ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ອາຫານແຕ່ລະກຸບເລືອດຄວນກິນ ແລະ ຄວນຫຼີກລ່ຽງ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 08/06/2018

        ທ່ານເຄີຍສົ່ງໄສບໍ່ວ່າເປັນຫຍັງເວລາທີ່ເຮົາກິນອາຫານບາງຢ່າງຈື່ງມີອາການແພ້, ບາງເທື່ອກິນຕົວເຮົາເອງມີອາການເຈັບທ້ອງຫຼື ອາການອື່ນໆ ແຕ່ໝູ່ທີ່ກິນນໍາພັດບໍ່ເປັນຫຍັງມື້ນີ້ເຮົາມີຄໍາຕອບມາໃຫ້.

  • ກຸບເລືອດ AB:
    – ຄວນເລືອກກິນອາຫານທະເລ, ເນີຍ, ນົມ, ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກ ແລະ ໄຂ່.
    – ຄວນຫຼີກລ່ຽງ ປາຊີ້ນຂາວ, ຊີ້ນສັດໃຫຍ່, ໝາກສີດາ, ສາລີ, ໝາກມ່ວງ, ຖົ່ວແດງ ເພາະພູມຄຸ້ມກັນອ່ອນເພຍ ກົດໃນກະເພາະຕໍ່າຍ່ອຍຊີ້ນສັດໄດ້ຍາກ.
  •  ກຸບເລືອດ A:
    – ຄວນເລືອກກິນຜັກ, ປາ, ນົມຖົ່ວເຫຼືອງ.
    – ຄວນຫຼີກລ່ຽງ ໄຂ່, ນົມງົວ, ແປ້ງ, ຊີ້ນສັດ ເພາະລະບົບຍ່ອຍອາຫານ, ລະບົບພູມຄຸ້ມກັນບໍ່ດີ ສ່ຽງເປັນພະຍາດຫົວໃຈ ແລະ ມະເຮັງ.
  • ກຸບເລືອດ B:
    – ຄວນເລືອກກິນເຂົ້າກ໊ອງ, ເຂົ້າໂອດ, ຂີງ, ຊາຂຽວ, ໂສມ.
    – ຄວນຫຼີກລ່ຽງປູ, ກຸ້ງ, ຫອຍແຄງ, ຊີ້ນໄກ່, ແປ້ງ, ເພາະກົດໃນກະເພາະອາຫານສູງ ລະບົບເຜົາຜານບໍ່ດີ ເລືອດແຂງໂຕຊ້າ.
  •  ກຸບເລືອດ O:
    – ຄວນເລືອກກິນຊີ້ນສັດ, ອາຫານທະເລ, ຜັກຫົມ.
    – ແຕ່ຄວນຫຼີກລ່ຽງ ໝາກໄມ້ລົດສົ້ມ, ຊາ, ກາເຟ, ເບຍ ເພາະກົດໃນກະເພາະສູງ ລະບົບເຜົາກໍ່ບໍ່ດີປານໃດ ເລືອດກໍ່ແຂງຕົວຊ້າຕື່ມອີກ.

        ແນວໃດກໍ່ຕາມ ອາຫານທີ່ເວົ້າມານັ້ນ ກໍ່ບໍ່ໄດ້ໝາຍຄວາມວ່າ ສິ່ງທີ່ຄວນຫຼີກລ່ຽງນັ້ນ ກຸບເລືອດນັ້ນຈະກິນບໍ່ໄດ້ ແຕ່ວ່າຖ້າຫຼີກລ່ຽງໄດ້ແມ່ນດີຕໍ່ສຸຂະພາບ, ແຕ່ຖ້າຫຼີກລ່ຽງບໍ່ໄດ້ ກໍ່ຄວນກິນເລັກໜ້ອຍເທົ່ານັ້ນ ເພື່ອເຮັດໃຫ້ຮ່າງກາຍຂອງເຮົາມີສຸຂະພາບທີ່ດີ.

ທີ່ມາ: http://www.pakaad.com/10468/