ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຜູ້ແທນຂັ້ນສູງ ຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ
ຈຳນວນຜູ້ອ່ານ: 48
ອະນຸມັດວັນທີ: 31/05/2022

ບົດຂ່າວ: ບກ

ພາບ: ແສງອາລຸນ

       ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ພວມສ້າງຂະບວນການຮອບດ້ານ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບ ຮອບ 45 ປີ ຢ່າງເປັນຂະບວນກວ້າງຂວາງ; ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາຂອງສອງຄະນະຈັດຕັ້ງສູນກາງພັກ ປປ ລາວ ແລະ ພັກກອມມູນິດຫວຽດນາມ ໃນຖານະເປັນເສນາທິການໃຫ້ກົມການເມືອງ, ຄະນະເລຂາທິການສູນກາງພັກກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ໃນວັນທີ 30 ພຶດສະພາ 2022 ຄະນະຜູ້ແທນຂັ້ນສູງຂອງຄະນະຈັດຕັ້ງສູນກາງພັກ ກອມມູນິດຫວຽດນາມ ນໍາໂດຍສະຫາຍ ນາງ ເຈືອງທິມາຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ເຊິ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ພ້ອມຄະນະ.

       ໃນຕອນເຊົ້າຂອງວັນທີ່ 31 ພຶດສະພາ 2022  ຢູ່ທີ່ສໍານັກງານຄະນະຈັດຕັ້ງສູນກາງພັກ ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະແລກປ່ຽນ ແລະ ເຮັດວຽກຮ່ວມກັບຄະນະຈັດຕັ້ງສູນກາງພັກ ປປ ລາວ; ການພົບປະຄັ້ງນີ້ ທັງສອງຝ່າຍໄດ້ແຈ້ງສະພາບການທີ່ພົ້ນເດັ່ນໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກໍຄືການສ້າງສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ກັນຊາບ; ຈາກນັ້ນ, ໄດ້ປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ບັນຫາອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈ,  ການພົບປະເຕັມໄປດ້ວຍບັນຍາກາດທີ່ສະໜິດສະໜົມ ສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ໝົດຈິດໝົດໃຈ, ຄວາມສາມັກຄີຮັກແພງແບບພິເສດຖານສະຫາຍອ້າຍ-ນ້ອງ; ເປັນການຢັ້ງຢືນຢ່າງເລິກເຊິ່ງເຖິງການສືບທອດ ແລະ ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ; ພິເສດແມ່ນລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ເປັນຮູບປະທໍາກວ່າເກົ່າ.

       ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ຄະນະຜູ້ແທນດັ່ງກ່າວ ຍັງໄດ້ໄປຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ, ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,​ ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,​ ສະຫາຍ ຄໍາພັນ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ສີທະນະໄຊ ເຊິ່ງແມ່ນຂອງຂວັນຈາກ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊຕື່ມອີກ.