ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຕ້ອນຮັບຄະນະຊ່ຽວຊານຈາກມະຫາວິທະຍາໄລ ປະຊາຊົນຈີນ ໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ
ຈຳນວນຜູ້ອ່ານ: 212
ອະນຸມັດວັນທີ: 15/12/2023

ໂດຍ:ບານ ມູນປະເສີດ

     ໃນຕອນບ່າຍຂອງວັນທີ 14 ທັນວາ 2023 ທີ່ຄະນະຈັດຕັ້ງສູນກາງພັກ ສະຫາຍ ທອງຈັນ ໂຂງພູມຄໍາ ກຳມະການປະຈຳພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະຊ່ຽວຊານຈາກມະຫາວິທະຍາໄລ ປະຊາຊົນຈີນ ໃນໂອກາດມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ເຊິ່ງນໍາພາຄະນະໂດຍ ສະຫາຍ ອຸຟູລາຍ (WU FULAI) ຮອງເລຂາຄະນະພັກ, ປະທານກວດກາພັກມະຫາວິທະຍາໄລປະຊາຊົນຈີນ, ກຳມະການກວດກາລັດຂອງຄະນະກວດກາລັດແຫ່ງຊາດ ປະຈຳມະຫາວິທະຍາໄລປະຊາຊົນຈີນ ພ້ອມດ້ວຍຄະນະ ຈໍານວນ 5 ສະຫາຍ.

 

     ທັງສອງຝ່າຍໄດ້ພົບປະແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ສາຍພົວພັນລະຫວ່າງສອງປະເທດ ກໍຄືສອງພາກສ່ວນດັ່ງກ່າວ. ໃນໂອກາດນີ້, ສະຫາຍ ທອງຈັນ ໂຂງພູມຄໍາ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ພົບປະໃນຄັ້ງນີ້ ເຊິ່ງເປັນມູນເຊື້ອມິດຕະພາບທີ່ມີຄວາມໝາຍສໍາຄັນໃນການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະການຊ່ວຍເຫຼືອກໍ່ສ້າງບຸກຄະລາກອນຂອງ ສປປ ລາວ ຈາກ ສປ ຈີນ ໃຫ້ມີຄວາມເຂັ້ມແຂງເທື່ອລະກ້າວ ພ້ອມທັງສືບຕໍ່ຈັດຕັ້ງປະຕິບັດແຜນຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ສອງພັກ ລາວ-ຈີນ ໃຫ້ມີຫຼາກຫຼາຍສີສັນ ທັງມີຜົນສຳເລັດອັນຈົບງາມຫຼາຍດ້ານ; ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງຝ່າຍ ໃຫ້ນັບມື້ດີຂຶ້ນ.

     ຕອນທ້າຍ ສະຫາຍ ອູຟູລາຍ (WU FULAI) ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ທອງຈັນ ໂຂງພູມຄຳ ທີ່ໃຫ້ກຽດຕ້ອນຮັບຄະນະ ຢ່າງອົບອຸ່ນ ແລະ ສະຫາຍກໍ່ໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ເຊິ່ງໄດ້ມີມູນເຊື້ອການພົວພັນທີ່ດີຢ່າງຮອບດ້ານນໍາກັນຕະຫຼອດມາ ແລະ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນ ແລະ ມິດຕະພາບລະຫວ່າງສອງຊາດໃຫ້ເຕີບໃຫຍ່ຮອບດ້ານຢ່າງບໍ່ຢຸດຢັ້ງ.