ຂ່າວ: ຄຳສະຫວັນ ພົມມະວົງ
ພາບ: ບານ ມູນປະເສີດ
ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ມັງກອນ 2024 ທີ່ຄະນະຈັດຕັ້ງສູນກາງພັກ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍຮອງເລຂາຄະນະພັກ, ຄະນະປະຈໍາພັກ ຜູ້ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານ ທັງແມ່ນຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ບັນດາສະຫາຍຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຫົວໜ້າກົມຈັດຕັ້ງບັນດາກະຊວງ-ອົງການ ພ້ອມດ້ວຍບັນດາສະຫາຍຕາງໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ຕາງໜ້າກົມຈັດຕັ້ງກະຊວງ-ອົງການ, ບັນດາສະຫາຍຄະນະພັກ, ຄະນະກົມ ແລະ ພະນັກງານນໍາພາຫຼັກແຫຼ່ງຂອງຄະນະຈັດຕັ້ງສູນກາງພັກ ທັງໝົດ 150 ກວ່າສະຫາຍ, ຍິງ 46 ສະຫາຍ.
ກອງປະຊຸມຄັ້ງນີ້ໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນໄລຍະ 01 ປີຜ່ານມາ ສະເໜີໂດຍສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງໄດ້ຍົກໃຫ້ເຫັນວຽກງານໃນແຕ່ລະດ້ານເປັນຕົ້ນ:
ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ: ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນວຽກງານແຖວໜ້າໃນການເຄື່ອນໄຫວນໍາພາ-ຊີ້ນໍາຂອງຕົນ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ, ນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ດ້ວຍການຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 06, 07 ສະໄໝທີ XI, ບັນດາແນວທາງນະໂຍບາຍ, ບັນດາມະຕິ, ຄໍາສັ່ງ ຂອງພັກ, ກົດໝາຍຂອງລັດ, ຈັດຕັ້ງປາຖະກະຖາ, ເລົ່າມູນເຊື້ອຂອງພັກ, ຂອງຊາດ ແຕ່ລະໄລຍະ; ຈັດຕັ້ງຮໍ່າຮຽນທິດສະດີການເມືອງຂັ້ນສູງ, ຂັ້ນກາງ ແລະ ຂັ້ນຕົ້ນຢູ່ພາຍໃນ ແລະ ຕ່າງປະເທດ. ຜ່ານການຈັດຕັ້ງປະຕິບັດຄືດັ່ງກ່າວເຮັດໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບສູງ ຕໍ່ແນວທາງຂອງພັກ ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ເປັນເຈົ້າການປ້ອງກັນແນວທາງການຈັດຕັ້ງຂອງພັກ, ຈໍາແນກໄດ້ມິດ-ສັດຕູ, ຕ້ານການເສື່ອມຖອຍທາງດ້ານການເມືອງ, ທັດສະນະທີ່ຜິດເຂວ; ເຂົ້າໃຈທິດທາງຂອງພັກ-ລັດຖະບານໃນການແກ້ໄຂສະພາບຄວາມຫຍຸ້ງຍາກຕ່າງໆ.
