ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບຕີລາຄາວຽກງານຮອບດ້ານພາຍໃນຄະນະຈັດຕັ້ງສູນກາງພັກ ຕິດພັນກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2023
ຈຳນວນຜູ້ອ່ານ: 170
ອະນຸມັດວັນທີ: 16/01/2024

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 12 ມັງກອນ 2024 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມສະຫຼຸບຕີລາຄາວຽກງານຮອບດ້ານພາຍໃນອົງການຂອງຕົນ ຕິດພັນກັບການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍ ຮອງຄະນະຈັດຕັ້ງສູນກາງພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ-ຫ້ອງການ, ສູນ,  ຄະນະພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023, ສະຫຼຸບຕີລາຄາວຽກງານຮອບດ້ານ ປະຈໍາປີ 2023, ວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2023; ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ປະກອບ​ຄໍາເຫັນ ໃສ່ບົດ​ສະຫຼຸບຕີລາຄາການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານຂອງຄະນະຈັດຕັ້ງສູນກາງພັກ ປະຈໍາປີ 2023 ​ແລະ ທິດທາງແຜນການໃນປີຕໍ່ໜ້າ, ທັງເປັນການທົບທວນຄືນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI; ມະຕິກອງປະຊຸມໃຫຍ່ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX ແລະ ຄົ້ນຄວ້າຜັນຂະຫຍາຍມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ XI ໃນຂົງເຂດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງໃຫ້ມີບາດກ້າວຫັນປ່ຽນຢ່າງຕັ້ງໜ້າ ເຊິ່ງໄລຍະປີ 2023 ຜ່ານມາ ສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະວຽກງານກ່ຽວກັບການກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ພາຍໃນຄະນະຈັດຕັ້ງສູນກາງພັກ; ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຍົກສູງຄຸນນະພາບເປັນກົກ, ການຂະຫຍາຍສະມາຊິກພັກກໍ່ດໍາເນີນໄປຢ່າງຕໍ່ເນື່ອງ, ຄຽງຄູ່ກັນນີ້ ກໍ່ຖືສຳຄັນການກໍ່ສ້າງ-ບຳລຸງພະນັກງານ ດ້ວຍຫຼາຍວິທີການ, ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການຄົ້ນຄວ້າ, ພິຈາລະນາ ການເລື່ອນຕຳແໜ່ງບໍລິຫານ, ການຍົກຍ້າຍ, ສັບຊ້ອນພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ລວມທັງປັບປຸງລະບອບ, ລະບຽບການພາຍໃນ, ການປັບປຸງພື້ນຖານໂຄງລ່າງ ແລະ ສິ່ງເອື້ອອໍານວຍຕ່າງໆ.

     ກອງປະຊຸມ ໄດ້ພ້ອມກັນທົບທວນຄືນບາງບັນຫາທີ່ເປັນຈຸດອ່ອນ-ຂໍ້ຄົງຄ້າງ ວຽກງານທີ່ ຍັງບໍ່ທັນໄດ້ປະຕິບັດ ຫຼື ປະຕິບັດແຕ່ບໍ່ທັນສໍາເລັດຕາມແຜນການທີ່ກໍານົດໄວ້, ບໍ່ທັນຄົບຖ້ວນ, ເລິກເຊິ່ງ ພາໃຫ້ເກີດມີບັນດາຈຸດອ່ອນທີ່ປະກົດໃຫ້ເຫັນ; ພ້ອມກັນນັ້ນ ຕ້ອງຊອກຫາສາເຫດທີ່ປະຕິບັດບໍ່ທັນໄດ້ດີ ແລະ ພ້ອມກັນປຶກສາຫາລື, ຊອກຫາວິທີການ, ມາດຕະການໃນການຈັດຕັ້ງປະຕິບັດໃນປີຕໍ່ໜ້າ ເພື່ອແນໃສ່ປັບປຸງກົນໄກລະບົບການເຮັດວຽກ, ການນໍາພາ-ຊີ້ນໍາທີ່ແທດເໝາະກັບການປະຕິບັດວຽກງານຕົວຈິງໃຫ້ດີກວ່າເກົ່າ.

