ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ວາລະສານກໍ່ສ້າງພັກ
ຈຳນວນຜູ້ອ່ານ: 105
ອະນຸມັດວັນທີ: 23/10/2023

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 20 ຕຸລາ 2023 ທີ່ສະໂມສອນ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ (20 ຕຸລາ 1993-20 ຕຸລາ 2023) ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຄະນະຈັດຕັ້ງສູນກາງພັກ, ບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຄະນະກົມ, ສູນ, ຫ້ອງການ ຄະນະຈັດຕັ້ງສູນກາງພັກ, ພະນັກງານອາວຸດໂສບໍານານ ອາດີດຄະນະບັນນາທິການວາລະສານກໍ່ສ້າງພັກ, ພະນັກງານນັກຂ່າວ, ນັກຂີດຂຽນ, ເພື່ອນຮ່ວມງານ ແລະ ແຂກທີ່ຖືເຊີນເຂົ້າຮ່ວມ.

     ໃນພິທີ ໄດ້ຕີລາຄາທົບທວນມູນເຊື້ອການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ ໃນຕະຫຼອດ 30 ປີຜ່ານມາ.

     ໃນພິທີດັ່ງກ່າວ ສະຫາຍ ພອນສະຫວັນ ໄຊຊະນະ ຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບລາຍງານການເຕີບໃຫຍ່ຂະຫຍາຍຕົວຂອງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ ສະຫາຍໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານວາລະສານກໍ່ສ້າງພັກ, ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງຂອງວຽກງານກໍ່ສ້າງພັກກໍຄືວຽກງານໂຄສະນາກໍ່ສ້າງພັກ-ພະນັກງານໄລຍະ 30 ປີຜ່ານມາ, ໃນໄລຍະເລີ່ມຕົ້ນວາລະສານກໍ່ສ້າງພັກແມ່ນຜະລິດເປັນລາຍໄຕມາດ (3 ເດືອນ) ມີຂະໜາດ 17x22 ຊມ, ບໍລິມາດພິມ 62 ໜ້າ, ປະລິມານ 2.000 ເຫຼັ້ມ, ປີ 1995 ວາລະສານກໍ່ສ້າງພັກ ໄດ້ຂະຫຍາຍຕົວ ອອກຕື່ມຄື: ເພີ່ມບໍລິມາດພິມຂຶ້ນເປັນ 72 ໜ້າ, ປະລິມານພິມ ກໍໄດ້ເພີ່ມຈຳນວນຂຶ້ນເລື້ອຍໆ ຈົນຮອດປັດຈຸບັນ. ການເຕີບໃຫຍ່ຂະຫຍາຍຕົວຂອງວາລະສານກໍ່ສ້າງພັກ, ນອກຈາກປະລິມານການພິມທີ່ເພີ່ມຂຶ້ນແລ້ວ, ພວກເຮົາຍັງໄດ້ມີການປັບປຸງທາງດ້ານຮູບຮ່າງ ແລະ ຈຳນວນໜ້າຕາມໄລຍະຢ່າງເໝາະສົມ. ສໍາຄັນ ແມ່ນໄດ້ປັບປຸງໄລຍະເວລາການພິມອອກຈໍາໜ່າຍໃຫ້ສັ້ນເຂົ້າກວ່າເກົ່າຄື: ຈາກລາຍ 3 ເດືອນ ມາເປັນລາຍ 2 ເດືອນ, ເລີ່ມປີ 1999 ຫາ ປີ 2007 ມາເປັນລາຍເດືອນຈົນເຖິງປັດຈຸບັນ. ນອກຈາກຈັດພິມວາລະສານກໍ່ສ້າງພັກ ສະບັບປົກກະຕິແລ້ວ, ຍັງໄດ້ຈັດພິມວາລະສານສະບັບພິເສດ ຮັບໃຊ້ກອງປະຊຸມພະນັກງານທົ່ວປະເທດ, ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ແລະ ກອງປະຊຸມທີ່ສໍາຄັນຂອງພັກ. ແຕ່ປີ 1995 ເປັນຕົ້ນມາ, ຈັດພິມປຶ້ມບົດໂອ້ລົມຂອງປະທານ ໄກສອນ ພົມວິຫານ ໃນກອງປະຊຸມຈັດຕັ້ງທົ່ວປະເທດ ຄັ້ງທີ 7, ປຶ້ມລວບລວມບັນດາຄຳສັ່ງ, ຂໍ້ກຳນົດ, ບົດແນະນໍາຕ່າງໆກ່ຽວກັບວຽກງານຈັດຕັ້ງ, ເອກະສານຄູ່ມືວຽກງານຈັດຕັ້ງກໍ່ສ້າງພັກ-ພະນັກງານ ແລະ ອື່ນໆ, ນອກການຜະລິດວາລະສານກໍ່ສ້າງພັກແລ້ວ ປີ 1997 ຄະນະຈັດຕັ້ງສູນກາງພັກ ​ໄດ້​ສ້າງ​ລາຍການຮ່ວມ​ກັບ​ໂທລະພາບ​ແຫ່ງ​ຊາດ​ ໃສ່​ຊື່ວ່າ: ລາຍການ  “​ລັດ ​ແລະ ກົດໝາຍ” ຕໍ່​ມາ​ໄດ້​ປ່ຽນ​ເປັນ​ລາຍການ “​ສົນທະນາ​ເວທີ​ການ​ເມືອງ” ມາຮອດ ປີ 2008​ ປັນຕົ້ນມາ​ ໄດ້​ປ່ຽນ​ມາ​ເປັນ​ລາຍການ​ “ກໍ່ສ້າງ​ພັກ”; ຕະຫຼອດ​ໄລຍະ 30 ປີຜ່ານມາ ສາມາດ​ຜະລິດ​ລາຍການ​ກໍ່ສ້າງ​ພັກໄດ້ທັງໝົດ 1.400 ລາຍການ ແລະ ໃນ​ປີ 2019 ການ​ໂຄສະນາ​ເຜີຍ​ແຜ່​ຂໍ້ມູນ-ຂ່າວສານ ຜ່ານ​ສື່​ແບບ​ໃໝ່​ ໄດ້​ມີ​ບົດບາດ​ສໍາຄັນ ​ແລະ ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ເປັນຕົ້ນແມ່ນ ຢູທູບ, ເຟດບຸກ ​ແລະ ​ໂຄສະນາ​ຜ່ານ​ເວ​ບ​ໄຊ​ຂອງ​ຄະນະ​ຈັດຕັ້ງສູນ​ກາງ​ພັກ. ເຊິ່ງໄດ້​ຮັບການ​ຕອບ​ຮັບຢ່າງ​ກວ້າງຂວາງຈາກສະມາຊິກພັກ, ພະນັກງານ ແລະ ສັງຄົມ.

