ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ຕ້ອນຮັບຄະນະທູດຍີ່ປຸ່ນ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 26/01/2022

ໂດຍ: ລັດດາວັນ

     ໃນວັນທີ 25 ມັງກອນ 2022 ຢູ່ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ, ສະຫາຍ ນ. ສີໃສ ລືເດດມູນສອນ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ ໂຄບະຢະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຜູ້ໃໝ່ ພ້ອມດ້ວຍຄະນະ.

     ໃນໂອກາດນີ້ ທັງສອງຝ່າຍໄດ້ປຶກສາຫາລືກັນ ເພື່ອສືບຕໍ່ວຽກງານການຮ່ວມມືຊ່ວຍເຫລືອກັນທາງດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ການຝຶກອົບຮົມດ້ານວິຊາການຕ່າງໆ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂອງລາວ ໃນຂັ້ນຄະນະກົມຂອງກະຊວງ-ອົງການ ແລະ ຂັ້ນຄະນະພະແນກຂອງແຂວງ ແລະ ເມືອງ ໃນຂອບເຂດທົ່ວປະເທດ,  ໂດຍສະເພາະການຝຶກອົບຮົມໃຫ້ພະນັກງານການນຳຂັ້ນສູງຂອງລາວ ຂັ້ນຮອງລັດຖະມົນຕີ-ທຽບເທົ່າ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງ ທີ່ມີອາຍຸຍັງໜຸ່ມ.

     ຄະນະຈັດຕັ້ງສູນກາງພັກ ໄດ້ເປັນໃຈກາງໃນການປະສານສົມທົບກັບສະຖານທູດຍີ່ປຸ່ນປະຈຳ ສປປ ລາວ, ອົງການໄຈກາ ປະຈຳ ສປປ ລາວ, ຫ້ອງການໃຫຍ່ອົງການໄຈກາ ທີ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ແລະ ສະຖາບັນຄົ້ນຄວ້າແຜນນະໂຍບາຍແຫ່ງຊາດ ຍີ່ປຸ່ນ ຂຽນເປັນໂຄງການນຳສະເໜີຂັ້ນເທິງຂອງທັງສອງຝ່າຍ ເພື່ອຮັບເອົາທຶນຊ່ວຍເຫລືອລ້າຂອງຍີ່ປຸ່ນ ໂດຍຜ່ານອົງການໄຈກາ ປະຈຳ ສປປ ລາວ ມາຈັດຕັ້ງປະຕິບັດເປັນ : ໂຄງການຝຶກອົບຮົມຫົວຂໍ້ສະເພາະພະນັກງານການນຳ, ເຊິ່ງໃນປີ 2017 ໄດ້ທົດລອງຈັດຊຸດຝຶກອົບຮົມ 1 ຊຸດ; ຈາກນັ້ນ, ສອງຝ່າຍຮ່ວມກັນປະເມີນຜົນໄດ້ຮັບຂອງການຝຶກອົບຮົມ ແລ້ວຈຶ່ງສືບຕໍ່ສ້າງເປັນໂຄງການໄລຍະ 3 ປີ (2019-2021). ໄລຍະແຕ່ປີ 2017-2019 ໄດ້ຊັບຊ້ອນເອົາພະນັກງານນຳພາ-ຄຸ້ມຄອງຂັ້ນສູງ, ຮອງເລຂາ-ຮອງລັດຖະມົນຕີ, ຮອງເລຂາ-ຮອງເຈົ້າແຂວງ, ຫົວໜ້າກົມ, ຮອງກົມ ໄປຝຶກອົບຮົມຫົວຂໍ້ສະເພາະ ໄລຍະ 12 ວັນ ແລະ ໄລຍະ 7 ວັນ ຈຳນວນ 45 ສະຫາຍ, ຍິງ 10 ສະຫາຍ. ນອກຈາກນັ້ນ ຍັງໄດ້ກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍຈະໄດ້ສືບຕໍ່ຈັດ​ຊຸ​ດຝຶກອົບຮົມຫົວຂໍ້ສະເພາະໃຫ້ພະນັກງານການ​ນຳ ​ແລະ ພະນັກງານ​ນຳພາ-ຄຸ້ມ​ຄອງ ​ໄລຍະ 7-10 ວັນ, ປີ​ລະ 1-2 ຊຸ​ດ, ຊຸດ​ລະ 15-20 ສະຫາຍ; ​ເນື້ອ​ໃນເລັ່ງໃສ່ຂະແໜງກະສິກຳ, ການທ່ອງທ່ຽວ ​ແລະ​ ອື່ນໆ ​ທີ່​ເຫັນ​ວ່າ​ສຳຄັນ​ຈຳ​ເປັນ​ສຳລັບ ສປປ ລາວ, ສືບ​ຕໍ່​ສັບ​ຊ້ອນ​ເອົາພະນັກງານໜຸ່ມຮຸ່ນສືບທອດ ທີ່ເຮັດວຽກຢູ່ຂົງເຂດການເມືອງ ໄປແລກປ່ຽນບົດຮຽນ​ຢູ່​ປະ​ເທດ​ຍີ່​ປຸ່ນໄລຍະ 5-7 ວັນ, ປີ​ລະ 1 ຊຸ​ດ, ຊຸດ​ລະ 10-15 ສະຫາຍ ຕາມ​ຄວາມ​ເໝາະ​ສົມ.

     ໃນໂອກາດດັ່ງກ່າວ ສະຫາຍ ນ ສີໃສ ລືເດດມູນສອນ ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ໂຄບະຢະຊິ ເຄັນອິຈິ  ທີ່ໄດ້ຖືກແຕ່ງຕັ້ງມາປະຕິບັດໜ້າທີ່ ດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຜູ້ໃໝ່ ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ລາວ ແລະ  ຍີ່ປຸ່ນໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.