ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ທິດຊີ້ນຳວຽກງານຈັດຕັ້ງ ປີ 2024 ແລະ ແຕ່ນີ້ຫາກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ
ຈຳນວນຜູ້ອ່ານ: 596
ອະນຸມັດວັນທີ: 07/02/2024

       ໂດຍ: ຄອນຄຳ ໂສລັດຕະນະວົງ

     ໃນໂອກາດເຂົ້າຮ່ວມພິທີປິດກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2023 ຄັ້ງວັນທີ 24 ມັງກອນ 2024, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍໄດ້ເນັ້ນໃຫ້ຜູ້ທີ່ເຮັດວຽກງານຈັດຕັ້ງທົ່ວປະເທດ ເອົາໃຈໃສ່ໃນການເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນ ກໍ່ຄືການເປັນເສນາທິການໃຫ້ສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນປີ 2024 ແລະ ແຕ່ນີ້ຫາກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ບາງວຽກງານ ດັ່ງນີ້:

  1. ວຽກງານກໍ່ສ້າງພັກ.

       ກ່ຽວກັບການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ: ໃນເງື່ອນໄຂສະພາບການຂອງປະເທດເຮົາປະຈຸບັນ, ຄະນະພັກແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ເຂົ້າໃຈ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ປະເທດເຮົາ; ບົນພື້ນຖານດັ່ງກ່າວ ປຸກລະດົມ ຊຸກຍູ້ສະມາຊິກພັກ, ພະນັກງານ ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການຜະລິດ, ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ຜະລິດເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າໃຫ້ຫຼາຍ ຕາມທ່າແຮງແຕ່ລະບ່ອນ; ຕັ້ງໜ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມາດຕະການປະຢັດແຫ່ງຊາດ ແລະ ຕ້ານການຟູມເຟືອຍ; ສ້າງແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດໃຫ້ສອດຄ່ອງກັບສະພາບການໃໝ່, ພ້ອມທັງມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ການໂຄສະນາໃສ່ຮ້າຍປ້າຍສີຂອງພວກຄົນບໍ່ດີ, ຖືສໍາຄັນການສຶກສາອົບຮົມມູນເຊື້ອອັນດີງາມຂອງພັກ ຕິດພັນກັບການສຶກສາອົບຮົມຄຸນສົມບັດສິນທໍາປະຕິວັດ ເພື່ອສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ທີ່ຢູ່ໃນຄວາມຮັບຜິດຊອບ ມີຄວາມອຸ່ນອຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ພ້ອມກັນບຸກບືນ, ແຂ່ງຂັນປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ, ຕີຖອຍແນວຄິດເອື່ອຍອີງ, ຂາດຄວາມຮັບຜິດຊອບ ແລະ ອື່ນໆ.

       ວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ: ກ່ອນອື່ນໝົດ ຄະນະຈັດຕັ້ງສູນກາງພັກ ກໍ່ຄືຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ກົມຈັດຕັ້ງກະຊວງ-ອົງການ ຕ້ອງສືບຕໍ່ເປັນເສນາທິການໃນການຕິດຕາມ, ຊຸກຍູ້ແຕ່ລະຮາກຖານພັກ ໃນການເຄື່ອນໄຫວນໍາພາຕາມສິດ ແລະ ໜ້າທີ່ ທີ່ກໍານົດໄວ້ໃນກົດລະບຽບຂອງພັກ; ສຸມໃສ່ການກະກຽມດໍາເນີນກອງປະຊຸມໃຫຍ່ຮາກຖານພັກບ້ານ ແລະ ການເລືອກຕັ້ງນາຍບ້ານ ໃຫ້ໄປຕາມທິດ ເລຂາໜ່ວຍພັກຄວບຕໍາແໜ່ງເປັນນາຍບ້ານ; ບ່ອນທີ່ສໍາເລັດກອງປະຊຸມໃຫຍ່ແລ້ວ ຖ້າມີຄວາມຈໍາເປັນ ກໍ່ຮີບຮ້ອນປັບປຸງໃຫ້ສອດຄ່ອງ ເພື່ອຮັບປະກັນການນຳພາ, ຄຸ້ມຄອງທີ່ເຂັ້ມແຂງຢູ່ຂັ້ນຮາກຖານພັກ ລວມທັງໜ່ວຍພັກ ແລະ ຄະນະພັກຮາກຖານກຸ່ມບ້ານ ເພື່ອສາມາດຮອງຮັບ ເປັນອົງຄະນະພັກຕາແສງ ໃນອະນາຄົດ; ຕໍ່ກັບບັນຫາດັ່ງກ່າວ ກົມວິຊາການຂອງຄະນະຈັດຕັ້ງສູນກາງພັກ ຕ້ອງໄດ້ກະກຽມຄວາມພ້ອມແຕ່ຫົວທີໃນການສ້າງນິຕິກໍາກ່ຽວກັບພາລະບົດບາດ, ໜ້າທີ່ຂອງອົງຄະນະພັກຕາແສງ ໂດຍອີງໃສ່ຂໍ້ກໍານົດເລກທີ 416/ຄລສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ແລະ ບ້ານໃຫຍ່ ເບິ່ງວ່າມີບັນຫາໃດທີ່ຕ້ອງໄດ້ປັບປຸງເພີ່ມເຕີມ ແລະ ອັນສອດຄ່ອງທີ່ຈະສືບຕໍ່ນໍາໃຊ້.

       ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນເມືອງ, ຂັ້ນແຂວງ ແລະ ກະຊວງ-ອົງການ ແມ່ນໃຫ້ສຸມໃສ່ປະຕິບັດ 3 ວຽກຕົ້ນຕໍຄື: 1. ວຽກງານຂະບວນການ ຕ້ອງສຸມໃສ່ນໍາພາຍູ້ຂະບວນການຮອບດ້ານໃຫ້ແຂງແຮງ, ໃຫ້ຟົດຟື້ນ, ຕໍ່ເນື່ອງ  ເປັນຕົ້ນແມ່ນ ການສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກ ໃຫ້ບັນລຸຕາມລະດັບຄາດໝາຍ, ຂະບວນການປະຕິບັດ 2 ວາລະແຫ່ງຊາດ ແລະ ອື່ນໆ ທັງໝົດນີ້ ຕ້ອງໃຫ້ເປັນຂອງມະຫາຊົນ, ມີການເຂົ້າຮ່ວມຂອງມະຫາຊົນຢ່າງກວ້າງຂວາງ; 2. ວຽກກະກຽມດ້ານເນື້ອໃນ ຕ້ອງເລິກເຊິ່ງແທດກັບຕົວຈິງ, ສ່ອງແສງເຖິງຄວາມເປັນຈິງ ແຕ່ຮາກຖານຂຶ້ນມາ ແລະ ສາມາດປະຕິບັດໄດ້; ໃຫ້ເປັນບ່ອນອີງທີ່ມີລັກສະນະຫຼັກການ ໃນການປະຕິບັດຂອງການຈັດຕັ້ງພັກທຸກຂັ້ນ; 3. ການກະກຽມບຸກຄະລາກອນ ຕ້ອງລະອຽດຮອບຄອບ, ຕ້ອງເປີດບັ້ນດໍາເນີນຊີວິດການເມືອງໃຫ້ເລິກເຊິ່ງ, ກວດກາຕີລາຄາຄວາມຮັບຜິດຊອບຂອງໝູ່ຄະນະ, ຂອງບຸກຄົນໃນຄະນະພັກ ແລະ ພະນັກງານຫຼັກແຫຼ່ງ-ສະມາຊິກພັກ ໃຫ້ຖືກຕ້ອງ; ສ້າງ ແລະ ເລືອກເຟັ້ນເອົາບຸກຄະລາກອນ ຈາກຂະບວນການວຽກງານຕົວຈິງຢູ່ຮາກຖານ ເພື່ອສະໝັກເຂົ້າໃນໂຄງປະກອບຄະນະພັກຊຸດໃໝ່ ຕາມທິດຫັນເປັນໜຸ່ມ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂ, ຕິດພັນກັບການປັບປຸງກົງຈັກຂັ້ນຕ່າງໆ; ສະເພາະຮາກຖານພັກ ທີ່ໄດ້ເປີດກອງປະຊຸມໃຫຍ່ສຳເລັດແລ້ວ ແມ່ນໃຫ້ສືບຕໍ່ປັບປຸງພາລະບົດບາດ, ແບບແຜນວິທີເຮັດວຽກ, ການແບ່ງງານພາຍໃນຄະນະໜ່ວຍພັກໃຫ້ສອດຄ່ອງຕາມຄວາມຮູ້, ຄວາມສາມາດຂອງແຕ່ລະສະຫາຍ; ຕ້ອງສ້າງແຜນການຝຶກອົບຮົມ ເພື່ອຍົກຂີດຄວາມສາມາດໃນການນໍາພາຂອງຄະນະໜ່ວຍພັກ.

       ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ຂ້າພະເຈົ້າ ໄດ້ຮັບການລາຍງານວ່າຄະນະຈັດຕັ້ງສູນກາງພັກ ກໍາລັງຄົ້ນຄວ້າເພື່ອປັບປຸງຄໍາສັ່ງ, ຄໍາແນະນໍາ ແລະ ໃນກອງປະຊຸມຄັ້ງນີ້ ພວກສະຫາຍໄດ້ເອົາຮ່າງຄໍາແນະນໍາເພີ່ມເຕີມ ມາທາບທາມຄວາມຄິດເຫັນຂອງຜູ້ແທນກອງປະຊຸມ. ສະນັ້ນ, ພາຍຫຼັງຜູ້ແທນປະກອບຄໍາເຫັນແລ້ວ ມອບໃຫ້ຄະນະຈັດຕັ້ງສູນກາງພັກ ສືບຕໍ່ປັບປຸງ ແລະ ນໍາມາລາຍງານຂ້າພະເຈົ້າ ກ່ອນທີ່ຄະນະຈັດຕັ້ງຈະລົງລາຍເຊັນ ເພື່ອນໍາໃຊ້.

       ກ່ຽວກັບວຽກງານຂະຫຍາຍພັກ ສະເໜີໃຫ້ບັນດາສະຫາຍ ຄົ້ນຄວ້າ ອອກນິຕິກຳ ກ່ຽວກັບວຽກງານຂະຫຍາຍພັກຢູ່ຂົງເຂດເສດຖະກິດ, ຫົວໜ່ວຍທຸລະກິດ, ວິສາຫະກິດເອກະຊົນ; ຕໍ່ບັນຫານີ້ ຄະນະຈັດຕັ້ງສູນກາງພັກ ຕ້ອງເປັນໃຈກາງ ແລະ ພິຈາລະນາຄວາມເປັນໄປໄດ້ເພື່ອນໍາສະເໜີ ໃຫ້ສູນກາງພັກ ຫຼື ລັດຖະບານ ອອກແຈ້ງການໃດ   ໜຶ່ງ ກ່ຽວກັບໃຫ້ບັນດາຫົວໜ່ວຍເສດຖະກິດ ຢູ່ປະເທດເຮົາ ຕ້ອງໃຫ້ມີການຈັດຕັ້ງລະບົບການເມືອງໃດໜຶ່ງ ຈັດຕັ້ງຂຶ້ນໃນຫົວໜ່ວຍເສດຖະກິດຂອງຕົນ; ບົນພື້ນຖານນິຕິກໍາດັ່ງກ່າວ ຄະນະຈັດຕັ້ງສົມທົບການຈັດຕັ້ງມະຫາຊົນ ທີ່ກ່ຽວຂ້ອງລົງຂົນຂວາຍສ້າງຕັ້ງຕົວຈິງຢູ່ບັນດາຫົວໜ່ວຍວິສາຫະກິດ; ການຂະຫຍາຍພັກ ເປັນວຽກງານທີ່ມີຄວາມສໍາຄັນ, ການຂະຫຍາຍພັກ ແມ່ນເພື່ອຊອກເຫັນເປົ້າໝາຍທີ່ມີຄວາມຂະຫຍັນ, ຫ້າວຫັນ, ດີເດັ່ນກວ່າໝູ່ ເພື່ືອສຶກສາອົບຮົມກໍ່ສ້າງ ແລ້ວຂະຫຍາຍເຂົ້າພັກ ຕາມລະບຽບຂັ້ນຕອນທີ່ກໍານົດໄວ້ໃນກົດລະບຽບພັກ; ສະນັ້ນ ການຂະຫຍາຍພັກ ຈິ່ງມີຈຸດເລັງສະເພາະ ແນໃສ່ແຈກຢາຍກໍາລັງຂອງພັກໃຫ້ທົ່ວເຖິງທຸກຂົງເຂດຊີວິດຂອງສັງຄົມ; ສະນັ້ນ ຈິ່ງມອບໃຫ້ຄະນະຈັດຕັ້ງສູນກາງພັກ ຄົ້ນຄວ້າໃຫ້ລະອຽດຕື່ມ ອາດຈັດໃຫ້ມີກອງປະຊຸມຮ່ວມກັບຄະນະກວດກາສູນກາງພັກ ແລະ ພາກສ່ວນກ່ຽວ ຂ້ອງອື່ນ ຈຶ່ງສະຫຼຸບຖອດຖອນບົດຮຽນ ກ້າວເຖິງການສ້າງ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ມີຄວາມຊັດເຈນກວ່າເກົ່າ.

       ກ່ຽວກັບການປັບປຸງ, ຍົກສູງຄວາມສາມາດຂອງຄະນະໜວ່ຍພັກ ແມ່ນມອບຄວາມຮັບຜິດຊອບໃຫ້ຄະນະພັກທຸກຂັ້ນ (ແຂວງ, ນະຄອນຫຼວງ, ກະຊວງ-ອົງການ) ເປັນເຈົ້າການໃນການສ້າງແຜນການ, ງົບປະມານ ໃນການຈັດຕັ້ງເຝິກອົບຮົມໃຫ້ບັນດາຄະນະໜ່ວຍພັກບ້ານ, ໜ່ວຍພັກຫ້ອງການ, ຂະແໜງການອ້ອມຂ້າງ ຂັ້ນເມືອງ, ຂັ້ນແຂວງ ແລະ ກະຊວງ-ອົງການຂອງຕົນ, ສ່ວນເນື້ອໃນເຝິກອົບຮົມ ແມ່ນໃຫ້ສົມທົບກັບຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ.

