ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຜູ້ແທນເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ
ຈຳນວນຜູ້ອ່ານ: 52
ອະນຸມັດວັນທີ: 23/03/2018

         ຕອນເຊົ້າຂອງວັນທີ 16 ມີນາ 2018 ຢູ່ທີ່ ສຳນັກງານຄະນະຈັດຕັ້ງສູນກາງພັກ, ສະຫາຍຈັນສີ ໂພ ສີຄຳ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ຢູຢູນລິນ, ຄະນະປະຈຳພັກເຂດ, ຫົວໜ້າຄະນະຈັດຕັ້ງເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ພ້ອມດ້ວຍຄະນະທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 14-16 ມີນາ 2018.

          ໃນໂອກາດດັ່ງກ່າວ, ສະຫາຍ ຈັນສີ ໂພສີຄຳ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມເຮັດ ວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ກໍ່ຄືການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບເຂດປົກຄອງຕົນເອງກວາງຊີ ສປ ຈີນ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ແລະ ຮອບດ້ານ ໃນພາລະກິດການສ້າງສາພັດທະນາທີ່ ພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະຜົນສຳເລັດໃນການ ພັດທະນາເສດຖະກິດສັງຄົມຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ພ້ອມທັງຕີລາຄາສູງຕໍ່ການພົວພັນ ຮ່ວມມືລະຫວ່າງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ກັບ ບັນດາປະເທດອາຊຽນ ກໍຄື ສປປ ລາວ ໃນໄລ ຍະຜ່ານມາ ແລະ ຫວັງວ່າເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນກ່ອນເກົ່າ.

          ສະຫາຍ ຢູຢູລິນ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຈັນສີ ໂພສີຄຳ ທີ່ໃຫ້ກຽດຕ້ອນຮັບຄະນະ ແລະ ເອົາໃຈໃສ່ຕິດຕາມສະພາບການພົ້ນເດັ່ນພາຍໃນ ສປ ຈີນ ກໍ່ຄື ສະພາບການພັດທະນາດ້ານເສດຖະ ກິດ-ສັງຄົມ ຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຢ່າງໃກ້ຊິດ, ສະຫາຍໄດ້ຕີລາຄາສູງຕໍ່ການ ພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະລະຫວ່າງ ສປປ ລາວ ກັບ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ເຊິ່ງໄດ້ມີມູນເຊື້ອການພົວພັນທີ່ດີນຳກັນຕະຫຼອດມາ.

          ໃນໂອກາດມາຢ້ຽມຢາມຄັ້ງນີ້, ຄະນະຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ກິແກ້ວ ໄຂຄຳພິທູນ, ເລຂາ ທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ໄດ້ພົບປະເຮັດວຽກກັບຄະນະຈັດຕັ້ງ ສູນກາງພັກ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນວຽກງານກໍ່ສ້າງພະນັກງານລະຫວ່າງສອງຝ່າຍ, ໄດ້ເຂົ້າຮ່ວມພົບປະສັງສັນກັບອາດີດນັກຮຽນ ໂຮງຮຽນ 67 ກວາງຊີ, ຢ້ຽມຢາມໂຄງການຕົວແບບແກ້ໄຂ ຄວາມທຸກຍາກຢູ່ແຂວງຫຼວງພະບາງ ແລະ ສະຖານທີ່ວັດທະນະທຳຈຳນວນໜຶ່ງຢູ່ນະຄອນຫຼວງວຽງຈັນ.