ການກໍ່ສ້າງພັກທາງດ້ານການຈັດຕັ້ງ: ໃນປີ 2023 ຄະນະເລຂາທິການສູນກາງພັກໄດ້ອອກຄໍາສັ່ງເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ວ່າດ້ວຍການດຳນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ, ພິເສດໄດ້ດຳເນີນກອງປະຊຸມດຳເນີນຊີວິດການເມືອງຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ຜົນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນໃນຄະນະພັກ ສ່ວນຫຼາຍຍັງຮັກສາໄດ້ຄວາມເຊື່ອໝັ້ນໄວ້ວາງໃຈສູງຈາກພະນັກງານນໍາພາຫຼັກແຫຼ່ງ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ຊັ້ນຄົນຕ່າງໆ; ປະຈຸບັນທົ່ວປະເທດມີ 36 ອົງຄະນະພັກກະຊວງ-ອົງການ, 18 ອົງຄະນະພັກແຂວງ-ນະຄອນຫຼວງ, ມີ 149 ອົງຄະນະພັກເມືອງ ແລະ ທຽບເທົ່າ, ມີການຈັດຕັ້ງຮາກຖານພັກທັງໝົດ 24.440 ຮາກຖານ, ໃນນີ້ມີຄະນະພັກຮາກຖານ 2.140 ຮາກຖານ, ມີ 9.775 ໜ່ວຍພັກຮາກຖານ, ມີ 12.525 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ; ທຽບໃສ່ປີ 2022 ຫຼຸດລົງ 13 ຮາກຖານ. ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງຮາກຖານພັກ, ໃນນັ້ນໄດ້ສຸມໃສ່ການສ້າງແຜນການ, ຕິດຕາມ, ຊຸກຍູ້ບັນດາໜ່ວຍພັກ ແລະ ປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໄດ້ສະຫຼຸບຖອດຖອນບົດຮຽນກ່ຽວກັບການປະຕິບັດແຜນກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນປົກກະຕິ, ສະເພາະ ໃນປີ 2022 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 51 ອົງຄະນະພັກ, ມີ 15.219 ໜ່ວຍ ກວມ 68% ຂອງໜ່ວຍພັກທັງໝົດ, ໜ່ວຍພັກແຂງ ມີ 1.831 ໜ່ວຍ ກວມ 8%, ໜ່ວຍພັກກາງມີ 2.309 ໜ່ວຍ ກວມ 10%; ໜ່ວຍພັກອ່ອນ 103 ໜ່ວຍ ກວມ 0,1% ແລະ ບໍ່ໄດ້ຈັດປະເພດ 2.811 ໜ່ວຍ ກວມ 13%. ຄະນະພັກແຕ່ລະຂັ້ນເອົາໃຈໃສ່ວຽກງານຄຸ້ມຄອງຖັນແຖວສະມາຊິກພັກ ຕາມລະບຽບ, ຫຼັກການ, ຕິດຕາມ ແລະ ເກັບກຳຊີວະປະຫວັດ, ສະພາບການເຄືື່ອນໄຫວ, ທັດສະນະຄຸນສົມບັດຂອງສະມາຊິກພັກທີ່ຂຶ້ນກັບສິດຄຸ້ມຄອງຂັ້ນຂອງຕົນ, ຫັນເປັນທັນສະໄໝໃນການຄຸ້ມຄອງຂໍ້ມູນຂອງສະມາຊິກພັກ. ການຈັດຕັ້ງຮາກຖານພັກ, ສະມາຊິກພັກ ໄດ້ເປັນເຈົ້າການປະຕິບັດລະບອບດຳເນີນຊີວິດການເມືອງ ຕິດພັນກັບການເສຍເງິນສະຕິພັກ, ຄະນະພັກແຕ່ລະຂັ້ນໄດ້ຖືສຳຄັນ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານປ້ອງກັນພັກ ໂດຍເລີ່ມຈາກປ້ອງກັນແນວທາງການເມືອງຂອງພັກ, ການຈັດຕັ້ງພັກ, ຄະນະພັກ, ບຸກຄົນສະມາຊິກພັກ; ເກັບກຳສະພາບການເຄື່ອນໄຫວຂອງບຸກຄົນຄະນະພັກ, ສະມາຊິກພັກ, ເປົ້າໝາຍຂະຫຍາຍພັກ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າພິຈາລະນາເຂົ້າໃນວຽກງານພັກ-ພະນັກງານ.
ການກໍ່ສ້າງພັກທາງດ້ານແບບແຜນນຳພາ ແລະ ວິທີເຮັດວຽກ: ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນໄດ້ເອົາໃຈໃສ່ກໍ່ສ້າງພັກຕາມຫຼັກການທີ່ໄດ້ກຳນົດໄວ້ໃນກົດລະບຽບພັກ ແລະ ນິຕິກຳສະເພາະກ່ຽວກັບແບບແຜນນໍາພາ ແລະ ວິທີເຮັດວຽກ ເປັນຕົ້ນແມ່ນເຄົາລົບ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ, ມີແຜນດໍາເນີນງານ, ເຮັດວຽກມີແຜນງານ, ໂຄງການ ແລະ ແຜນການຈັດຕັ້ງປະຕິບັດແຕ່ລະໄລຍະ, ຄະນະປະຈໍາ, ຄະນະບໍລິຫານງານພັກປະຕິບັດລະບອບປະຊຸມເປັນປົກກະຕິ, ເສີມຂະຫຍາຍໄດ້ປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ, ທຸກວຽກງານທີ່ສໍາຄັນແມ່ນໄດ້ມີການຄົ້ນຄ້ວາປຶກສາຫາລືຕົກລົງເປັນໝູ່ຄະນະ; ມີການຊຸກຍູ້, ຕິດຕາມ, ກວດກາຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະ, ປະຕິບັດລະບອບສ່ອງແສງລາຍງານລະຫວ່າງຄະນະຈັດຕັ້ງສູນກາງພັກ ກັບ ຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ກົມຈັດຕັ້ງ-ພະນັກງານກະຊວງ-ອົງການ ເປັນປົກກະຕິ. ໄດ້ເອົາໃຈໃສ່ປັບປຸງແບບແຜນນຳພາຂອງຕົນ ເພີ່ມທະວີການຕິດແທດກັບຮາກຖານ, ຕິດແທດກັບວຽກງານຕົວຈິງ, ມີວິທະຍາສາດ, ໃກ້ຊິດຕິດແທດກັບມະຫາຊົນ, ຮັບຟັງຄຳຄິດຄຳເຫັນຂອງມະຫາຊົນ, ປະຕິບັດລະບອບຕິຊົມຕົນເອງ ຕິຊົມເຊິ່ງກັນ ແລະ ກັນ ເພື່ອຍົກສູງບົດບາດຄວາມສາມາດນຳພາຂອງພັກ, ຕັດສິນໃຈແກ້ໄຂ ແລະ ຕ້ານແບບແຜນວິທີເຮັດວຽກອາດຍາສິດ, ຂາດຄວາມຮັບຜິດຊອບ ແລະ ອື່ນໆ.
ຄຽງຄູ່ຜົນສຳເລັດທີ່ກ່າວມານັ້ນ, ຍັງມີບາງດ້ານທີ່ຈະຕ້ອງໄດ້ແກ້ໄຂ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າໂດຍໄດ້ກຳນົດທິດທາງໜ້າທີ່ປີ 2024 ເຊິ່ງຄະນະພັກແຕ່ລະຂັ້ນຈະໄດ້ເພີ່ມທະວີການນໍາພາ-ຊີ້ນໍາວຽກງານການເມືອງ-ນໍາພາແນວຄິດໃຫ້ໜັກແໜ້ນແທດເຖິງ; ຄົ້ນຄ້ວາ, ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ນິຕິກຳວຽກງານຈັດຕັ້ງ ດ້ວຍຫຼາຍຮູບການ, ຫຼາຍວິທີໃຫ້ແທດເຖິງທຸກເປົ້າໝາຍ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທໍາ; ເປັນເຈົ້າການຜັນຂະຫຍາຍມາເປັນນິຕິກຳຂັ້ນຂອງຕົນ ແລະ ນຳພາຈັດຕັ້ງປະຕິບັດຕົວຈິງ; ສະກັດກັ້ນ ບັນດາທັດສະນະທີ່ຜິດເຂວ, ປະກົດການ “ຫັນປ່ຽນດ້ວຍຕົນເອງ”, “ການປ່ຽນຄຸນເສື່ອມທາດເອງ”; ຕໍ່ສູ້ຕ້ານປະກົດການຫຍໍ້ທໍ້ໃນສັງຄົມ, ພະຍາດອາດຍາສິດ, ສໍ້ລາດບັງຫຼວງ, ຜົນປະໂຫຍດກຸ່ມກ້ອນ ແລະ ການກະທຳທີ່ບໍ່ສອດຄ່ອງກັບກົດໝາຍ, ລະບຽບການ; ເພີ່ມທະວີຄວາມເປັນເຈົ້າຕົນເອງໃນການເຮັດວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ; ຍົກລະດັບຂີດຄວາມສາມາດຂອງພະນັກງານທີ່ເຮັດວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ, ແນໃສ່ເຮັດໃຫ້ວຽກງານດັ່ງກ່າວເຄື່ອນໄຫວຫຼາຍຮູບ, ຫຼາຍສີ ມີປະສິດທິພາບ. ເອົາໃຈໃສ່ໃນການຜັນຂະຫຍາຍຜົນຂອງການດຳເນີນກອງປະຊຸມກາງສະໄໝຂອງຄະນະບໍລິຫານງານພັກຂັ້ນຂອງຕົນ ກຳນົດຄາດໝາຍສູ້ຊົນວຽກງານຈຸດສຸມ ໃນປີ 2024 ໃຫ້ສໍາເລັດຕາມຄາດໝາຍ; ເປັນເຈົ້າການຈັດຕັ້ງປະຕິບັດຄໍາສັ່ງເລກທີ 411/ຄລສພ, ຄໍາແນະນໍາ ເລກທີ 211/ຄຈສພ ແລະ ຄໍາແນະນໍາຂອງອົງການທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນທ້ອງຖິ່ນ ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 03 ຂັ້ນຂອງພັກ. ຄະນະຈັດຕັ້ງສູນກາງພັກ ສືບຕໍ່ຄົ້ນຄວ້າສ້າງນິຕິກໍາກ່ຽວກັບການດຳເນີນຊີວິດໜ່ວຍພັກ, ຄໍາແນະນໍາການກະກຽມດຳເນີນກອງປະຊຸມໃຫຍ່ຂອງໜ່ວຍພັກບ້ານ, ກອງປະຊຸມເລືອກຕັ້ງຄະນະອົງການປົກຄອງບ້ານໃນທົ່ວປະເທດ; ຄໍາແນະນໍາການຈັດຕັ້ງປະຕິບັດຂໍ້ກຳນົດເລກທີ 416/ຄລສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ຫຼື ບ້ານໃຫຍ່; ປັບປຸງຂໍ້ກຳນົດຂອງຄະນະເລຂາທິການສູນກາງພັກກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງຮາກຖານພັກສໍານັກງານ-ອົງການ; ຄໍາແນະນໍາເພີ່ມເຕີມກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ສືບຕໍ່ຄົ້ນຄວ້າວິທະຍາສາດຫົວຂໍ້ “ຄຸນນະພາບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ”; ເອົາໃຈໃສ່ປັບປຸງການຈັດຕັ້ງຮາກຖານພັກຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຖືກຕ້ອງກັບບາດກ້າວ, ຂັ້ນຕອນ, ການສ້າງແຜນການຕ້ອງກໍານົດຄາດໝາຍສູ້ຊົນ, ຕົວຊີ້ບອກໃນແຕ່ລະດ້ານໃຫ້ຈະແຈ້ງ. ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ດຳເນີນໄປຢ່າງທົ່ວເຖິງ ແລະ ມີຄຸນນະພາບກວ່າເກົ່າ. ເອົາໃຈໃສ່ປະຕິບັດແບບແຜນນຳພາ ແລະ ວິທີເຮັດວຽກຂອງຄະນະພັກແຕ່ລະຂັ້ນ ມີການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງ ດ້ວຍການເຄົາລົບ ແລະ ປະຕິບັດຫຼັກການນຳພາຂອງພັກ ແລະ ກົດລະບຽບພັກ ໂດຍສະເພາະແມ່ນຫຼັກການ ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບ, ມີລະບອບປະຊຸມ, ທຸກວຽກງານທີ່ສໍາຄັນຕ້ອງດຳເນີນກອງປະຊຸມປຶກສາຫາລື ແລະ ເປັນເອກະພາບກັນໃນການຕົກລົງບັນຫາດັ່ງກ່າວ, ກວດກາຄືນບັນດາມະຕິ, ແຜນດຳເນີນງານຂອງຄະນະພັກ, ການແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະພັກ, ຄະນະປະຈຳພັກໃຫ້ຈະແຈ້ງ ພ້ອມທັງຕິດຕາມ, ກວດກາໃຫ້ເປັນປົກກະຕິ; ຍົກສູງແບບແຜນວິທີເຮັດວຽກຕິດພັນກັບຮາກຖານ, ຕິດແທດວຽກງານຕົວຈິງ, ປະຕິບັດລະບອບປະຊຸມ, ລະບອບດຳເນີນຊີວິດພັກເປັນປົກກະຕິ, ມີເນື້ອໃນເລິກເຊິ່ງ ແລະ ເສີມຂະຫຍາຍປະຊາທິປະໄຕພາຍໃນພັກ ເຮັດໃຫ້ການນຳພາ-ຊີ້ນຳຂອງຄະນະພັກແຕ່ລະຂັ້ນໃຫ້ສອດຄ່ອງກັບສິດ, ໜ້າທີ່ ເຊິ່ງໄດ້ກຳນົດໃນກົດລະບຽບຂອງພັກສະໄໝທີ XI ແລະ ນິຕິກໍາທີ່ກ່ຽວຂ້ອງ. ການຄົ້ນຄ້ວາ ຍົກຍ້າຍ, ແຕ່ງຕັ້ງ, ສັບຊ້ອນ, ຈັດວາງ, ເລື່ອນຊັ້ນ, ເລື່ອນຕຳແໜ່ງພະນັກງານອີງໃສ່ຄວາມຮຽກຮ້ອງຕ້ອງການຂອງວຽກງານ, ມາດຕະຖານຂອງແຕ່ລະຕຳແໜ່ງງານ, ແຜນກໍານົດພະນັກງານ ຮັບປະກັນດຳເນີນໃຫ້ຖືກຕ້ອງຕາມທິດ “ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ”, ມີການທາບທາມຄໍາຄິດຄໍາເຫັນຂອງສະມາຊິກພັກ-ພະນັກງານດ້ວຍຮູບການຕ່າງໆ, ປະສານສົມທົບລະຫວ່າງສາຍຕັ້ງ, ສາຍຂວາງ ແລະ ຕົກລົງເປັນໝູ່ຄະນະຕາມລະບຽບການທີ່ກຳນົດໄວ້. ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນເປັນເຈົ້າການ ຄົ້ນຄວ້າ, ກະກຽມເປົ້າໝາຍບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂັ້ນຂອງຕົນໃຫ້ຮັບປະກັນໂຄງປະກອບ ເພດ, ເຜົ່າ... ຕາມທິດຊີ້ນໍາຂອງສູນກາງ ແລະ ນິຕິກຳທີ່ກ່ຽວຂ້ອງ.
ກອງປະຊຸມໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ກົມຈັດຕັ້ງກະຊວງ-ອົງການ ດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນອຸດົມສົມບູນ ເຊິ່ງເປັນປະໂຫຍດຕໍ່ການວາງແນວທາງນະໂຍບາຍລວມຂອງພັກກໍ່ຄືວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃນຕໍ່ໜ້າ.
ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເປັນກຽດຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ເຊິ່ງສະຫາຍໄດ້ນຳເອົາຄວາມສາມັກຄີຮັກແພງ, ຄວາມຫ່ວງໄຍ ແລະ ຄວາມເຊື່ອໝັ້ນຈາກກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ແລະ ໃນນາມສ່ວນຕົວ ມາສູ່ກອງປະຊຸມ ແລະ ຜ່ານບັນດາຜູ້ແທນກອງປະຊຸມ ຝາກຄວາມຢື້ຢາມຖາມຂ່າວ ໄປຍັງສະມາຊິກພັກ-ພະນັກງານ ຜູ້ເຮັດວຽກງານຈັດຕັ້ງທົ່ວປະເທດ, ພ້ອມນີ້ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານໃນປີຜ່ານມາ ແລະ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ຊຸມປີຕໍ່ໜ້າ.