       ການກໍ່ສ້າງພັກທາງດ້ານແບບແຜນນໍາພາ:  ແມ່ນໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ສ້າງແບບແຜນເຮັດວຽກ ທີ່ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ທຸກບັນຫາສໍາຄັນຕ້ອງໄດ້ຮັບການປຶກສາຫາລື ຕົກລົງເປັນໝູ່ຄະນະ, ການນໍາພາເປັນໝູ່ຄະນະ ບໍ່ໄດ້ໝາຍຄວາມວ່າ ທຸກອັນກິໆກີໆ ຕ້ອງໄດ້ປະຊຸມທັງໝົດ; ໝູ່ຄະນະຈະປະຊຸມກັນ ກໍຕໍ່ເມື່ອມີບັນຫາໃໝ່ເກີດຂຶ້ນເທົ່ານັ້ນ, ບັນຫາໃດທີ່ໝູ່ຄະນະໄດ້ມີຄໍາເຫັນຊີ້ນໍາ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບໄປແລ້ວ, ສະຫາຍດັ່ງກ່າວຕ້ອງເສີມຂະຫຍາຍຄວາມຮັບຜິດຊອບ ແລະ ລັກສະນະປະດິດສ້າງໃນການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ; ບໍ່ໃຫ້ເອື່ອຍອີງໃສ່ແຕ່ໝູ່ຄະນະອີກ; ຕ້ອງສ້າງແບບແຜນເຮັດວຽກ ເຮັດແທ້ທໍາຈິງ; ຕ້ອງຫັນແນວທາງ, ມະຕິ, ຄໍາສັ່ງຂອງພັກ ມາເປັນໂຄງການດໍາເນີນງານໃນຂັ້ນຂອງຕົນ;

2. ວຽກງານພະນັກງານ.

       ອົງຄະນະພັກ ແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ເຜີຍແຜ່, ເຊື່ອມຊຶມ ບັນດານິຕິກຳກ່ຽວກັບວຽກງານພະນັກງານ ທີ່ສູນກາງພັກວາງອອກ ເປັນຕົ້ນແມ່ນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ ວ່າດ້ວຍການຕີລາຄາພະນັກງານ, ມະຕິ ເລກທີ 04/ຄບສພ ແລະ ມະຕິເລກທີ 13/ກມສພ ວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ຕໍ່ບັນດາມະຕິດັ່ງກ່າວ ໃຫ້ເລິກເຊິ່ງ ເພື່ອໃຫ້ສະມາຊິກພັກ, ພະນັກງານຮັບຮູ້, ກໍາແໜ້ນ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ; ໃນນີ້ ຄະນະຈັດຕັ້ງແຕ່ລະຂັ້ນ, ກົມຈັດຕັ້ງກະຊວງ-ອົງການ ຕ້ອງເປັນເສນາທິການໃຫ້ແກ່ຄະນະພັກໃນການກະກຽມເນື້ອໃນ ແລະ ບັນດາເງື່ອນໄຂຕ່າງໆ ສໍາລັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ຢູ່ຂັ້ນຕົນ ແນໃສ່ຮັບປະກັນໃຫ້ວຽກງານຄຸ້ມຄອງພະນັກງານເຂົ້າສູ່ລວງເລິກ ແລະ ໄດ້ຮັບການຈັດຕັ້ງປະຕິບັດມີຄວາມສັກສິດ;

          - ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ປະເມີນພະນັກງານ ຕາມຂັ້ນຕອນ ແລະ ລະບຽບການທີ່ກໍານົດໄວ້ ແລະ ຖືເອົາການປະເມີນຜົນເປັນຂໍ້ມູນ ເພື່ອສຶກສາອົບຮົມ, ບໍາລຸງ-ກໍ່ສ້າງໃນດ້ານຕ່າງໆ ແລະ ເປັນຂໍ້ມູນໃນການຈັດວາງ, ສັບຊ້ອນພະນັກງານ.

          - ສົມທົບກັບກະຊວງພາຍໃນ ເພື່ອຄົ້ນຄວ້າສ້າງນິຕິກໍາທີ່ເປັນບ່ອນອີງໃນການສອບເສັງຕໍາແໜ່ງບໍລິຫານ ຢູ່ສູນກາງ ແລະ ທ້ອງຖິ່ນ; ຄະນະຈັດຕັ້ງສູນກາງພັກ ຕ້ອງເປັນເຈົ້າການແຕ່ຫົວທີ ສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບການສ້າງແຜນກໍານົດພະນັກງານນໍາພາຍຸດທະສາດຂອງພັກ ແລະ ສືບຕໍ່ເປັນເສນາທິການໃນການຈັດຕັ້ງປະຕິບັດລະບອບ ຄົ້ນຄວ້າຮໍ່າຮຽນລວມໝູ່ ໃຫ້ເປັນປົກກະຕິ ແລະ ທົ່ວເຖິງ.

