ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມປາຖະກະຖາ ຫົວຂໍ້ສະເພາະ ຈາກຊ່ຽວຊານເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ
ຈຳນວນຜູ້ອ່ານ: 120
ອະນຸມັດວັນທີ: 22/11/2023

ພາບ-ຂ່າວ ໂດຍ: ບານ ມູນປະເສີດ

     ໃນວັນທີ 21 ພະຈິກ 2023  ຄະນະຈັດຕັ້ງສູນກາງພັກ ຮ່ວມກັບຄະນະໂຄສະນະອົບຮົມສູນກາງພັກ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດກອງປະຊຸຸມປາຖະກະຖາຫົວຂໍ້ສະເພາະຈາກຊ່ຽວຊານສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້  ເຂດປົກຄອງຕົນເອງ ເຜົ່າຈ້ວງ-ກວາງຊີ ໃຫ້ກຽດຂຶ້ນບັນຍາຍ ເຊິ່ງມີ 2 ຫົວຂໍ້ສຳຄັນ  ຄື: (1. ການກໍ່ສ້າງ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ແບບແຜນຂອງພັກກອມມູນິດຈີນ. ປາຖະກະຖາ ໂດຍສະຫາຍ ຫຼິວ ຊວນສີ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານ ນະຄອນປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ. 2. ການຫັນເປັນສີຂຽວແບບກ້າວກະໂດດ, ການປະຕິຮູບອຸດສາຫະກຳເປັນທັນສະໄໝ ແລະ ການພັດທະນາດ້ວຍຄຸນນະພາບສູງຂອງຈີນ. ປາຖະກະຖາໂດຍ ສະຫາຍ ຢາງເຜິງ ຫົວໜ້າຫ້ອງການເສດຖະກິດອຸດສາຫະກໍາ, ຫົວໜ້າສະຖາບັນຍຸດທະສາດ ແລະ ການພັດທະນາເສດຖະກິດ, ສະຖາບັນວິທະຍາສາດສັງຄົມກວາງຊີ ສປ ຈີນ.) ເປັນກຽດເຂົ້າຮ່ວມ ມີສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ທອງຈັນ ໂຂງພູມຄຳ ຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ,  ມີບັນດາສະຫາຍຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກຂອງບັນດາກະຊວງ-ອົງການອ້ອມຂ້າງສູນກາງ ແລະ ພະແນກການຂອງນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 219 ສະຫາຍ, ຍິງ 69 ສະຫາຍ ຈາກ 37 ພາກສ່ວນ.

     ຄືເຮົາຮູ້ນໍາກັນແລ້ວວ່າ ລາວ-ຈີນ ເປັນປະເທດບ້ານໃກ້ເຮືອນຄຽງກັນ, ມີຊາຍແດນຕິດຈອດກັນ, ປະຊາຊົນສອງຊາດມີການພົວພັນມິດຕະພາບມາແຕ່ບູຮານນະການ, ມີມູນເຊື້ອສາມັກຄີ, ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພັກ-ລັດ ແລະ ປະຊາຊົນຈີນ ອ້າຍນ້ອງ ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜຸນປະເທດເຮົາ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະປະຈຸບັນ. ການພົວພັນຮ່ວມມື ລາວ-ຈີນ ຈາກສາຍພົວພັນທີ່ເປັນມູນເຊື້ອ ໄດ້ຮັບການເສີມຂະຫຍາຍເປັນການພົວພັນຮ່ວມມືຮອບ ດ້ານ ບົນພື້ນຖານຄວາມສະເໝີພາບ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ຍົກລະດັບການພົວພັນ ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ເປັນເພື່ອນບ້ານໄກ້ເຮືອນຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ເປັນສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ ນັບແຕ່ສູນກາງຮອດທ້ອງຖິ່ນ. ການຈັດຕັ້ງປະຕິບັດແຜນການຮ່ວມມືແລກປ່ຽນບົດຮຽນ ໃນການບໍາລຸງສ້າງພະນັກງານນຳພາ-ຄຸ້ມຄອງ ຂອງລາວຢູ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ນັບແຕ່ປີ 2018 ຈົນເຖິງປະຈຸບັນ ໄດ້ຄົ້ນຄວ້າສັບຊ້ອນເອົາພະນັກງານນໍາພາ-ຄຸ້ມຄອງ ໄປແລກປ່ຽນບົດໄດ້ທັງໝົດ 6 ຊຸດ ມີຜູ້ເຂົ້າຮ່ວມ 179 ສະຫາຍ, ຍິງ 31 ສະຫາຍ, ນອກຈາກນັ້ນ, ແຕ່ລະປີຍັງມີການແລກປ່ຽນ ໂດຍຈະມີຊ່ຽວຊານ ຈາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ມາຢ້ຽມຢາມ ແລະ ປະຖະກະຖາຫົວຂໍ້ສະເພາະຢູ່ລາວ.

     ຈຸດປະສົງ ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມແຜນການຮ່ວມມືແລກປ່ຽນບົດຮຽນລະຫວ່າງ ສອງພັກ-ສອງລັດ ເວົ້າລວມ, ເວົ້າສະເພາະແມ່ນ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະພັກກອມມູນິດເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ແຕ່ນີ້ຮອດປີ 2025.

   

     ກອງປະຊຸມຄັ້ງນີ້ໄດ້ດໍຳເນີນເປັນເວລາ 1 ວັນ, ບັນດາຫົວຂໍ້ທີ່ນໍາມາປາຖະກະຖາຄັ້ງນີ້ ເຫັນວ່າມີຄວາມໝາຍຄວາມສຳຄັນ ແລະ ເຕັມໄປດ້ວຍເນື້ອໃນທີ່ເລິກເຊິ່ງ ສາມາດເຮັດໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ມີຄວາມເຂົ້າໃຈແຈ້ງ ກໍາໄດ້ບົດຮຽນຕ່າງໆ ເປັນຕົ້ນ ການກໍ່ສ້າງ ເເລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກກອມມູນິດຈີນ ກໍ່ຄືບົດຮຽນການພັດທະນາເສດຖະກິດ ຕາມທິດສີຂຽວ, ທັນສະໄໝ ຂອງພັກກອມມຸນິດຈີນ ເເລະ ເຂົ້າໃຈເປັນເອກະພາບຂຶ້ນຕື່ມ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໃນເງື່ອນໄຂໃໝ່...ຯ