ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈໍາປີ 2017 ແຂວງໄຊຍະບູລີ
ຈຳນວນຜູ້ອ່ານ: 75
ອະນຸມັດວັນທີ: 26/03/2018

        ໃນວັນທີ 19 ມີນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມສະຖາບັນການເມືອງ-ການປົກຄອງແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ປະຈຳປີ 2017 ທົ່ວແຂວງໄຊຍະບູລີຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຈາກ ສະຫາຍ ຈັນສີ ໂພສີຄໍາ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ  ມີບັນດາກຳມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ເລຂາ, ຮອງເລຂາພັກເມືອງ, ເລຂາຮອງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສໍານັກງານ-ອົງການ, ລັດວິສາຫະກິດອອ້ອມຂ້າງແຂວງ, ຫົວໜ້າ ແລະ ຮອງຫົວໜ້າບັນດາອົງການຈັດຕັ້ງມະຫາຊົນ, ຫົວໜ້າຄະນະຈັດຕັ້ງເມືອງ ແລະ ພະນັກງານຈັດຕັ້ງແຂວງເຂົ້າຮ່ວມ.

      ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນສະຫຼຸບຕີລາຄາຄືນຄວາມຮັບຜິດຊອບການເມືອງຂອງຄະນະພັກຂັ້ນຕ່າງໆໃນການຈັດຕັ້ງປະຕິບັດບັນດາຄາດໝາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ X ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງ​ແຂວງ​ໄຊ​ຍະ​ບູລີ ​ໃນ​ໜຶ່ງ​ປີຜ່ານມາ, ມີ​ດ້ານ​ດີ, ດ້ານ​ອອ່ນຄົງ​ຄ້າງ ​ແລະ ສາ​ເຫດ​ຕົ້ນ​ຕໍ​ຄື​ແນວ​ໃດ ພ້ອມ​ກັນ​ນີ້​ກໍ​ກໍານົດ​ທິດ​ທາງ​ໜ້າ​ທີ່​ໃນ​ປີ 2018 ​ແນ່​ໃສ່​ປັບປຸງ ​ແລະ ສ້າງ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ.

       ຕອນທ້າຍກອງປະຊຸມ ສະຫາຍ ຈັນສີ ໂພສີຄໍາ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນຂອງແຂວງເອົາໃຈໃສ່ບາງບັນຫາດັ່ງນີ້:  

        ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ: ໃຫ້ສຶບຕໍ່​ຄົ້ນຄ້ວາ​ເຊື່ອມ​ຊຶມ ​ແລະ ປະຕິບັດ​ກົດ​ລະບຽບ​ຂອງ​ພັກ, ກົດໝາຍ​ລັດຖະກອນ ແລະ ປະຕິບັດ​ລັດຖະທໍາ​ມະນູນ​ກົດໝາຍ​ຕ່າງໆ​ໃຫ້​ເຂັ້ມ​ງວດ. ສຶບຕໍ່​ຜັນ​ຂະ ຫຍາຍ​ຜົນ​ສໍາ​ເລັດ​ບັ້ນ​ດໍາ​ເນີນ​ດໍາ​ເນີ​ນຊີວິດ​ການ​ເມືອງປັບປຸງ​ປົວ​ແປງ​ພັກ​ທົ່ວ​ອົງຄະ​ນະ​ພັກ ​ໃນປີ 2017, ໃນ​​ແຕ່ລະ​ 3 ​ເດືອນ, 6 ​ເດືອນ​ແຕ່ລະ​ປີ ຕ້ອງ​ມີ​ການ​ສະຫຼຸບຕີ​ລາຄາ​ການ​ນໍາພາລວມ ​ແລະ ບຸກຄົນ​ພາຍ​ໃນ​ຄະນະ​ພັກ, ສະມາຊິກ​ພັກ​ພ້ອມ​ກັນ​ຊອກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ຕັ້ງໜ້າ​ເພື່ອ​ສຶບຕໍ່​ຜັນ​ຂະຫຍາຍ, ​ເຫັນ​ໄດ້​ດ້ານອອ່ນຄົງ​ຄ້າງ ​ແລະ ບັນຫາ​ທີ່​ເປັນ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ ພ້ອມ​ກັນ​ແກ້ໄຂ​ຢ່າງ​ທັນ​ການ.