          - ອີກບັນຫາໜຶ່ງທີ່ສໍາຄັນໃນວຽກງານກໍ່ສ້າງພະນັກງານ ແມ່ນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາສັ່ງ ເລກທີ 416/ຄລສພ, ລົງວັນທີ 08 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄໍາແນະນໍາ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເພື່ອກະກຽມບຸກຄະລາກອນເຂົ້າໃນຄະນະພັກຂັ້ນຕ່າງໆ ຮັບປະກັນຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.

3. ວຽກງານປັບປຸງກົງຈັກການຈັດຕັ້ງ.

       ຄະນະຈັດຕັ້ງສູນກາງພັກ ສົມທົບກັບກະຊວງພາຍໃນ ກະກຽມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຜ່ານມາ, ພ້ອມທັງຄົ້ນຄວ້າກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາ ເພື່ອເປັນບ່ອນອີງໃນການປັບປຸງກົງຈັກການຈັດຕັ້ງໃນຕໍ່ໜ້າ ໃຫ້ຮັບປະກັນຕາມທິດກະທັດຮັດແຕ່ມີຄຸນນະພາບ; ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາວຽກງານກໍ່ສ້າງພັກ, ໃນນີ້ ໃຫ້ເອົາໃຈໃສ່ຕື່ມການຄົ້ນຄວ້າໂຄງປະກອບ ແລະ ການເຄື່ອນໄຫວຂອງບັນດາຮາກຖານພັກ ສໍານັກງານ-ອົງການ ໂດຍສະເພາະ ບັນດາຮາກຖານພັກຂອງດ່ານສາກົນ ໃຫ້ມີຄວາມຊັດເຈນ.

       ອີກບັນຫາໜຶ່ງໃນວຽກງານປັບປຸງກົງຈັກການຈັດຕັ້ງ ຜ່ານມາເຫັນວ່າ ກົງຈັກການຈັດຕັ້ງຂອງພັກ ແລະ ກົງຈັກການຈັດຕັ້ງຂອງລັດ ຍັງບໍ່ທັນລ່ອງຊ່ອງນໍາກັນເທົ່າທີ່ຄວນ. ສະນັ້ນ, ຈຶ່ງມອບໃຫ້ຄະນະຈັດຕັ້ງສູນກາງພັກ  ເປັນເຈົ້າການແຕ່ຫົວທີໃນການຈັດຕັ້ງຜັນຂະຫຍາຍ ມະຕິ 05/ຄບສພ, ລົງວັນທີ 05 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຮງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ແລະ ແຜນດໍາເນີນງານ ເລກທີ 432/ຄລສພ, ລົງວັນທີ 08 ກັນຍາ 2023 ໃນຄວາມຮັບຜິດຊອບໂດຍກົງ ແລະ ມີສ່ວນຮ່ວມຂອງຄະນະຈັດຕັ້ງສູນກາງພັກ ເປັນຕົ້ນ ສົມທົບແຕ່ຫົວທີກັບ ຄະນະກວດກາສູນກາງພັກ ໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ແລະ ຮ່າງກົດລະບຽບພັກ ສະໄໝທີ XII; ລະບອບດໍາເນີນຊີວິດການເມືອງ ຕິດພັນກັບການລົງຄະແນນສຽງໄວ້ວາງໃຈຕໍ່ຜູ້ດໍາລົງຕໍາແໜ່ງຂັ້ນຕ່າງໆ ແລະ ການກວດກາ, ລົງວິໄນ ຕໍ່ສະມາຊິກພັກ-ພະນັກງານ ທີ່ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ສືບຕໍ່ສົມທົບກັບກະຊວງພາຍໃນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ, ເຂັ້ມແຂງ, ໜັກແໜ້ນ.