ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ຕ້ອນຮັບການເຂົ້າພົບປະ ຂອງທ່ານເອກອັກຄະລັດຖະທູດ ສປປ ເກົາຫຼີ ປະຈຳ ສປປ ລາວ.
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 08/08/2019

    ​ໃນ​ວັນ​ທີ 7 ສິງຫາ 2018 ທີ່​ສຳນັກງານຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ທ່ານ ວັນໄຊ ພອງສະຫວັນ ຮອງຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ພ້ອມດ້ວຍພະນັກງານຈາກບັນດາກົມກ່ຽວຂ້ອງຈຳນວນໜຶ່ງ​ໄດ້​​ຕ້ອນ ຮັບທ່ານ ລີຢົງຊົນ ເອກອັກຄະລັດຖະທູດ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນໂອກາດທີ່ທ່ານທູດ ສປປ ເກົາຫຼີ ປະຈຳ ສປປລ ເຂົ້າພົບປະເພື່ອແລກປ່ຽນຂໍ້ມູນກ່ຽວກັບວຽກງານຈັດຕັ້ງ.

    ໃນໂອກາດດັ່ງກ່າວ ທ່ານ ວັນໄຊ ພອງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາ ສູງຕໍ່ການພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານລະຫວ່າງສອງຝ່າຍໃນ ຄັ້ງນີ້ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງສອງພັກ, ສອງລັດກໍ່ຄືສອງປະເທດໃຫ້ນັບມື້ແໜ້ນແຟ້ນ ຢ່າງບໍ່ຢຸດຢ້ັງ ແລະ ໝັ້ນຄົງຕະຫຼອດໄປ. ພ້ອມນີ້ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຕໍ່ທ່ານ ທູດ ສປປ ເກົາຫຼີ ປະຈຳ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມືໃນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ກັບ ຄະນະ ຈັດຕັ້ງສູນກາງພັກ ປປ ລາວ ຕາມພາລະບົດບາດໃນການຈັດຕັ້ງປະຕິບັດໜ້າທີ່ປະສານງານ ລະຫວ່າງ ສອງພັກ-ລັດ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆ ໂດຍສະເພາະແມ່ນການປະ ກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງພັກ-ລັດ ແລະ ປະຊາຊົນສອງຊາດ ລາວ ແລະ ເກົາຫຼີ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິ ຜົນສູງຍິ່ງໆຂຶ້ນ.

    ຈາກນັ້ນ ທ່ານ ລີຢົງຊົນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຈິງໃຈແລກ ປ່ຽນຂໍ້ມູນທີ່ໜ້າສົນໃຈ; ພ້ອມນີ້ ທ່ານ ທູດ ຍັງໄດ້ຖາມ-ຕອບແລກປ່ຽນຂໍ້ມູນກ່ຽວກັບວຽກງານຈັດຕັ້ງທີ່ ສອງຝ່າຍສົນໃຈ ແລະ ພ້ອມທີ່ຈະສືບຕໍ່ປະຕິບັດໜ້າທີ່ໃນເວລາດຳລົງຕຳແໜ່ງຢູ່ ສປປ ລາວ ໃຫ້ດີທີ່ສຸດ ເພື່ອປະກອບສ່ວນເພີ່ມພູມຄູນສ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢ້ັງ ແລະ ໝັ້ນຄົງຕະຫຼອດໄປ.

ໂດຍ: ສໍ​ສົດ​ໃສ