ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ທ່ານ ຈັນສີ ໂພສີຄໍາ ເຂົ້າຮ່ວມວາງສີລາລຶກການກໍ່ສ້າງຫໍຫຼັກເມືອງແຂວງໄຊຍະບູລີ
ຈຳນວນຜູ້ອ່ານ: 56
ອະນຸມັດວັນທີ: 26/03/2018

        ໃນຕອນເຊົ້າຂອງວັນທີ 20 ມີນາ 2018 ທ່ານ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ເປັນກຽດເຂົ້າຮ່ວມພິທີວາງສີລາລຶກການກໍ່ສ້າງຫໍຫຼັກເມືອງ ຢູ່ບ້ານທ່ານາ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ  ແລະ ໄດ້ມີ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ພ້ອມດ້ວຍບັນດາການນໍາຂອງແຂວງ, ເມືອງ, ບ້ານ ແລະ ປະຊາຊົນຊາວເມືອງໄຊຍະບູລີເຂົ້າຮ່ວມ.

       ທ່ານ ຈັນທີ ສີມະນີຈັນ ຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວແຂວງ ໄດ້ກ່າວວ່າ ໂຄງການສ້າງຫໍຫຼັກເມືອງໄຊຍະບູລີ ໄດ້ດໍາເນີນການກໍ່ສ້າງມາແຕ່ຕົ້ນເດືອນ ມີນາ ປີ 2018, ໃນເນື້ອທີ່ 1,5 ເຮັກຕາ ແລະ ຄາດວ່າຈະໃຫ້ສໍາເລັດໃນທ້າຍປີ 2019 ໂດຍແມ່ນບໍລິສັດສໍມະນີວົງ ກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງ, ໃນມູນຄ່າ 8 ຕື້ 390 ລ້ານກີບ, ໂດຍທຶນງົບປະມານພັດທະນາທ້ອງຖິ່ນ ແລະ ທຶນປຸກລະດົມຂອງແຂວງ; ຫໍຫຼັກເມືອງດັ່ງກ່າວແມ່ນໄດ້ນໍາເອົາສະຖາປັດຕະຍະກໍາສິນທີ່ເປັນເອກະລັກທາງດ້ານວັດທະນະທໍາ, ຄວາມອຸດົມຮັ່ງມີທາງດ້ານວັດທະນະທໍາປະຫວັດສາດບັນດາເຜົ່າມາລວມຢູ່ໃນຫໍຫຼັກເມືອງ ມີລັກສະນະເປັນຫໍປະສາດ, ມີ 4 ໜ້າ, 4 ດ້ານ, ປະດັບປະດາໄປດ້ວຍດອກດວງລວດລາຍສະທ້ອນໃຫ້ເຫັນເຖິງການດໍາລົງຊີວິດຮີດຄອງປະເພນີອັນດີງາມ, ພິເສດແມ່ນມີຮູບຊ້າງເຊິ່ງເປັນສັນຍາລັກຂອງແຂວງໄຊຍະບູລີ.

       ຈາກນັ້ນ ທ່ານ ຈັນສີ ໂພສີຄໍາ ພ້ອມດ້ວຍການນໍາຂອງແຂວງ ໄດ້ຮ່ວມກັນວາງສີລາລຶກດ້ວຍການຊ້ວນຊາຍ 9 ຊ້ວນ, ລັ່ນຄ້ອງ 9 ບາດ ແລະ ຕັດແຖບຜ້າ, ປ່ອຍປຸມເປົ້າ ເພື່ອເລີ່ມການກໍ່ສ້າງຫໍຫຼັກເມືອງຂອງແຂວງໄຊຍະບູລີຢ່າງເປັນທາງການ.

ຂ່າວ: ຈັນລາຕີ