ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະນຳຂັ້ນສູງແຂວງອັດຕະປື ສໍາເລັດການຢ້ຽມຢາມ ແລະ ເຮັດວຽກ ທີ່ແຂວງກວາງນາມ ແລະ ແຂວງກວາງຫງາຍ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 29/08/2022

ຂ່າວ: ວິໄລສັກ ແກ້ວຫຼວງໂຄດ

       ໃນລະຫວ່າງວັນທີ 22-23 ສິງຫາ 2022 ຄະນະນຳຂັ້ນສູງແຂວງອັດຕະປື ນຳໂດຍທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ເຮັດວຽກທີ່ແຂວງກວາງນາມ ແລະ ແຂວງກວາງຫງາຍ, ສສ ຫວຽດນາມ; ໃນວັນທີ 22 ສິງຫາ 2022 ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງກວາງນາມ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ຟານ ຫວຽດ ເກື່ອງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະຜູ້ແທນແຂວງກວາງນາມໃຫ້ການຕ້ອນຮັບ ແລະ ໄດ້ຈັດກອງປະຊຸມຂຶ້ນທີ່ຫ້ອງວ່າການແຂວງກວາງນາມ, ໃນການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ຖືວ່າເປັນຄັ້ງທຳອິດຂອງແຂວງອັດຕະປື, ເຊິ່ງໃນພິທີ ຄະນະນຳທັງສອງຝ່າຍໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມ, ຈຸດພິເສດ ແລະ ການພັດທະນາເສດຖະກິດ-ສັງຄົມພາຍໃນແຂວງຂອງຕົນໃຫ້ກັນຊາບ ເຊິ່ງເຫັນວ່າມີທ່າອ່ຽງ ແລະ ສິ່ງເອື້ອອຳນວຍຕໍ່ຄວາມເປັນໄປໄດ້ໃນການຮ່ວມມືຫລາຍດ້ານໃນຕໍ່ໜ້າ, ທັງສອງຝ່າຍຍັງໄດ້ປືກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າ ເຊັ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ-ເຮັດວຽກ, ແລກປ່ຽນ ແລະ ຖອດຖອນ ບົດຮຽນເຊິ່ງກັນ ແລະ ກັນ, ການພົວພັນຮວ່ມມືມິດຕະພາບ ລະຫວ່າງ ແຂວງກວາງນາມ ແລະ ແຂວງອັດຕະປື, ຊຸກຍູ້ແລກປ່ຽນການເຄື່ອນໄຫວການຮ່ວມມືດ້ານການທູດ ແລະ ຊຸກຍູ້ໃຫ້ມີການແລກປ່ຽນການຮວ່ມມືຂອງພາກສ່ວນທຸລະກິດ, ຈາກນັ້ນ ຜູ້ແທນທັງສອງຝ່າຍກໍ່ໄດ້ສຶບຕໍ່ຢ້ຽມຢາມ ທັດສະນະທີ່ບໍລິສັດ  ທາໂກ (Thaco) ເຊິ່ງເປັນບໍລິສັດ ຜະລິດ ແລະ ປະກອບລົດຍົນຂະໜາດໃຫຍ່ທີ່ມີຫຼາຍປະເພດ ແລະ ຫຼາຍຍີ່ຫໍ້. ນອກນີ້  ຍັງເປັນບໍລິສັດທີ່ລົງທືນດ້ານການກະເສດ ເຊັ່ນ: ປູກພືດ ແລະ ລ້ຽງສັດ ຂະໜາດໃຫຍ່ນຳອີກ.

       ໃນວັນດຽວກັນ ຄະນະນຳຂອງແຂວງອັດຕະປື ກໍ່ໄດ້ເດີນທາງໄປແຂວງກວາງຫງາຍ ເພື່ອສືບຕໍ່ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງກວາງຫງາຍ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ນາງ ບຸ່ຍ ທີ້ ກວີ່ນ ເວິນ  ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນໍາຂັ້ນສູງແຂວງກວາງຫງາຍ. ກອງປະຊຸມພົບປະແລກປ່ຽນບົດຮຽນທັງສອງຝ່າຍ ໄດ້ຈັດຂຶ້ນໃນວັນທີ 23 ສິງຫາ 2022 ຢູ່ທີ່ຫ້ອງວ່າການແຂວງກວາງຫງາຍ ເຊິ່ງສອງຝ່າຍໄດ້ລາຍງານສະພາບລວມ ການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງຕົນໃຫ້ກັນຊາບ ເຊິ່ງເຫັນວ່າທັງສອງແຂວງຕ່າງກໍ່ມີການພັດທະນາໃນຫຼາຍໆດ້ານຢ່າງວ່ອງໄວ ແລະ ຍັງໄດ້ຮ່ວມກັນຫວນຄືນ ແລະ ຄົ້ນຄວ້າ ຕີລາຄາຄືນກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ຶອໃນບົດບັນທຶກທີ່ສອງແຂວງໄດ້ລົງນາມກັນໃນປີ 2014 ຜ່ານມາ ເຊິ່ງເຫັນວ່າມີທັງດ້ານທີ່ຕັ້ງໜ້າ ແລະ ດ້ານທີ່ຈະຕ້ອງໄດ້ເອົາໃຈໃສ່ເສີມຂະຫຍາຍໃນຕໍ່ໜ້າ.

       ພ້ອມນີ້ ສອງຝ່າຍຍັງໄດ້ຄົ້ນຄວ້າ ປຶກສາຫາລືກັນ ເພື່ອຊຸກຍູ້ໃຫ້ມີການແລກປ່ຽນການຮວ່ມມືຂອງພາກສ່ວນທຸລະກິດ ສຶກສາຄວາມເປັນໄປໄດ້ໃນການລົງທຶນ ແລະ ຄະນະນຳທັງສອງຝ່າຍຈະໃຫ້ການຮ່ວມມືສະໜັບສະໜູນ, ສໍາຫລັບແຂວງອັດຕະປື ມີທ່າແຮງຫຼາຍດ້ານທີ່ນັກລົງທຶນສາມາດເຂົ້າໄປລົງທຶນ ຫຼື ຮ່ວມມືກັນ ໜຶ່ງໃນນັ້ນກໍ່ແມ່ນຂະແໜງການທ່ອງທ່ຽວທີ່ມີທ່າແຮງດີ, ສ່ວນແຂວງກວາງຫງາຍ ກໍ່ມີທ່າແຮງ ແລະ ປະສົບການໃນການບໍລິການ. ດັ່ງນັ້ນ, ໃນຕໍ່ໜ້າ ຂະແໜງການທ່ອງທ່ຽວຂອງສອງແຂວງຈະໄດ້ພົບປະ ແລະ ຮ່ວມມືກັນ, ທັງສອງແຂວງ ຈະໄດ້ສືບຕໍ່ເພິ່ມທະວີ ທາງດ້ານການຮ່ວມມື ສາຍພົວພັນອັນດີງາມ, ຄວາມຮັກແພງເໝືອນອ້າຍນ້ອງຮ່ວມອຸທອນດຽວກັນ, ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງສອງແຂວງໃຫ້ນັບມື້ພັດທະນາກ້າວຂຶ້ນ.