        ການ​ກໍ່​ສ້າງ​ພັກ​ທາງ​ດ້ານ​ການຈັດຕັ້ງ: ການ​ຂະຫຍາຍ​ສະມາຊິກ​ພັກ​ໃໝ່ ​ຕ້ອງ​ຖືກຕາມທິດ​ນໍາ​ໃນ​ການ​ກໍ່ສ້າງ​ພັກ ຄື: 1. ການຂະຫຍາຍ​ພັກ​ຕ້ອງ​​ຖືຄຸນ​ນະພາ​ບ​ເປັນ​ກົກ; 2. ຂະຫຍາຍ​ພັກ​ຕ້ອງຖືກ​ທິດ​ທາງ 3.ການ​ຂະຫຍາຍ​ພັກ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ພັກ. 4 ການ​ຂະຫຍາຍ​ພັກ​ຕ້ອງ​ຢູ່​ໃນ​ຂະ​ບວນການ​ຂອງ​ມະຫາຊົນ. ການ​ປັບປຸງ​ຮາກ​ຖານ​ພັກຄາດ​ໝາຍ​ສູ້ຊົນ​ແມ່ນ​ໃຫ້​ແຕ່ລະ​ໜ່ວຍ​ພັກກາຍ​ເປັນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ. ຄະນະ​ພັກ​ແຕ່ລະ​ຂັ້ນ, ສະມາຊິກ​ພັກ​ແຕ່​ລະສະ​ຫາຍ ຕ້ອງ​ໄດ້​ຄົ້ນຄ້ວາ​ເຊື່ອມ​ຊຶມ ​ແລະ ປະຕິບັດ​ຕາມ​ເນື້ອ​ໃນ​ຂອງ​ຄໍາ​ສັ່ງ 01 ຂອງ​ກົມ​ການ​ເມືອງ​ສູນ​ກາ​ງພັກ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​​ການ​ກໍ່ສ້າງ​ໜ່ວຍ​ພັກ​ປ​ອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ. ໜ່ວຍ​ພັກ​ຕ້ອງ​ສ້າງ​ແຜນການ​ກໍ່​ສ້າງ​ໜ່ວຍ​ພັກ​ຂອງ​ຕົນ​​ໃຫ້ກາຍ​ເປັນ​ໜ່ວຍ​ພັກປ​ອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ. ​ ​ຫຼັງຈາກ​ນັ້ນກໍ່​ສູ້​ຊົນ​ຈັດຕັ້ງປະຕິບັດ​ຕາມ​ແຜນ​ດັ່ງກ່າວ ​ແຕ່ລະ​ປີ​ແຕ່ລະ​ໜ່ວຍ​ພັກ​ຕ້ອງ​ໄດ້​ມີ​ການ​ປະ​ເມີນ​ຜົນ​ການ​ປະຕິ​ບັດ​ໄປ​ຕາມ​ແຜນການ​ຫຼືບໍ່ ມີ​ດ້ານ​ໃດ​ເຮັດ​​ໄດ້ ​ແລະ ດ້ານ​ໃດ​ເຮັດ​ບໍ່​ໄດ້​ຕ້ອງ​ມີການ​ປະ​ເມີນ​ແຕ່ລະ​ປີ. ຄະນະ​ພັກຂັ້ນ​ເທິງ​ຕ້ອງ​ເພີ່ມ​ທະວີ​ການ​ຊີ້​ນໍາ-ນໍາພາ, ຕິດຕາມ​ກວດກາ, ຊຸກ​ຍູ້​ໃນ​ການ​ປະຕິບັດແຜນ.

        ການ​ປັບປຸງກົງຈັກ​ການຈັດຕັ້ງຕ້ອງ​ກໍາ​ແໜ້ນ​ທັດສະນະ​ຂອງ​ພັກ​ຕາມ​ທິດ​ກະທັດ​ຮັດ​ສົມ​ເຫດ​ສົມ​ຜົນ, ບັນດາ​ຂະ​ແໜງ​ການຂັ້ນ​ແຂວງ, ຂັ້ນ​ເມືອງ ​ແລະ ທຽບ​ເທົ່າຕ້ອງ​ສຶບຕໍ່​ຄົ້ນຄ້ວາ, ກໍານົດ​ພາລະ​ບົດບາດ, ໜ້າ​ທີ່​ຄວາມ​ຮັບຜິດຊອບ, ສິດຂອງ​ຕົນ​ໃຫ້​ຈະ​ແຈ້ງຮັດກຸມ ​​ແລ້ວຈິ່ງ​ກໍານົດ​ໂຄງ​ຮ່າງ​ການຈັດຕັ້ງ, ກໍານົດ​ຕໍາ​ແໜ່​ງງານ​ຕ່າງໆ​ໃຫ້​ເໝາະ​ສົມ.

​​        ຄະນະ​ພັກ​ແຕ່ລະ​ຂັ້ນຕ້ອງເພີ່ມ​ທະວີ​ການ​ຊີ້​ນໍາ-​ນໍາພາ​ວຽກ​ງານ​ຈັດຕັ້ງ, ກໍ່ສ້າງ​ພັກ-ພະນັກງານ ​ຢ່າງ​​ໃກ້​ຊິດ, ຕິດ​ແທດ​ຫຼາຍກວ່າ​ເກົ່າ. ຜູ້​ທີ່​ເຮັດວຽກ​ງານ​ຂົງ​ເຂດຈັດຕັ້ງກໍ່​ຕ້ອງ​ມີຄວາມບຸກບືນ​ກ້າວ​ຂຶ້ນ ພັດທະນາຕົນ​ເອງ​ໃນ​ທຸກ​ດ້ານ​ ​​ເພື່ອ​ສາມາດເຮັດ​ຫຼ້ອນໜ້າ​ທີ່​ການ​ເມືອງ​ທີ່​ພັກ ​ແລະ ລັດ​ມອບ​ໝາຍ​ໃຫ້ ຄະນະ​ຈັດຕັ້ງ​ແຂວງ, ຫ້ອງການ​ຈັດຕັ້ງ​ເມືອງ ​ແລະ ຜູ້​ເຮັດວຽກ​ງານ​ຈັດຕັ້ງ​ແຕ່ລະ​ຂະ​ແໜງ​ການ​ຂອງ​ແຂວງ, ຂອງ​ເມືອງ​ຈະ​ໄດ້​ສຶບຕໍ່​ຄົ້ນຄ້ວາ​ກໍາ​ແໜ້ນ​ພາລະ​ບົດບາດ, ສິດ​ໜ້າ​ທີ່​ຢ່າງ​ລະອຽດ​ຈະ​ແຈ້ງ ​ເພື່ອສອດ​ຄອ່ງກັບ​ໜ້າ​ທີ່​ການ​ເມືອງ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວຽກ​ງານ​ໃນ​ປະຈຸ​ບັນ.​

ຂ່າວ: ຈັນລາຕີ