ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທ​ນ ສ​ປ ຈີນ
ຈຳນວນຜູ້ອ່ານ: 59
ອະນຸມັດວັນທີ: 31/10/2019

      ໃນຕອນບ່າຍຂອງວັນທີ 28 ຕຸລາ 2019 ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານ ຈິ່ງກັງຊານ ສປ ຈີນ ຈຳນວນ 6 ທ່ານ ຊຶ່ງນຳໂດຍທ່ານ ສຈ ເໝີ້ຍຫຼີໝິງ ຜູ້ປະຈຳການ, ຮອງຫົວໜ້າສະຖາບັນກໍ່ສ້າງ ພະນັກ ງານຈິ່ງກັງຊານ ສປ ຈີນ.

      ໃນການມາຢ້ຽມຢາມຂອງຄະນະດັ່ງກ່າວໃນຄັ້ງນີ້ ກໍ່ເພື່ອສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ທີ່ມີແລ້ວນັ້ນໃຫ້ໝັ້ນຄົງ ແລະ ແໜ້ນ ແຟ້ນຂຶ້ນໄປເລື້ອຍໆ ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມກັນທາງດ້ານວຽກງານກໍ່ສ້າງພະນັກງານລະ ຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ; ໃນການພົບປະໂອ້ລົມກັນລະຫວ່າງທ່ານ ວັນໄຊ ພອງສະຫວັນ ແລະ ທ່ານ ສຈ ເໝີ້ຍຫຼີໝິງ ໄດ້ດຳເນີນໄປດ້ວຍດີ ຊຶ່ງຕ່າງຝ່າຍກໍ່ໄດ້ແລກປ່ຽນຄໍາ ຄິດຄຳເຫັນທີ່ເຕັມໄປດ້ວຍເນື້ອໃນສຳຄັນເປັນຕົ້ນ ວຽກງານຝຶກອົບຮົມກໍ່ສ້າງພະນັກງານລາວຢູ່ ສປ ຈີນ, ໃນໂອກາດນີ້ ທ່ານ ວັນໄຊ ພອງສະຫວັນ ຍັງໄດ້ ສະເໜີເອົາພະນັກງານຫຼັກແຫຼ່ງຂອງ ສປປ ລາວ ໄປ ຝືກອົບຮົມຢູ່ ສປ ຈີນ ແລະ ເຊີນເອົາຊ່ຽວຊານຢູ່ ສປ ຈີນ ມາຖ່າຍທອດ, ສິດສອນ ແລະ ຝຶກອົບຮົມໃຫ້ ພະນັກງານຢູ່ ສປປ ລາວ. ເຊິ່ງຕໍ່ຄຳເຫັນດັ່ງກ່າວນັ້ນຝ່າຍ ສປ ຈີນ ກໍ່ໄດ້ຕອບຮັບໃຫ້ການຮ່ວມມືເປັນ ຢ່າງດີ.

      ໃນໂອກາດດັ່ງກ່າວ ທ່ານວັນໄຊ ພອງສະຫວັນ ໄດ້ສະແດງຄວາມຂອບໃຈຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ ຂອງຄະນະຜູ້ແທນ ສປ ຈີນໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບຄວາມ ຮ່ວມມືວຽກງານຮອບດ້ານຢ່າງໃກ້ຊິດຈາກພັກກອມມູນິດຈີນ ກໍຄືສອງພັກສອງລັດ ຈີນ-ລາວເລື້ອຍໆໄປ.