ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບທູດຍີ່ປຸ່ນເຂົ້າອຳລາໜ້າທີ່
ຈຳນວນຜູ້ອ່ານ: 48
ອະນຸມັດວັນທີ: 12/08/2019

    ໃນຕອນບ່າຍວັນທີ 9 ສິງຫາ 2019, ທ່ານ ຈັນສີ ໂພສີຄຳ ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ທາເຄຊິ ຮິກິຮາລະ ເອກອັກຄະຣາຊະທູດຍີ່​ປຸ່ນຜູ້ມີອຳນາດເຕັມ ປະຈຳ ສ​ປ​ປ ລາວ ທີ່ຫ້ອງຮັບແຂກຂອງຄະນະຈັດຕັ້ງສູນກາງພັກ, ພາຍຫຼັງສຳ​ເລັດປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

    ໃນໂອກາດດັ່ງກ່າວ ທ່ານ ຈັນສີ ໂພສີຄຳ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການເຄື່ອນໄຫວຢ່າງຫ້າວຫັນຂອງທ່ານເອກອັກຄະຣາຊະທູດ ໃນການປະກອບສ່ວນເປັນຂົວຕໍ່​ການຮ່ວມມືສາຍພົວພັນສອງຝ່າຍ ລາວ-ຍີ່​ປຸ່ນ ຢ່າງຕັ້ງໜ້າ ໂດຍ​ສະ​ເພາະ​ການຊ່ວຍເຫຼືອວຽກງານພັດທະນາຊັບພະຍາກອນມະນຸດແກ່ ສປປ ລາວ. ຕາງໜ້າໃຫ້ການນຳພັກ-ລັດຖະບານ ແລະ ປະຊາຊົນລາວ ຂໍສະແດງຄວາມຂອບໃຈຕໍ່​ລັດ​ຖະ​ບານ ​ກໍ່​ຄື​ປະ​ຊາ​ຊົນ​ຍີ່​ປຸ່ນທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ ສປ​ປ ລາວ ໄລ​ຍະ​ຜ່ານ​ມາ ແລະ ເຊື່ອໝັ້ນວ່າ ທ່ານທູດພ້ອມດ້ວຍຄະນະຈະສືບຕໍ່ໃຫ້ການຮ່ວມມືສົ່ງເສີມສາຍພົວພັນການ​ທູດອັນດີງາມ ລະຫວ່າງສອງປະເທດ ຍີ່​ປຸ່ນ-ລາວ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ; ພ້ອມທັງອວຍພອນໃຫ້ທ່ານ ທາເຄຊິ ຮິກິຮາລະ ປະສົບຜົນສຳເລັດໃນໜ້າທີ່ໃຫມ່.

    ​ໂອ​ກາດນີ້ ທ່ານເອກອັກຄະຣາຊະທູດຍີ່​ປຸ່ນກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ພັກ​-ລັດ​ຖະ​ບານ​ ແລະ ປະ​ຊາ​ຊົນ ລາວ ​ທີ່​ໃຫ້ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນ ແລະ ໃຫ້​ຄວາມ​ຮ່ວມ​ມື-ອຳ​ນວຍ​ຄວາມ​ສະ​ດວກ​ຕະ​ຫຼອດໄລ​ຍະ​ຂອງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານຢູ່ ສ​ປ​ປ ລາວ ແລະ ມີ​ຄວາມ​ພາກ​ພູມ​ໃຈຕໍ່ຜົນ​ສຳ​ເລັດ​ໃນ​ການ​ພົວ​ພັນຮ່ວມ​ມືຂອງສອງ​ຝ່າຍ.

ໂດຍ: ແສງ​ອາ​ລຸນ