ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄື່ອນໄຫວເຮັດວຽກຢູ່ແຂວງບໍລິຄຳໄຊ
ຈຳນວນຜູ້ອ່ານ: 110
ອະນຸມັດວັນທີ: 28/11/2023

ພາບ ​ແລະ ຂ່າວໂດຍ: ສ.ສົດ​ໃສ

     ໃນ​ລະຫວ່າງ​ວັນ​ທີ 22-23 ພະຈິກ 2023 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ ​ໄດ້ເຄື່ອນໄຫວເຮັດວຽກ ຢູ່​ແຂວງບໍລິ​ຄຳ​ໄຊ ​ໂດຍ​ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ ຈາກ​ສະຫາຍ ປອ ກອງ​​ແກ້ວ ​ໄຊ​ສົງຄາມ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ພ້ອມ​ດ້ວຍ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ, ​ເມືອງ ຕະຫຼອດ​ຮອດ​ສະມາຊິກ​ພັກ-ພະນັກງານ ​ແລະ ພໍ່​ແມ່​ປະຊາຊົນຊາວ​ ແຂວງ​ບໍລິ​ຄຳ​ໄຊ.   ​

     ການເຄື່ອນ​ໄຫວ​ເຮັດ​ວຽກໃນ​ຄັ້ງ​ນີ້ ​ໄດ້​ລົງ​ພົບ​ປະໂອ້​ລົມ ​ແລະ ຮັບ​ຟັງ​ການລາຍ​ງານ​ສະພາບ​ລວມ​ ຂອງ 2 ເມືອງ ແລະ 2 ບ້ານຄື: ເມືອງ ປາກ​ຊັນ, ​ເມືອງ​ປາກ​ກະດິງ, ບ້ານ​ກ້ວຍ​ອຸດົມ ​​ເມືອງ​ປາກ​ຊັນ ​ແລະ ບ້ານ ​ປາກ​ກະດິງ​​ໄຕ້ ​ເມືອງ​ປາກ​ກະດິງ ​ໃນການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ເປັນ​ຕົ້ນ: ວຽກ​ງານ​ສຶກສາ​ອົບຮົມ​ການ​ເມືອງ​-​ແນວ​ຄິດ, ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ, ວຽກ​ງານ​​ເສດຖະກິດ-ແກ້​ໄຂ​ຄວາມທຸກ​ຍາກ ທີ່​ຕິດ​ພັນ​ກັບການຈັດ​ຕັ້ງ​ປະຕິບັດ 2 ວາລະ​ແຫ່ງ​ຊາດ, ວຽກ​ງານ​ວັດທະນະທຳ-ສັງຄົມ, ວຽກ​ງານ​​ກໍ່ສ້າງພັກ-ພະນັກງານ ​​ແລະ ວຽກງານ​ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ຢູ່​ຂັ້ນ​ເມືອງ, ຂັ້ນ​ບ້ານ ​ໂດຍ​ການ​ເຂົ້າຮ່ວມຮັບ​ຟັງ​​ຂອງ​ສະຫາຍ​​ເລຂາ​ພັກ​ແຂວງ, ສະຫາຍ​ເລຂາ​ພັກ​ເມືອງ ພ້ອມ​ຄະນະ​ນຳ​ຂອງ​ແຂວງ​, ຂອງ​​ເມືອງ

     ພາຍຫຼັງ​ ການ​ລົງເຄື່ອ​ນ​ໄຫວ​​ເຮັດ​ວຽກ​ຢູ່​ຂັ້ນ​ເມືອງ, ຂັ້ນ​ບ້ານ​ສຳ​ເລັດ ສະຫາຍ ນາງ ສີ​ໃສ ລື​​ເດດ​ມູນ​ສອນ ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຜູ້​ຊີ້​ນຳ​ແຂວງ​ບໍລິຄຳ​ໄຊ ໄດ້​ພົບ​ປະ ​ແລະ ​​​ເຮັດ​ວຽກ​ຮ່ວມກັບບັນດາ​ສະຫາຍ​ກຳມະການ​ປະຈຳ​ພັກ​ແຂວງ, ບັນດາ​ສະຫາຍ​ກຳມະການ​ບໍລິຫານ​ງານ​ພັກ​ແຂວງ​ຈຳນວນໜຶ່ງ ພ້ອມ​ດ້ວຍ​ຄະນະ​ຕິດຕາມຈາກ​ສູນ​ກາງ​ ​ແລະ ​ແຂວງ.ໃນ​​ໂອ​ກາດ​ນີ້ ສະຫາຍ ປອ ກອງ​​ແກ້ວ ​ໄຊ​ສົງຄາມ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ບໍລິ​ຄຳ​ໄຊ ​ໄດ້​ລາຍ​ງານ​ສະພາບ​ລວມຂອງ​ແຂວງ​ໂດຍ​ຫຍໍ້​ ​ໃນ​ໄລຍະ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ 9 ​ເດືອນ ແລະ ທິດ​ທາງ​ແຜນການ 3 ​ເດືອນ​ທ້າຍ​ປີ 2023 ຂອງ​ແຂວງ​ບໍລິ​ຄຳ​ໄຊ ​ຊຶ່ງມີ​ຜົນງານ​ພົ້ນ​ເດັ່ນ​ໃນຫຼາຍ​ດ້ານ ​​ສະ​ແດງ​ໃຫ້​​ເຫັນ​ວ່າ ​ການ​ແກ້​ໄຂ​ບັນຫາ​ທີ່​ພົວພັນ​ເຖິງ​ຄວາມ​ບໍ່​ສະຫງົບ​ຂອງ​​ແຂວງ ຕິດ​ພັນ​ກັບ​ການ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ 2 ​ວາລະ​ແຫ່ງ​ຊາດ ສາມາດ​ປະກາດ​ສ້າງ​ບ້ານ​ປ້ອງ​ກັນຊາ​ດ​ເຂັ້ມ​ແຂງ​ໄດ້ 140 ບ້ານ, ສ້າງ​ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ 284 ບ້ານ ​ແລະ ບ້ານ​ປອດ​ຢາ​ເສບ​ຕິດ ຢູ່​ເມືອງ​ປາກ​ກະດິງ 23 ບ້ານ, ​ເມືອງ​ຄຳ​ເກີດ 2 ບ້ານ, ​ເມືອງ​ວຽງ​ທອງ 3 ບ້ານ, ​ເມືອງ​ບໍລິ​ຄັນ 2 ບ້ານ. ປະຈຸ​ບັນ​ແຂວງ​ບໍລິ​ຄຳ​ໄຊ ມີ​ການຈັດ​ຕັ້ງ​ຮາກ​ຖານ​ພັກ ທັງ​ໝົດ 966 ຮາກ​ຖານ, ມີ​ສະມາຊິກ​ພັກ​ ທັງ​ໝົດ 14.973 ສະຫາຍ, ຍິງ 3.842 ສະຫາຍ, ມີ​ພະນັກງານ-ລັດຖະກອນ ທັງ​ໝົດ 6.968 ທ່າ​ນ, ຍິງ 3.392 ທ່ານ. ຄະນະ​ພັກ​ແຕ່ລະ​ຂັ້ນ ​ໄດ້​ເພີ່ມ​ທະວີ​ເອົາ​ໃຈ​ໃສ່ການຈັດ​ຕັ້ງ​ຮາກຖານ​ພັກ​ໃຫ້​ມີ​ຄວາມ​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຕາມ 5 ​ເນື້ອ​ໃນ ​ກວມ​ເອົາ 87,63% ຂອງ​ໜ່ວຍ​ພັກ​ໃນ​ທົ່ວ​ແຂວງ, ​ເວົ້າ​ລວມ​ແລ້ວ ວຽກງານກໍ່ສ້າງ​ພັກ-ພະນັກງານ ​ໄດ້​ມີ​ຄວາມ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ສາມາດ​ຕອບ​ສະໜອງ​ໄດ້​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າ​ທີ່​ການ​​ເມືອງ​ໄລຍະ​ໃໝ່ ​ໂດຍ​ສະ​ເພາະ 2 ໜ້າ​ທີ່​ຍຸດ​ທະ​ສາດ​ໄດ້​ຢ່າງ​ມີ​ປະສິດທິ​ຜົນ; ການ​ກະກຽມ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ທົ່ວ​ອົງຄະ​ນະ​ພັກ​ແຂວງ ​ໄດ້​ອອກມະຕິ​ຕົກລົງ​ຂອງ​ຄະນະ​ປະຈຳ​ພັກ​ແຂວງ ສະບັບ​ເລກທີ 357/ຄປພ.ຂບຊ ລົງ​ວັນ​ທີ 31 ສິງຫາ 2023 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ຊຸກຍູ້ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ ທົ່ວ​ອົງຄະ​ນະ​ພັກ​ແຂວງ ​ແລະ ​ໄດ້​ຜັນ​ຂະຫຍາຍ​ຄຳ​ສັ່ງ, ຄຳ​ແນະນຳ​ ​ແລະ ນິຕິ​ກຳ​ທີ່​ກ່ຽວ​ຂ້ອງ​ໃນ​ການກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫ​ຍ່ 3 ຂັ້ນ​ ​ນຳ​ໄປ​ເຜີຍ​ແຜ່​ເຊື່ອມ​ຊຶມ​ໃຫ້​ແກ່​ເປົ້າ​ໝາຍ​ຜູ້​ເຂົ້າ​ຮ່ວມ.

