ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ
ຈຳນວນຜູ້ອ່ານ: 117
ອະນຸມັດວັນທີ: 20/11/2023

ພາບ+ຂ່າວ ໂດຍ: ບານ ມູນປະເສີດ

     ໃນລະຫວ່າງວັນທີ 15-16 ພະຈິກ 2023 ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງແຂວງ, ເມືອງ ຕະຫຼອດຮອດສະມາຊິກພັກ-ພະນັກງານ, ອົງການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນຊາວແຂວງວຽງຈັນ.

     ໃນໂອກາດດັ່ງກ່າວ ສະຫາຍ ຄໍາພັນ ສິທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ ໄດ້ລາຍງານສະພາບການລວມ ຂອງການຈັດຕັ້ງປະຕິບັດໜ້າທີ່ການເມືອງໄລຍະຜ່ານມາ ເຊິ່ງສະແດງໃຫ້ເຫັນເຖິງຜົນສໍາເລັດຫຼາຍດ້ານ ໂດຍເພາະການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ, ພ້ອມນີ້ຍັງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກພັກ-ພະນັກງານ ເຊິ່ງມີທັງດ້ານດີ-ດ້ານອ່ອນ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເປັນຕົ້ນ ວຽກງານຂະຫຍາຍພັກ, ການຄຸ້ມຄອງສະມາຊິກພັກ-ພະນັກງານ, ການສ້າງແຜນກໍານົດພະນັກງານ ແລະ ບັນຫາອື່ນໆ. ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນຢ່າງຕັ້ງໜ້າ ສາມາດແກ້ໄຂບັນຫາຫຍໍ້ທໍ້ ແລະ ປະກົດການທີ່ບໍ່ດີຕ່າງໆ ເຮັດໃຫ້ສັງຄົມມີຄວາມສະຫງົບ ພະນັກງານ, ທະຫານ-ຕຳຫຼວດ ແລະ ພໍ່ແມ່ປະຊາຊົນທົ່ວແຂວງວຽງຈັນມີແນວຄິດອຸ່ນອຽນທຸ່ນທ່ຽງ ເຊື່ອໝັນຕໍ່ການນຳພາຂອງພັກ-ລັດໄດ້ເປັນຢ່າງດີ; ພ້ອມດຽວກັນນີ້ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ດ້ວຍການເຈາະຈີ້ມຖາມ-ຕອບ ເຮັດໃຫ້ການພົບປະຄັ້ງນີ້ເຕັມໄປດ້ວຍເນື້ອໃນ ເຫັນໄດ້ວິທີການ ເພື່ອແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ເສີມຂະຫຍາຍບົດຮຽນດ້ານດີ ທີ່ຕັ້ງໜ້າ.

     ໃນໂອກາດເຄື່ອນໄຫວຢູ່ແຂວງວຽງຈັນ ສະຫາຍ ນາງສີໃສ ລືເດດມູນສອນ ພ້ອມດວ້ຍຄະນະຍັງໄດ້ລົງຢ້ຽມຢາມເມືອງ ແມດ ແລະ ໄດ້ຮັບຟັງລາຍງານສະພາບລວມຂອງເມືອງ ຈາກສະຫາຍ ຄໍາປ່ຽນ ແສງສະຫວັດ ເລຂາພັກເມືອງ, ເຈົ້າເມືອງແມດ. ເມືອງແມດເປັນເມືອງພູດອຍ ແຕ່ເປັນເມືອງວິລະຊົນ ມີທ່າແຮງທາງດ້ານທຳມະຊາດທີ່ອຸດົມສົມບູນ ເຊິ່ງເປັນເງື່ອນໄຂໃນການພັດທະນາເສດຖະກິດ-ສັງຄົມໃນຫຼາຍດ້ານ ໂດຍສະເພາະດ້ານກະສິກຳການປູກຝັງ-ລ້ຽງສັດ ສະນັ້ນ, ການນຳພາຂອງຄະນະພັກກໍ່ໄດ້ອີງໃສ່ພື້ນຖານທ່າແຮງທີ່ມີ ພ້ອມທັງປຸກລະດົມຊຸກຍູ້ສົ່ງເສີມປະຊາຊົນ ທຳການຜະລິດກະສິກຳຂາຍເປັນສິນຄ້າເປັນຕົ້ນ: ເຂົ້າ, ມັນຕົ້ນ, ຢ່າງພາລາ, ສັດລ້ຽງ ແລະ ອື່ນໆ. ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກເມືອງ ເຮັດໃຫ້ເມືອງແມດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ. ມາຮອດປະຈຸບັນສາມາດ ປະກາດລຶບລ້າງບ້ານທຸກຍາກໄດ້ 100%. ນອກນີ້ ກໍ່ໄດ້ເອົາໃຈໃສ່ນໍາພາວຽກພັກ-ພະນັກງານ, ວຽກປັບປຸງກົງຈັກການຈັດຕັ້ງ, ວຽກຄຸ້ມຄອງພະນັກງານ, ການສ້າງແຜນກຳນົດ ແລະ ບໍາລຸງ-ກໍ່ສ້າງພະນັກງານ ເພື່ອຮັບປະກັນບຸກຄະລາກອນຜູ້ທີ່ຈະສືບທອດປ່ຽນແທນ ແລະ ສືບຕໍ່ນໍາພາ-ຊີ້ນຳການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີຜົນສຳເລັດ.

     ເພື່ອໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນຳຂອງແຂວງ, ເມືອງ ກໍຄືຄະນະພັກແຕ່ລະຂັ້ນ ສະຫາຍ ນາງ ສີໃສ ລື​ເດດ​ມູນ​ສອນ ​ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ກໍ່ໄດ້ມີຄຳເຫັນໂອ້ລົມ ໂດຍສະເພາະວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ສະຫາຍໄດ້ເນັ້ນວ່າ ໃນຖານະຄະນະຈັດຕັ້ງແຂວງ ເປັນເສນາທິການໃຫ້ຄະນະບໍລິຫານງານພັກແຂວງ, ຄະນະຈັດຕັ້ງເມືອງກໍ່ເປັນເສນາທິການ ໃຫ້ຄະນະບໍລິຫານງານພັກເມືອງ ສະນັ້ນວຽກງານພັກ-ພະນັກງານ,​ ວຽກງານກົງຈັກການຈັດຕັ້ງ​, ການສ້າງແຜນກຳນົດພະນັກງານ ແລະ ວຽກງານຄຸ້ມຄອງພະນັກງານ; ວຽກງານທັງໝົດນີ້ຈະດີ ຈະເຂັ້ມແຂງ ແຕ່ລະສະຫາຍທີ່ເຮັດວຽກນີ້ຕ້ອງກຳໄດ້ນິຕິກຳ ວຽກພັກ-ພະນັກງານ ແລະ ນິຕິກຳທີ່ກ່ຽວຂ້ອງວຽກງານວິຊາສະເພາະຂອງຕົນ, ສິ່ງສຳຄັນພະນັກງານຈັດຕັ້ງຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສ ທັນເຫດການ, ປະຕິບັດຕາມຫຼັກການ ແລະ ກົດລະບຽບຂອງພັກຢ່າງເຂັ້ມງວດ, ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ, ຕ້ອງມີຄວາມເປັນເອກະພາບ ຮັກສາໄດ້ຄວາມສາມັກຄີພາຍໃນພັກ ມີການຕິຊົມກໍ່ສ້າງກັນ ບົນພື້ນຖານເພື່ອນສະຫາຍທີ່ຮັກແພງ, ເຮັດວຽກງານຢ່າງມີແບບແຜນ ມີການແບ່ງວຽກແບ່ງຄວາມຮັບຜິດຊອບ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ຂັ້ນລຸ່ມຕ້ອງປະຕິບັດຕາມຂັ້ນເທິງ  ແລະ ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງຢູ່ສະເໝີ; ສາມາດເປັນເສນາທິການທາງດ້ານວຽກງານຈັດຕັ້ງໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ​ ແລະ ມີຄຸນນະພາບ​ ຈຶ່ງຈະຮັກສາໄດ້ບົດບາດການນຳພາຂອງພັກ ແລະ ສາມາດເຮັດຫຼ້ອນໜ້າທີ່ການເມືອງ ທີ່ພັກ-ລັດມອບໝາຍໃຫ້...ຯ