ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ ພົບປະແລກປ່ຽນບົດຮຽນ ຜ່ານລະບົບປະຊຸມທາງໄກ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 04/01/2022

ຂ່າວ ແລະ ພາບ: ຄອນຄຳ ໂສລັດຕະນະວົງ

       ເພື່ອສືບຕໍ່ພົວພັນ ແລະ ຮ່ວມມື ລະຫວ່າງ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ, ໃນວັນທີ 4 ມັງກອນ 2022 ທັງສອງຝ່າຍໄດ້ຈັດພິທີພົບປະກັນຜ່ານລະບົບປະຊຸມທາງໄກ ໂດຍມີການນຳຫຼັກແຫຼ່ງຂອງສອງຝ່າຍເຂົ້າຮ່ວມ; ຝ່າຍລາວມີສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ປປ ລາວ ພ້ອມດ້ວຍຄະນະ;  ຝ່າຍຫວຽດນາມມີສະຫາຍ ນາງ ເຈືອງທິມາຍ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ ພ້ອມດ້ວຍຄະນະ.

       ໃນການພົບປະທາງໄກຄັ້ງນີ້ ທັງສອງຝ່າຍໄດ້ຜັດປ່ຽນກັນມີຄຳເຫັນລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ພ້ອມກັບທົບທວນຄືນການພົວພັນຮ່ວມມືໃນບົດບັນທຶກຊ່ວຍຈຳຄັ້ງຜ່ານມາ ແລະ ແລກປ່ຽນບົດຮຽນວິຊາສະເພາະທີ່ສອງຝ່າຍສົນໃຈຮ່ວມກັນ ເພືື່ອເອກະພາບກັນສືບຕໍ່ລົງນາມຂໍ້ຕົກລົງການພົວພັນຮ່ວມມືກັນສອງຝ່າຍໃນ 5 ປີຕໍ່ໜ້າ.

       ໃນຕອນທ້າຍ ໄດ້ມີພິທີເຊັນບົດບັນທຶກການຮ່ວມມື ສົກປີ   2022 - 2026 ລະຫວ່າງ ຄະນະຈັດຕັ້ງສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະຈັດຕັ້ງສູນກາງພັກຄອມມູນິດຫວຽດນາມ ເພື່ອສືບຕໍ່ພົວພັນຮ່ວມມືດ້ານວຽກງານວິຊາສະເພາະ ກໍ່ຄືການປະກອບສ່ວນເຂົ້າໃນວຽກງານລວມເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືຮອບດ້ານ ແບບພິເສດ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ພິເສດແມ່ນສອງຄະນະຈັດຕັ້ງສູນກາງພັກ ທີ່ເປັນສະຫາຍອ້າຍ-ນ້ອງ ເພື່ອນສະມິດໃກ້ຊິດສະໜິດແໜ້ນທີ່ສຸດ ໃຫ້ນັບມື້ນັບມີການຂະຫຍາຍຕົວເຂົ້າສູ່ລວງເລິກກວ່າເກົ່າ.