     ການເຄື່ອນໄຫວເຮັດວຽກຢູ່ແຕ່ລະບ່ອນຂອງຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມດ້ວຍ​ຄະນະ ກໍ​ໄດ້​ມີ​ການ​ຖາມ-ຕອບ​​ແລກປ່ຽນ​ບົດຮຽນ ​ຈາ​ກສະຫາຍ​ຜູ້​ຮັບຜິດຊອບ​ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ​-ພະນັກງານຂອງ​​ແຂວງ, ຂອງ​ເມືອງ ​ແລະ ຂອງ​ບ້ານ​​ຢ່າງ​ກົງ​ໄປ​ກົງ​ມາ ​​ໂດຍ​ຍົກ​ໃຫ້​ເຫັນ​ດ້ານ​ດີ, ດ້ານ​ອ່ອນ-ຂໍ້ຄົງຄ້າງ ພ້ອມ​ທັງ​ສະ​ເໜີ​ວິທີ​ການ ​ແລະ ມາ​ດຕະການ​ໃນ​ການ​ແກ້​ໄຂ​ໃນ​ຕໍ່ໜ້າ ​ເຮັດ​ໃຫ້​ການ​ພົບ​ປະ​​ໃນ​ຄັ້ງ​ນີ້​ເຕັມ​ໄປ​ດ້ວຍ​ບັນຍາ​ການຟົດ​ຟື້ນ​ດີ. ພ້ອມ​ດຽວ​ກັນ​ນັ້ນ, ສະຫາຍ ນາງ ສີ​ໃສ ລື​​ເດດ​ມູນ​ສອນ ຍັງ​ໄດ້​​​ໃຫ້​ກຽດໂອ້​ລົມ ​ແລະ ​ມີທິດ​ຊີ້​ນຳຕໍ່​ຄະນະ​ພັກ, ຄະນະ​ນຳ​ຂອງ​ແຂວງ, ​ເມືອງ ​ແລະ ບ້ານ.​ ຊຶ່ງ​ສະຫາຍຍັງ​ໄດ້ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍການ​ນຳ​ຂອງ​ແຂວງ, ​ຂອງ​ເມືອງ ​ແລະ ອົງການ​ປົກຄອງ​ບ້ານ​ທຸກ​ຂັ້ນ ລວມທັງ​ສະມາຊິກ​ພັກ-ພະນັກງານ, ຕະຫຼອດ​ຮອດພໍ່​ແມ່ປະຊາຊົນ​ຊາວ​ແຂວງ​ບໍລິ​ຄຳ​ໄຊທີ່​ຍາດ​ມາ​ໄດ້ຫຼາຍ​ດ້ານ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​​ໄດ້​ເນັ້ນ​ໜັກ​ບາງ​ບັນຫາ​ທີ່​ສຳຄັນເປັນຕົ້ນ: ​​ສືບ​ຕໍ່ສຶກສາ​ອົບຮົມ​ການ​ເມືອ​ງ-​ແນວ​ຄິດ​ ດ້ວຍ​ຫຼາຍ​ຮູບ​ການ, ຫຼາຍ​ວິທີ, ​​​ເພື່ອ​ເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ​ບັນດາ​ເຜົ່າ ມີ​ຄວາມຮັບຮູ້-​ເຂົ້າ​ໃຈ ຕໍ່​ແນວທາງ​​ແຜນນະ​ໂຍບາຍ​ຂອງ​ພັກ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມຂອງ​ລັດ, ​ເພີ່ມ​ທະວີວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບພາຍ​ໃນ​ແຂວງ, ​ເມືອງ, ບ້ານ ​ຕ້ອງຮັບປະກັນ​ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ສັງຄົມ​ມີ​ຄວາມ​ສະຫງົບ​ເປັນ​ລະບຽບ​ຮຽບຮ້ອຍ, ສົ່ງ​ເສີມ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ແຂວງ​ໃນ​​ແຕ່​ລະ​ດ້ານ ​ເຂົ້າ​ໃນການ​ພັດທະນາ​ເສດຖະກິດ-ສັງຄົມ, ຍູ້​ແຮງ​ການ​ສ້າງ​ເສດ​ຖະກິດ​ຄອບຄົວ, ຍົກ​ລະດັບ​ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ສະມາ​ຊິກ​ພັກ-ພະນັກງານ, ທະຫານ, ຕຳຫຼວດ ​ແລະ ປະຊາຊົນ​ບັນດາ​ເຜົ່າ, ສືບ​ຕໍ່​ກໍ່ສ້າງ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ຮັບປະກັນ​ດ້ານ​ຄຸນ​ນະພາ​ບ, ສ້າງ​ໄດ້​ສະມາຊິກ​ພັກທີ່​ດີ​ເດັ່ນ ​ແລະ ​ເປັນ​ແບບຢ່າງ​ນຳ​ໜ້າ​ໃຫ້​ແກ່​ມະຫາຊົນ; ເອົາ​ໃຈ​ໃສ່ກໍ່ສ້າງ​ພະນັກງານ-ສະມາຊິ​ກພັກ ຮັບປະກັນ​ໄດ້​ຄວາມ​ໜັກ​ແໜ້ນທາງ​ດ້ານການ​ເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ຄວາມ​ຮູ້, ຄວາມ​ສາມາດ ສົມ​ຄູ່​ກັບ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້​ຮັບ​ມອບໝາຍ, ຕັ້ງໜ້າ​ຄົ້ນຄວ້າ ແລະ ຈັດ​ຕັ້ງ​ປະຕິບັດມະຕິ​ຄຳ​ສັ່ງ​​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ວ່າ​ດ້ວຍ​ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່ 3 ຂັ້ນ​ຂອງ​ພັກ ​ແລະ ນິຕິ​ກຳທີ່​ກ່ຽວ​ຂ້ອງວຽກ​ດັ່ງກ່າວ ​ໃຫ້​ຖືກຕ້ອງ, ​ເປັນ​ເອກະ​ພາບ ​ແລະ ທັນ​ເວລາ​ໃນ​ທົ່ວ​ພັກ ​ເຮັດ​ໃຫ້ການ​ກະກຽມ ​ແລະ ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ເມືອງ ຕິດ​ພັນ​ກັບ​ການ​ສ້າງ​ຂະ​ບວນການ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂ​ວງບໍລິ​ຄຳ​ໄຊ ຄັ້ງ​ທີ VIII ​​ໃຫ້​ມີຜົນສຳ​ເລັດ ​ແລະ ບັນລຸ​ຕາມ​ລະດັບ​ຄາດໝາຍ​ທີ່​ວາງ​ໄວ້.

     ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຂອງ​ຄະນະ​ຄັ້ງ​ນີ້ ຍັງ​ໄດ້​ລົງ​ໄປ​ຢ້ຽມຢາມ​ເບິ່ງ​ໂຄງການ​ກໍ່​ສ້າງ​ຂົວ​ຂ້າມ​​ນ້ຳ​ຂອງ ມິດຕະພາບ ລາວ-​ໄທ ​ແຫ່ງ​ທີ 5 (ບໍລິ​ຄຳ​ໄຊ-ບຶງ​ການ) ​ໄປ​ຢ້ຽມ​ຊົມ​ໂຄງການ​ສ້າງ​ຫໍ​ຫຼັກ​ເມືອງ​ຂອງ​ແຂວງ​ບໍລິ​ຄຳ​ໄຊ ຢູ່​ສວນສາ​ທາ​ລະນະ ທ່ານ ສີ​ສົມ​ພອນ ລໍ​ວັນ​ໄຊ ​ເທດສະບານ​ເມືອງ​ປາກ​ຊັນ, ​ໄປ​ຢ້ຽມຊົມ​ຟາ​ມລ້ຽງ​ໝູ​ພັນຂ​ອງຄອບຄົວ​ດີ​ເດັ່ນຂອງ​ບ້ານ​ປາກ​ກະດິງ​​ໄຕ້ ​ເມືອງ​ປາກ​ກະ​ດິງ ​ແຂວງບໍລິ​ຄຳ​ໄຊ. ຈາກ​ນັ້ນ, ກໍ​ໄດ້​ໄປ​ຢ້ຽມ​ຊົມ​ສະຖາ​ທີ່ ທີ່​ກອງ​ທຶນ​ໜຶ່ງ​ດວງ​ໃຈ​ບໍລິຄຳ​ໄຊ ​ຊ່ວຍ​ເຫຼືອ​ສັງຄົມ ​ໃຫ້​ການ​ຊ່ວຍ​ເຫຼືອ ​ແລະ ພັດທະນາ.