ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຢາມ-ພົບປະ ຂອງທ່ານເອກອັກຄະລັດຖະທູດ ສ. ກູບາ ປະຈຳ ສປປ ລາວ
ຈຳນວນຜູ້ອ່ານ: 54
ອະນຸມັດວັນທີ: 11/07/2022

     ຂ່າວ: ສ.ສົດໃສ

ພາບ: ບານ ມູນປະເສີດ

    ໃນວັນທີ 7 ກໍລະກົດ 2022 ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຢາມ-ພົບປະຂອງທ່ານ ນາງ ເອັນນາ ເອັສເທີ ວຽນທ໌ ວາລ໌ເດສ໌ (Enna Esther Viant Valdes) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ກູບາ ປະຈຳ ສປປ ລາວ ເພື່ອແລກປ່ຽນຂໍ້ມູນກ່ຽວກັບວຽກງານຈັດຕັ້ງພັກ​-ລັດ.

    ໂອກາດນີ້ ທ່ານ ນາງ ບຸດສະດີ ທະນະເມືອງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພົບປະແລກປ່ຽນຂໍ້ມູນກ່ຽວກັບໂຄງຮ່າງ ແລະ ການຈັດຕັ້ງຂອງພັກປະຊາຊົນປະຕິວັດລາວ ຕາມການສະເໜີຂອງຝ່າຍ ສ. ກູບາ ທີ່ຮ່ວມອຸດົມການອັນດຽວກັນ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງພັກ, ສອງລັດ ກໍ່ຄືສອງປະເທດໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ. ພ້ອມນີ້ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ທ່ານ ເອກອັກຄະລັດຖະທູດ ກູບາ ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມືໃນທຸກຂົງເຂດວຽກງານ ກັບຄະນະຈັດຕັ້ງສູນກາງພັກ ປປ ລາວ ຕາມພາລະບົດບາດໃນການຈັດຕັ້ງປະຕິບັດໜ້າທີ່ປະສານງານ ລະຫວ່າງ ສອງພັກ-ລັດ ສປປ ລາວ ແລະ ສ. ກູບາ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ໂດຍສະເພາະແມ່ນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ທີ່​ໄດ້​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ນຳ​ກັນໃນ​ວັນ​ທີ 4 ພະຈິກ 1974 ເປັນຕົ້ນມາ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ.

    ຈາກນັ້ນ ທ່ານ ນາງ ເອັນນາ ເອັສເທີ ວຽນທ໌ ວາລ໌ເດສ໌ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈແລກປ່ຽນຂໍ້ມູນທີ່ໜ້າສົນໃຈ; ພ້ອມນີ້ ທ່ານເອກອັກຄະລັດຖະທູດ ຍັງໄດ້ຖາມ-ຕອບແລກປ່ຽນຂໍ້ມູນກ່ຽວກັບວຽກງານຈັດຕັ້ງທີ່ສອງຝ່າຍສົນໃຈ ແລະ ພ້ອມທີ່ຈະສືບຕໍ່ປະຕິບັດໜ້າທີ່ໃນເວລາດຳລົງຕຳແໜ່ງຢູ່ ສປປ ລາວ ໃຫ້ດີທີ່ສຸດ ເພື່ອປະກອບສ່ວນເພີ່ມພູນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສ. ກູບາ ໃຫ້ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ແລະ ໝັ້ນຄົງຕະຫຼອດໄປ.