ນາ​​ ແລະ ​ບໍລິເວນ​ທີ່​ມີ​ນ້ຳ​ຂັງ​ ເຊັ່ນ:​ ໜອງ​ນ້ຳ,​ ສ​ະ,​ ຄູ,​ ຫ້ວຍ​, ຜັກ​ພາຍ​ ເປັນ​ໄມ້​ລົ້ມ​ລຸກ​ ອາ​ຍຸຫຼາຍ​ປີ​ ລໍາ​ຕົ້ນ​ເປັນ​ເຫງົ້າ​ຝັງ​ຈົມ​ຢູ່ໃນຂີ້ຕົ້ມໃຫຍ່ເປັນ​ຕົ້ນ​ ໃບ​ຂຶ້ນ​ເໜືອ​ຜິວ​ນໍ້າ​ ຈໍານວນ​ຫຼາຍ​ໃບ​ເປັນ​ໃບ​ດຽວ​, ຮູບ​ຮ່າງ​ມົນ ຍາວ​15-18 ຊມ.​ກວ້າງ​12 ຊມ.​ມີ​ກ້ານ​ ໃບ​ງອກ​ຢື່ນ​ຢູ່​ເໜືອ​ຜິວ​ນໍ້າ,​ ກ້ານ​ໃບ​ຍາວ​ປະ​ມານ​ 30 ຊມ.​ ກ້ານ​ໃບ​ສີ​ຂຽວ​ອ່ອນ​ ເປັນ​ຫຼ່ຽມ​ອວບ​ນ້ຳ​ພອງ​ລົມ​ (ຄ້າຍ​ກ້ານ​ໃບ​ຜັກ​ຕົບ​) ເມື່ອ​ຫັກ​ກ້ານ​ໃບ​ຈະ​ພົບ​ມີ​ຢາງ​ ສີ​ຂາວ​ຊຶມ​ອອກ​ມາ​ແຜ່ນ​ໃບ​ໃຫຍ່ ​ແລະ ​ແຜ່​ຄ້າຍ​ໃບ​ຕານ​ແກ່,​ ດອກ​ເປັນ​ດອກ​ຊໍ່​ແບບ​ຄັນຮົ່ມ​ ມີດ​ອກ​ຍ່ອຍ​ 7-10 ດອກ​ ກີບ​ດອກ​ສີ​ເຫຼືອງ​ຫຼຸດຫຼົ່ນ​ງ່າຍ​ ມີ​ເສັ້ນ​ຜ່າ​ສູນ​ກາງ​ ຂອງ​ດອກ​ຫຍໍ້​ ປະ​ມານ​ 1.5 ຊມ​

ຂະຫຍາຍ​ພັນ​ : ຫົວ​, ເຫງົ້າ​, ໜໍ່​ ຫຼື ​ໃຊ້​ເມັດ​ ແລະ ​ຕົ້ນ​ອ່ອນ​ທີ່​ເກີດ​ຈາກ​ຊໍ່ດ​ອກ​

      ຄຸນຄ່າ​ທາງ​ອາຫານ​ ຜັກ​ພາຍ​ 100 ກຣາມ​ ໃຫ້​ພະລັງ​ງານ​ຕໍ່​ຮ່າງກາຍ​ 14 ກິ​ໂລ​ແຄລໍລີ ປະກອບ​ດ້ວຍ​ເສັ້ນ​ໃຍ 18 ກຣາມ,​ ແຄລ​ຊຽມ​ 7 ມິນ​ລິກ​ຣາມ,​ ຟອດ​ຟໍ​ຮັສ 2 ມິນ​ລິກຣາມ, ເຫຼັກ​ 0.5 ມິນ​ລິກ​ຣາມ, ເບ​ຕ້າ​ແຄ​ໂລ​ທີນ ​501 ໄມ​ໂຄຣກ​ຣາມ,​ ວິ​ຕາ​ມິນ​ບີ​1 0.03 ມິນ​ລິກຣາມ​ ວິ​ຕາ​ມິນ​ບີ​2 0.08 ມິນ​ລິກຣາມ​, ໄນ​ອະ​ຊີນ​1.2 ມິນ​ລິກ​ຣາມ, ວິ​ຕາ​ມິນ​ຊີ​ 13 ມິນ​ລິກຣາມ.​

