ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ມາຮູ້ວິທີເຮັດຍຳສະລັດອາຫານທີມີສານອາຫານສູງ ຜິວພັນກໍ່ດີນຳອີີກ
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 31/10/2018

       ຍຳສະລັດໃຜໆກໍ່ເຮັດໄດ້ ເຮັດກໍ່ງ່າຍທັງດີຕໍ່ສຸຂະພາບຂອງທຸກຄົນນຳອີກ. ການກຽມເຮັດກໍ່ພຽງແຕ່ ຊອກຊື້ຜັກສະລັດສົດໆ, ຫມາກແຕງ, ຫມາກເລັ່ນ, ຫອມບົ່ວໃຫຍ່, ຫອມປ້ອມ, ຜັກເຊນາລີ້, ກະລົດ, ໄຂ່, ກະທຽມ, ຫມາກເຜັດ, ຫມາກນາວ, ມາຍອງເນດສຳຫລັບໃສ່ຍຳສະລັດ, ຊີ້ນຫມູ ຫລື ເນື້ອຕ່າງໆທີ່ຕ້ອງການໃສ່ເຂົ້ານຳ 

       ຫຼັງຈາກກຽມຜັກ ແລະ ເຄື່ອງສຳຫລັບເຮັດນ້ຳຍຳສະລັດແລ້ວ ກໍ່ນຳເອົາຜັກມາລ້າງໃຫ້ສະອາດ ແນະນຳໃຫ້ລ້າງຫລາຍນໍ້າ ຜັກສະລັດສາມາດຊອຍຕາມຄໍາທີ່ຢາກກິນ, ສ່ວນຫມາກແຕງ, ຫອມບົວໃຫຍ່, ຫມາກເລັ່ນ ກະລົດ ແນະນຳໃຫ້ຊອຍບາງໆ

       ມາຮູ້ວິທີເຮັດນໍ້າຍຳເລີຍ ງ່າຍໆ ກຽມຄົກກັບສາກໄວ້ ຫລື ຖ້າໃຜມັກໃຊ້ເຄື່ອງປັ່ນກໍ່ໄດ້ເຊັ່ນກັນ : ໃສ່ຫມາກເຜັດຕາມໃຈຄົນທີ່ມັກເລີຍ ກະທຽມ ນ້ຳຕານຈັກສອງບ່ວງ ແປ້ງນົວເຄິ່ງບ່ວງ ຫລື ຖ້າຄົນບໍ່ມັກແປ້ງນົວກໍ່ບໍ່ໃສ່ກໍ່ໄດ້ ຕຳຫລື ບົດໃຫ້ມຸ່ນ ແລ້ວບີບຫມາກນາວ ຈັກສອງປ່ຽງ ຕື່ມນ້ຳປາ 2 ບ່ວງຫລັງຈາກປະສົມຫມົດແລ້ວ ກໍ່ເອົາມາຍອງເນດ ໃສ່ ຕາມຂະຫນາດຂອງຜັກທີ່ເຮົາກຽມໄວ້ຍຳ 

       ນຳໄຂ່ໄປຕົ້ມໃຫ້ສຸກ ແລ້ວແກະເປືອກອອກ ຖ້າຈະໃຫ້ແຊບ ແມ່ນເອົາ ໄຂ່ແດງປົ່ນໃສ່ນຳນ້ຳຍຳສະລັດແຫ່ງແຊບໄດ້ອີກແບບ ສ່ວນໄຂ່ຂາວແມ່ນຊອຍເປັນປ່ຽງໂຮຍໃສ່ຫນ້າສະລັດໄດ້ເລີຍ .

       ສຳຫລັບໃຜທີ່ມັກໃສ່ເນື້ອກໍ່ສາມາດນຳເອົາເນື້ອທີ່ໂຕເອງມັກ ໄປເອືອບໃສ່ເຄື່ອງປຸງ ແລ້ວທອດ ຫລື ຊອຍເປັນປ່ຽງແລ້ວຂົ້ວໃສ່ ນ້ຳມັນ ກະທຽມ ຊອດຫອຍ ແລ້ວນຳມາໂຮຍໃສ່ຍຳສະລັດກໍ່ແຊບໄປອີກແບບ ຫລື ສາມາດເອົາມັນຝະລັ່ງມາຊອຍເປັນປ່ຽງບາງໆແລ້ວກໍ່ທອດໃສ່ກອບ ມາຍຳໃສ່ກໍ່ແຊບເຊັ່ນກັນ.

ພຽງເທົ່ານີ້ທ່ານກໍ່ສາມາດ ເຮັດຍຳສະລັດກິນເອງຢູ່ບ້ານໄດ້ແລ້ວ ນີ້ແມ່ນສູດສະເພາະຂອງແອດມິນ ສຸກ ຖ້າໃຜມີສູດແຊບມາບອກແນ່ເດີ້.

ທີ່ມາ: http://www.pakaad.com/15887/