     ໃນວາລະກອງປະຊຸມໄດ້ຈັດໃຫ້ມີການມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ແກ່ 6 ໜ່ວຍພັກ ທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ແລະ ມອບ-ຮັບໃບຍ້ອງຍໍ ແລະ ໃບຊົມເຊີຍ ໃຫ້ແກ່ພະນັກງານ-ລັດຖະກອນພາຍໃນຄະນະຈັດຕັ້ງສູນກາງພັກໃນການປະຕິບັດໜ້າທີ່ວຽກງານປະຈຳປີ 2023, ມີພະນັກງານທີ່ໄດ້ຮັບໃບຍ້ອງຍໍ 64 ສະຫາຍ, ຍິງ 22 ສະຫາຍ ແລະ ໃບຊົມເຊີຍ 97 ສະຫາຍ, ຍິງ 44 ສະຫາຍ ເພື່ອເປັນການຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ມີຄວາມບຸກບືນຫ້າວຫັນ ສືບຕໍ່ຕັ້ງໜ້າປະຕິບັດໜ້າທີ່ການເມືອງໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນຢ່າງຕໍ່ເນື່ຶອງ.

     ໃນຕອນທ້າຍກອງປະຊຸມ ໄດ້ຮັບຟັງຄຳເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ພະນັກງານ-ລັດຖະກອນ ຫຼາຍສະຫາຍໄດ້ຮັບການຍ້ອງຍໍ-ຊົມເຊີຍປະເພດຕ່າງໆ ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2023 ພ້ອມທັງເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ-ຄຸນສົມບັດສິນທໍາປະຕິວັດ, ເພີ່ມທະວີຄວາມຮັບຜິດຊອບໜ້າທີ່ວິຊາສະເພາະຂອງຕົນ, ຍົກສູງບົດບາດການເປັນເສນາທິການ ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ບັນດາກົງຈັກທີ່ເປັນເສນາທິການໃຫ້ແກ່ຄະນະຈັດຕັ້ງສູນກາງພັກ, ປັບປຸງລະບອບລະບຽບແບບແຜນວິທີເຮັດວຽກດ້ວຍບາດກ້າວບຸກທະລຸທັງ 4 ດ້ານ: ຕ້ອງບຸທະລຸທາງດ້ານຈິນຕະນາການ ແລະ ລະບອບແບບແຜນວິທີເຮັດວຽກ ໂດຍຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນກົງຈັກ ແລະ ຖັນແຖວພະນັກງານໃຫ້ຂາດຕົວ, ຕ້ອງຕັ້ງໜ້າແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງໃນການຈັດຕັ້ງຕ່າງໆພາຍໃນຄະນະຈັດຕັ້ງສູນກາງພັກ ເພື່ອເຮັດໃຫ້ວຽກງານມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ສາມາດປະຕິບັດພາລະບົດບາດ ແລະ   ໜ້າທີ່ຂອງຕົນດ້ວຍຄວາມຈົ່ງຮັກພັກດີ ແລະ ມີຄວາມຮັບຜິດຊອບສູງກ່ວາເກົ່າ, ເພີ່ມທະວີປັບປຸງກົນໄກການປະສານງານ, ການປະສານສົມທົບ ລະຫວ່າງການຈັດຕັ້ງພາຍໃນຄະນະຈັດຕັ້ງສູນກາງພັກ ກັບບັນດາອົງການຂອງສູນກາງ ແລະ ທ້ອງຖິ່ນ; ລະຫວ່າງ ຫ້ອງການ, ບັນດາກົມ ດ້ວຍກັນ ໃຫ້ບຸກທະລຸ ແລະ ກົມກຽວເຊິ່ງກັນ ແລະ ກັນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ບັນດາ​ສະຫາຍ​ຄະນະຈັດຕັ້ງສູນກາງພັກ, ຄະນະຫ້ອງການ, ຄະນະກົມ, ຄະນະສູນ, ບັນດາ​ອົງການ​ຈັດຕັ້ງມະ ຫາຊົນ ​ພາຍ​ໃນ​ຄະນະຈັດຕັ້ງສູນກາງພັກ ຕ້ອງຍົກ​ສູງ ​ແລະ​ ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ຕໍ່​ກັບ​ການນຳພາ -​ ຊີ້​ນຳ ການ​ຜັນ​ຂະຫຍາຍ ​ແລະ​ ຈັດຕັ້ງປະຕິບັດ​ທິດທາງວຽກງານ ປີ 2024 ຂອງຄະນະຈັດຕັ້ງສູນກາງພັກໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ.