ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງຄະນະຊ່ຽວຊານ ຈາກເຂດປົກຄອງຕົນເອງເຜົ່າຈວາງກວາງຊີ ສປ ຈີນ
ຈຳນວນຜູ້ອ່ານ: 117
ອະນຸມັດວັນທີ: 27/11/2023

ຂ່າວ: ອານຸລັກ

ພາບ: ວິລະສະໄໝ

     ວັນທີ 22 ພະຈິກ 2023, ທີ່ສໍານັກງານຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ໂຂງພູມຄໍາ ກໍາມະການປະຈໍາພັກ ຮອງຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມພົບປະຂອງຄະນະຊ່ຽວຊານ ເຂດປົກຄອງຕົນເອງເຜົ່າຈວາງກວາງຊີ ສປ ຈີນ ນໍາໂດຍ ສະຫາຍ ຫຼິວ ຊວນສີ  ຮອງຫົວໜ້າ ສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈວາງກວາງຊີ ສປ ຈີນ ພ້ອມດ້ວຍຄະນະ.

     ໃນໂອກາດດັ່ງກ່າວ, ສະຫາຍ ທອງຈັນ ໂຂງພູມຄໍາ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມພົບປະ ຢູ່ສປປ ລາວ ໃນຄັ້ງນີ້ຕາມໂຄງການການຮ່ວມມື 02 ຝ່າຍ ແລະ ໂຄງການປາຖະກະຖາຢູ່ລາວຂອງ ຊ່ຽວຊານຕາມແຜນການ ປະຈໍາປີ 2023. ທີ່ເປັນມູນເຊື້ອມິດຕະພາບອັນສໍາຄັນ ແລະ ການຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ລະຫວ່າງ 2 ພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ກໍ່ຄື ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບເຂດປົກຄອງຕົນເອງກວາງຊີ ສປ ຈີນ ພ້ອມທັງຈັດຕັ້ງປະຕິບັດແຜນຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ 2 ພັກລາວ-ຈີນ ປະຈໍາປີ 2023 ໃຫ້ມີສຳເລັດຜົນອັນຈົບງາມ; ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງເຂດປົກຄອງຕົນເອງ ເຜົ່າຈວ້າງກວາງຊີກັບສປປລາວ ໃຫ້ນັບມື້ນັບຫຼາຍຂຶ້ນກ່ອນເກົ່າ.

     ສະຫາຍ ຫຼິວ ຊວນສີ   ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ທອງຈັນ ໂຂງພູມຄໍາ ທີ່ໃຫ້ກຽດຕ້ອນຮັບຄະນະ ຢ່າງໃກ້ຊິດ, ສະຫາຍໄດ້ຕີລາຄາສູງຕໍ່ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໂດຍສະເພາະລະຫວ່າງສປປ ລາວ ກັບເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ, ເຊິ່ງໄດ້ມີມູນເຊື້ອການພົວພັນທີ່ດີນໍາກັນຕະຫຼອດມາ.     

     ຈາກນັ້ນ, ຄະນະຮັບຜິດຊອບ ຈາກຄະນະຈັດຕັ້ງສູນກາງພັກ ໄດ້ນໍາພາຄະນະຊ່ຽວຊານຈາກເຜົ່າຈວ້າງກວາງຊີ ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິທະພັນທ່ານ ໄກສອນ ພົມວິຫານ; ພ້ອມທັງຢ້ຽມຊົມຮູບພາບປະຫວັດຂອງທ່ານ ໄກສອນ ພົມວິຫານ ກ່ອນຈະເດີນທາງໄປຫຼວງພະບາງ.