ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງແຂວງຫົວພັນ ພົບປະແລກປ່ຽນບົດຮຽນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ນໍາຄະນະຈັດຕັ້ງພັກແຂວງແທັງຮວາ ແລະ ແຂວງເຊິນລາ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 26/08/2022

​ຂ່າວ: ຈິດ​ວິ​ຊານ ວາງ​ຊຶ​ຊາງວ່າງ

​ພາບ: ອາ​ລັນ ພິມ​ມະ​ທອນ

       ເພື່ອ​ຮ່ວມສະ​ເຫຼີມ​ສະຫຼອງປີ​ສາ​ມັກ​ຄີ ລາວ - ຫວຽດ​ນາມ, ຫວຽດ​ນາມ - ລາວ (2022) ກໍ່​ຄື​ການ​ສະ​ເຫຼີມ​ສະຫຼອງ​ສາຍ​ພົວ​ພັນ​ການ​ທູດ ຄົບ​ຮອບ 60 ປີ (5/9/1962 – 5/9/2022) ແລະ ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລາວ-ຫວຽດ​ນາມ ຄົບ​ຮອບ 45 ປີ (18/7/1977 – 18/7/2022) ເວົ້າ​ລວມ, ເວົ້າ​ສະ​ເພາະປະ​ຕິ​ບັດ​ຕາມ​ບົດ​ບັນ​ທຶກ​​ການ​ຮ່ວມ​ມື​​ລະ​ຫວ່າງ​ແຂວງ​ຫົວ​ພັນ, ສປປ ລາວ  ກັບສອງແຂວງ ຄື: ແຂວງ​ແທັງຮວາ ແລະ ແຂວງເຊິນລາ ຂອງ ສສ ຫວຽດ​ນາມ ກ່ຽວ​ກັບ​ວຽກ​ງານກໍ່​ສ້າງ​ພັກ-ພະ​ນັກ​ງານ.

       ໃນໄຕມາດທີ 3 ຂອງປີ 2022 ຄະນະ​ຜູ້​ແທນ​ຄະ​ນະ​ຈັດ​ຕັ້ງ​ແຂວງ​ຫົວ​ພັນ ນຳໂດຍ ສະ​ຫາຍ ນາງ ລ້ອງ​ຄຳ ພອນ​ມີ​ໄຊ ຄະ​ນະ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ແຂວງ ໄດ້​ນຳພາຄະນະເດີນທາງໄປພົບປະແລກປ່ຽນບົດຮຽນວິຊາສະເພາະ ຢູ່ແຂວງ​​ແທັງ​ຮ​ວາ (19-22 ກໍ​ລະ​ກົດ 2022) ແລະ ແຂວງເຊິນລາ (8-10 ສິງ​ຫາ 2022), ສ​ສ ຫວຽດ​ນາມ. ຄະນະຜູ້ແທນ ຄຈຂ ຫົວພັນ ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຈາກຫົວໜ້າຄະນະຈັດຕັ້ງສອງແຂວງພ້ອມດ້ວຍຄະນະ ເຊິ່ງຢູ່ແຂວງແທັງຮວາມີ ສະ​ຫາຍ ຫງວຽນ ວັນ ຮຸ່ງ ຄະ​ນະ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງພັກ​ແຂວງແທັງຮວາ ພ້ອມ​ດ້ວຍ​ຄະ​ນະ ແລະ ຢູ່ແຂວງເຊິນລາມີສະ​ຫາຍ ເລ ຮົງ ລອງ ຄະ​ນະ​ປະ​ຈຳ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ພັກ​ແຂວງ​ເຊິນ​ລາ ພ້ອມ​ດ້ວຍ​ຄະ​ນະ.

       ພິທີພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ ຢູ່ແຂວງແທັງຮວາ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 20 ກໍ​ລະ​ກົດ 2022 ຢູ່​ທີ່ນະ​ຄອນ​ຊຳ​ເຊິນ ໂດຍ​ມີ​ຄະນະຜູ້​ແທນ​ທັງ​ສອງ​ຝ່າຍເຂົ້າ​ຮ່ວມ​ທັງ​ໝົດ 35 ສະ​ຫາຍ, ຍິງ 8 ສະ​ຫາຍ; ຢູ່ແຂວງເຊິນລາ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ສິງ​ຫາ 2022 ຢູ່​​ຫ້ອງ​ປະ​ຊຸມ​ໃຫຍ່​ຂອງ​ແຂວງ ມີຜູ້ເຂົ້າຮ່ວມ 40 ສະຫາຍ, ຍິງ 15 ສະຫາຍ. ໃນການພົບປະແລກປ່ຽນບົດຮຽນດັ່ງກ່າວ ສະ​ຫາຍ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງແຂວງທັງ​ສອງຝ່າຍ ໄດ້​ພັດ​ປ່ຽນ​ກັນ​ຂຶ້ນ​ຜ່ານ​ບົດ​ສະຫຼຸບ ​ລາຍ​ງານ​ສະ​ພາບ​ການ​ທີ່​ພົ້ນ​ເດັ່ນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ກົງ​ຈັກ​ການ​ຈັດ​ຕັ້ງ, ວຽກ​ງານກໍ່​ສ້າງ​ພັກ ແລະ ກໍ່​ສ້າງ​ພະ​ນັກ​ງານ​ຂອງ​ຕົນ​ໃນ​ໄລ​ຍະ​ຜ່ານ​ມາ​ໃຫ້​ກັນ​​ຊາບ.  ຈາກ​ນັ້ນ, ທັງສອງຝ່າຍໄດ້ມີ​ຄຳ​ເຫັນ ແລກ​ປ່ຽນ​ຖອດ​ຖອນ​ບົດ​ຮຽນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ ທັງ​ຂໍ້​ສະ​ດວກ, ຂໍ້​ຫຍຸ້ງ​ຍາກ ທີ່​ຍັງ​ຈະ​ຕ້ອງ​ສືບ​ຕໍ່​ແກ້​ໄຂ, ຕີ​ລາ​ຄາ​ຄືນ​ກ່ຽວ​ກັບ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍໃນ​ໄລ​ຍະ​ຜ່ານ​ມາ ແລະ​ ປຶກ​ສາ​ຫາ​ລື​ແຜນ​ການ​ໃນ​ຕໍ່​ໜ້າ. ໃນພິທີ ທັງ​ສອງ​ຝ່າຍ​​ໄດ້​ພ້ອມ​ກັນສືບຕໍ່​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ວຽກ​ງານ​ຈັດ​ຕັ້ງ, ກໍ່​ສ້າງ​ພັກ-ພະ​ນັກ​ງານ ລະ​ຫວ່າງສອງຝ່າຍ ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນຊຸມປີຕໍ່ໜ້າ.

       ໃນໂອກາດເຄື່ອນໄຫວເຮັດວຽກຢູ່ສອງແຂວງດັ່ງກ່າວ, ຄະນະ​ຜູ້​ແທນ​ຄະ​ນະ​ຈັດ​ຕັ້ງ​ແຂວງ​ຫົວ​ພັນ ຍັງ​ໄດ້​​ຢ້ຽມ​ຢາມ​ເບິ່ງການພັດທະນາເສດຖະກິດ-ສັງຄົມຢູ່ຮາກຖານຈຳນວນໜຶ່ງ ເຊັ່ນ: ​ເຂດ​ເສດ​ຖະ​ກິດພິເສດ ​ງີ້​ເຊິນ, ເມືອງ​ຕິງ​ຢາງ ເຊິ່ງ​ເປັນ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ແຂວງ​ແທັງ​ຮ​ວາ, ເຂດ​​ທຳ​ການ​ຜະ​ລິດກະ​ສິ​ກຳ​ຂອງ​ເມືອງ​ມາຍ​ເຊິນ, ແຂວງ​ເຊິນ​ລາ ໂດຍ​ສະ​ເພາະ​ແມ່ນ​ສວນ​ໝາກ​ລຳ​ໄຍ ແລະ ສວນ​ໝາກ​ອາ​ງຸ່ນ​ ຂອງ​ຄອບ​ຄົວ​ຕົວ​ແບບ​ດີ​ເດັ່ນ​ທຳ​ການ​ຜະ​ລິດ​ທາງ​ດ້ານ​ກະ​ສິ​ກຳ, ສາ​ມາດ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ໄດ້ຈຳ​ນວນ 1,5 - 2 ຕື້ກວ່າ​ດົງ​ຕໍ່​ປີ ກາຍ​ເປັນ​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ເມືອງ ກໍ່ຄື​ຂອງ​ແຂວງ​ເຊິນ​ລາ ທີ່​ສົ່ງ​ອອກ​ຈຳ​ໜ່າຍ​ທັງ​ພາຍ​ໃນ ແລະ ​ຕ່າງ​ປະ​ເທດ, ນອກຈາກນີ້ ຍັງໄດ້ທັດ​ສະ​ນະ​ຢ້ຽມ​ຢາມ​ເບິ່ງ​ເຂດ​ພັດ​ທະ​ນາ​ແຫຼ່ງ​ທ່ອງ​ທ່ຽວ​ຂອງ​ແຂວງ​ນິງ​ບິງຕື່ມອີກ.

       ໃນ​ໂອ​ກາດ ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ດັ່ງກ່າວນີ້ ​ຄະ​ນະ​ຈັດ​ຕັ້ງ​ແຂວງ​ຫົວ​ພັນ ກໍ​ໄດ້​ເຊື້ອ​ເຊີນ​ຄະ​ນະ​ຈັດ​ຕັ້ງ​ພັກແຂວງແທັງຮວາ ແລະ ​ແຂວງ​ເຊິນ​ລາ ໄປ​ຢ້ຽມ​ຢາມ ແລະ ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ຢູ່​ແຂວງ​ຫົວ​ພັນ ໃນເວລາທີ່ເໝາະສົມ ເພື່ອ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການພົວພັນຮ່ວມມືວຽກ​ງານ​ຈັດ​ຕັ້ງ, ກໍ່​ສ້າງ​ພັກ - ພະ​ນັກ​ງານ.

       ການ​ພົບ​ປະ​ແລກ​ປ່ຽນ​ບົດ​ຮຽນ​ຄັ້ງ​ນີ້ ເປັນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ​ອັນ​ແໜ້ນ​ແຟ້ນ, ຮັກ​ສາ​ມູນ​ເຊື້ອໄມ​ຕີ​ຈິດ​ມິດ​ຕະ​ພາບ ແລະ ຄວາມ​ຮັກ​ແພງ​ຊ່ວຍ​ເຫຼື່ອ​ເຊິ່ງ​ກັນ ແລະ ກັນ ທີ່​ເຄີຍ​ພ້ອມ​ກັນ​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄຫຼ່ ໃນ​ພາ​ລະ​ກິດ​ປົດ​ປ່ອຍ​ປະ​ເທດ​ຊາດ, ປົດ​ປ່ອຍ​ປະ​ຊາ​ຊົນ​ໃນໄລຍະຜ່ານ​ມາ  ກໍ​ຄື​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ຕໍ່​ໜ້າ ໃຫ້​ມີ​ຄວາມ​ຈະ​ເລີນ​ກ້າວ​ໜ້າ, ມີ​ຄວາມ​ຜາ​ສຸກ, ຮັ່ງ​ມີ​ສີ​ວິ​ໄລ ໄປ​ພ້ອມໆ​ກັບ​ການ​ເສີມ​ສ້າງ​ສາຍ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ໃຫ້​ມີ​ຄວາມ​ໝັ້ນ​ຄົງ​ທະ​ນົງ​ແກ່ນ ດັ່ງ​ບົດ​ກອນ​ຂອງ​ປະ​ທານ ໂຮ່ຈີ່​ມິນ ທີ່​ວ່າ: ຮັກ​ຫອມ​ກັນ​ໝາຍ​ໝັ້ນ ຫຼາຍ​ສັນ​ພູ​ກໍ່ປີນ​ໄຕ່ ຫຼາຍ​ນ້ຳ​ໃຫຍ່ ແລະ​ໂຄກ​ຄ້ອຍ ຂວາງ​ຂັ້ນ​ກໍ່​ດຸ່ງ​ໄປ ສອງ​ຊາດ​ລາວ​-ຫວຽດ​ນາມໄດ້​ ຝັງ​ຄວາມ​ຮັກ​ຢູ່​ໃນ​ໃຈ ຮົງ​ຮາ​ທັງ​ແມ່​ຂອງບໍ່​ເລິກ​ປຸນ​ປານ​ໄດ້ ແລະ​ ເສີມ​ຂະ​ຫຍາຍ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ສອງ​ຊາດ ກໍໍ່ຄື​ການສືບຕໍ່ພົວພັນຮ່ວມມືລະຫວ່າງ​ແຂວງຫົວ​ພັນກັບແຂວງແທັງຮວາ ແລະ ແຂວງຫົວ​ພັນກັບແຂວງເຊີນ​ລາ ໃຫ້​ງອກ​ງາມ, ຫອມ​ຫວນ ແລະ​ ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຕະຫຼອດ​ໄປ.