ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ແຂວງໄຊສົມບູນ ແລະ ແຂວງເຊິນລາ ສືບຕໍ່ຮ່ວມມືກັນ ໄລຍະແຕ່ປີ 2022-2024
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 29/08/2022

ບ.ກ: ຄຳສາວ ເລືອງຄຳທິບ

ຂ່າວ: ພຸດທະສອນ ເວດສະວົງ

       ກອງປະຊຸມພົບປະຄະນະຜູ້ແທນຂັ້ນສູງ ແລະ ພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມື ໄລຍະແຕ່ປີ 2022-2024 ລະຫວ່າງແຂວງໄຊສົມບູນ ສປປ ລາວ ແລະ ແຂວງເຊີນລາ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 20 ສິງຫາ 2022 ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ; ຝ່າຍລາວ ນຳໂດຍທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ແລະ ຝ່າຍຫວຽດນາມ ນຳໂດຍທ່ານ ລໍ່ ມິງ ຮຸ່ງ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ປະຈໍາການ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

       ໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ກ່າວຕ້ອນຮັບ ພ້ອມທັງລາຍງານສະພາບການພັດທະນາຮອບດ້ານແຂວງໄຊສົມບູນ ໂດຍສັງເຂບ ໃຫ້ຄະນະຜູ້ແທນແຂວງເຊິນລາ ໄດ້ຮັບຊາບ ເຊິ່ງແຂວງໄຊສົມບູນ ເປັນແຂວງສ້າງຕັ້ງໃໝ່ ມີເນື້ອທີ່ທັງໝົດ 8.500 ກິໂລຕາແມັດ, ປະກອບມີ 5  ເມືອງ, ມີ 89 ບ້ານ, ມີປະຊາກອນທັງໝົດ 98.000 ກວ່າຄົນ, ເປັນເຂດພູດອຍ, ທຸລະກັນດານ, ສະພາບມີຄວາມຫຍຸ້ງຍາກ, ການພັດທະນາຊັກຊ້າ ຍ້ອນຄວາມຫຍຸ້ງຍາກດັ່ງກ່າວ ກົມການເມືອງສູນກາງພັກຈຶ່ງໄດ້ອອກມະຕິ ວ່າດ້ວຍການຮັບຮອງເອົາຍຸດທະສາດ ການພັດທະນາເຂດຈຸດສຸມໃຈກາງແຂວງໄຊສົມບູນ, ມາຮອດປີ 2019 ລັດຖະບານໄດ້ອອກດຳລັດ 414 ວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ ແຂວງໄຊສົມບູນ ໂດຍສຸມໃສ່ 5 ຂົງເຂດທີ່ເປັນທ່າແຮງຂອງແຂວງ ຄື: ດ້ານກະສິກຳ, ການທ່ອງທ່ຽວ, ບໍ່ແຮ່, ພະລັງງານໄຟຟ້າ ແລະ ການເຊື່ອມຈອດ-ເຊື່ອມໂຍງ ມາຮອດປັດຈຸບັນ ແຂວງໄຊສົມບູນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າຫຼາຍດ້ານເປັນຕົ້ນ ອົງຄະນະພັກ, ອົງການປົກຄອງແຂວງ ໄດ້ສຸມໃສ່ໃນການນໍາພາຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ການພັດທະນາເສດຖະກິດຂອງແຂວງ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງຕາມທິດຫັນເປັນອຸດສາຫະກຳ ທັນສະໄໝ ສະເລ່ຍບໍ່ຫຼຸດ 7%/ປີ ສະເພາະປີ 2021 ຂະຫຍາຍຕົວໃນລະດັບ 7,6% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 1.336,54 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 13 ລ້ານກວ່າກີບ/ຄົນ/ປີ, ມີໂຄງການລົງທຶນຂອງເອກະຊົນທີ່ໄດ້ຮັບອະນຸຍາດ 49 ໂຄງການ, ມີໂຄງການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ 6 ໂຄງການ, ນອກຈາກນີ້ ກໍໄດ້ສຸມໃສ່ແກ້ໄຂຄວາມທຸກຍາກ ເຊິ່ງປັດຈຸບັນຍັງເຫຼືອຄອບຄົວທຸກຍາກທັງໝົດ 3.100 ກວ່າຄອບຄົວ.

       ພ້ອມນີ້ ຍັງໄດ້ຜ່ານຮ່າງບົດບັນທຶກການຮ່ວມມືຂອງສອງແຂວງ ໄຊສົມບູນ-ເຊິນລາ ໄລຍະແຕ່ປີ 2022-2024 ຊຶ່ງຈະໄດ້ຮ່ວມມືກັນໃນວຽກງານດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ ຂົງເຂດກະສິກຳ, ປ່າໄມ້ ແລະ ການປະມົງ, ດ້ານການຄ້າ, ການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ, ດ້ານວັດທະນະທຳ-ສັງຄົມ ຂົງເຂດການສຶກສາ, ຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ດ້ານສາທາລະນະສຸກ. ທັງສອງຝ່າຍໄດ້ເປັນເອກະພາບແລກປ່ຽນຄະນະຜູ້ແທນຂັ້ນສູງລະຫວ່າງສອງແຂວງ ຢ້ຽມຢາມ ແລະ ເຮັດວຽກ 2 ປີ/ຄັ້ງ.

       ຈາກນັ້ນ ທັງສອງແຂວງໄດ້ລົງນາມເຊັນບົດບັນທຶກການຮ່ວມມືກັນຢ່າງເປັນທາງການ ຝ່າຍແຂວງໄຊສົມບູນ ລົງນາມໂດຍ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ແລະ ຝ່າຍແຂວງເຊິນລາ ລົງນາມໂດຍ ທ່ານ ດັ້ງ ຫງອກ ເຮົ້າ ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນແຂວງເຊິນລາ ໂດຍມີຄະນະຜູ້ແທນທັງສອງແຂວງ ເຂົ້າຮ່ວມເປັນສັກຂີພິຍານ. ໃນຕອນທ້າຍ ຜູ້ແທນທັງສອງແຂວງຍັງໄດ້ມອບຂອງຂວັນເປັນທີ່ລະນຶກໃຫ້ກັນ ແລະ ຈັດພິທີບາສີສູ່ຂັວນ ຕາມຮີດຄອງປະເພນີລາວໃຫ້ຄະນະຜູ້ແທນຂັ້ນສູງ ແຂວງເຊິນລາ ຕື່ມອີກ.