      ປະໂຫຍດ​ທາງ​ຢາ​ ຜັກ​ພາຍ​ຊ່ວຍ​ຈະເລີນ​ອາຫານກິນເຂົ້າແຊບ ​ແລະ ​ມີສັບພະຄຸນ​ປ້ອງ​ກັນ​ໄຂ້​ຫົວ​ລົມ​, ຕົ້ນ​ອ່ອນ​ກ້ານ​ໃບ​ອ່ອນ​ ແລະ ​ດອກ​ອ່ອນ​ຂອງ​ຜັກ​ພາຍ​ ນິຍົມ​ນຳ​ມາ​ສາມາດ​ຮັບປະທານ​ດິບ​ ກັບ​ອາຫານ​ພວກ​​ຕຳໝາກຫຸ່ງ,​ ລາບ​ກ້ອຍ,​ ນໍາຜັກ​ພາຍ​ມາລວກ​ໃຫ້​ສຸກກິນ​ຄູ່​ກັບ​ນ້ຳ​ແຈ່ວ

ສັບ​ພະຄຸນ​ ຕໍາ​ລາ​ບູຮານ

ໃບ​ : ຊ່ວຍ​ຈະເລີນ​ອາຫານກິນເຂົ້າແຊບ ແລະ ​ປ້ອງ​ກັນ​ໄຂ້​ຫົວ​ລົມ​

ໃບ​ອ່ອນ,​ ກ້ານ​ໃບ​ອ່ອນ​, ຊໍ່ດ​ອກ​: ເປັນ​ຜັກ​ສົດ​ ຈໍ້າກັບ​ນ້ຳ​ພິກ,​ ລາບ​

ທັງ​ຕົ້ນ​ : ເປັນ​ອາຫານ​ສັດ​ ແລະ ​ເຮັດ​ປຸຍ​

ວິທີ​ໃຊ້​ໃນ​ການ​ປະກອບ​ອາຫານ​ :

      ຜັກ​ພາຍ​ເປັນ​ພືດ​ລົ້ມ​ລຸກ​ປະ​ເພດ​ໄມ້​ນ້ຳ​ ສາມາດ​ນຳ​ມາ​ກິນ​ໄດ້​ ທັງ​ຕົ້ນ​ອ່ອນ​ ກ້ານ​ໃບ​ ແລະ ​ດອກ​ ນອກ​ຈາກ​ຈະໃຫ້ລົດ​ຊາດ​ ຫວານ​ມັນ​ແຊບແລ້ວ​ ກິນ​ເປັນ​ຜັກ​ສົດ​ແກ້ມ​ກັບລາບ​ກ້ອຍ​ຈ້ຳແຈ່ວ ແລະ ​ຍັງ​ເຮັດ​ເປັນ​ຜັກ​ສຸກ​ໂດຍ​ການ​ລວກ​ເປັນ​ຜັກຈໍ້າກັບ​ນ້ຳ​ພິກ​ ຄົນຊົນນະບົດ​ນຳ​ຜັກ​ພາຍ​ມາປຸງ​ເປັນ​ກ້ອຍ​ຜັກ​ພາຍ​ ເຮັດໃຫ້​ລົດ​ຊາດ​ຂອງ​ຜັກ​ພາຍ​ແຊບ​ຫຼາຍ​ຂຶ້ນ​

      ຈະ​ເຫັນ​ໄດ້​ວ່າ​ ຜັກ​ພາຍ​ ມີປະໂຫຍດ​ຕໍ່​ຮ່າງກາຍ​ ເນື່ອງ​ຈາກ​ມີ​ທັງ​ເສັ້ນ​ໃຍ​ທີ່​ຊ່ວຍ​ໃນ​ການ​ຂັບ​ຖ່າຍ​ ແລະ​ ຍັງມີ​ສານ​ອາຫານ​ຢ່າງ​ແຄລ​ຊຽມ,​ ຟອດ​ຟໍ​ຮັສ​ ແລະ​ ທາດ​ເຫຼັກ​ ທີ່​ຊ່ວຍ​ບຳ​ລຸງ​ຮ່າງກາຍ​ໃຫ້​ແຂງ​ແຮງ​ ອີກ​ດ້ວຍ.

ທີ່ມາ:http://www.kidork.com