     ຫຼັງຈາກນັ້ນ ໄດ້ມີພິທີມອບ-ຮັບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ແກ່ພາກສ່ວນທີ່ໃຫ້ການອຸປະຖຳ ແລະ ມອບລາງວັນ ແລະ ໃບຢັ້ງຢືນ ໃຫ້ແກ່ຜູ້ຊະນະເລີດລາງວັນປະເພດ 1, ປະເພດ 2 ແລະ ປະເພດ 3 ໃນການບົດເຂົ້າປະກວດເນື່ອງໃນວັນສ້າງຕັ້ງວາລະສານກໍ່ສ້າງພັກ ຄົບຮອບ 30 ປີ.

     ໃນຕອນທ້າຍຂອງພິທີ ສະຫາຍ ນາງ ບຸດສະດີ ທະນະເມືອງ ໄດ້ໃຫ້ກຽດໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານໃນການຈັດຕັ້ງປະຕິບັດວຽກງານໃນຕະຫຼອດ 30 ປີ ຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຄະນະບັນນາທິການ, ຄະນະກົມ, ນັກຂ່າວ ແລະ ເພື່ອນຮ່ວມງານວາລະສານ, ເພື່ອນຮ່ວມງານໂຄສະນາກໍ່ສ້າງພັກ-ພະນັກງານ ຕ້ອງຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະກ່ຽວກັບວຽກງານຂ່າວສານໃນລະດັບອັນແນ່ນອນ; ຕ້ອງກໍາແໜ້ນແນວທາງການຈັດຕັ້ງ, ແນວທາງພະນັກງານຂອງພັກແຕ່ລະໄລຍະ; ຄະນະບັນນາທິການວາລະສານ, ຄະນະໜ່ວຍພັກ, ຄະນະກົມໂຄສະນາກໍ່ສ້າງພັກ-ພະນັກງານ ຕ້ອງເອົາໃຈໃສ່ກໍ່ສ້າງພະນັກງານ ຜູ້ເຮັດວຽກງານວາລະສານ ກໍຄືຜູ້ເຮັດວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມສາມາດສົມຄູ່ກັບພາລະໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ ເປັນຢ່າງດີ; ຊອກເຫັນປັດໄຈຕ່າງໆ ທີ່ເປັນການປັບປຸງວາລະສານ ໃຫ້ເປັນທີ່ນິຍົມຊົມຊອບຂອງຜູ້ອ່ານ, ຜູ້ຊົມ ແລະ ຕ້ອງເອົາໃຈໃສ່ກໍ່ສ້າງ ເພື່ອນຮ່ວມງານວາລະສານ, ໂທລະພາບກໍ່ສ້າງພັກ ໃຫ້ກວ້າງຂວາງ ແລະ ໃຫ້ມີໃນທຸກຂະແໜງການຂົງເຂດວຽກງານ ແລະ ທ້ອງຖິ່ນ; ຄະນະໜ່ວຍພັກ, ຄະນະກົມໂຄສະນາກໍ່ສ້າງພັກ ຕ້ອງສືບຕໍ່ພົວພັນ ແລກປ່ຽນເປັນປົກະຕິ ກັບເພື່ອນຮ່ວມງານ, ໂດຍຖືເອົາການພົວພັນ ກັບເພື່ອນຮ່ວມງານ ເປັນວຽກງານສໍາຄັນ ແລະ ຈໍາເປັນທີ່ສຸດ ເພື່ອຈະຊ່ວຍໃຫ້ຄະນະນໍາຂອງກົມ ແກ້ໄຂໄດ້ບັນຫາທີ່ບໍ່ສາມາດແກ້ໄຂດ້ວຍຕົນເອງໄດ້. ເອົາໃຈໃສ່ເສີມຂະຫຍາຍການພົວພັນທີີ່ມີມູນເຊື້ອກັບຄະນະບັນນາທິການວາລະສານໄຊຢື້ງດ້າງຂອງຄະນະຈັດຕັ້ງສູນກາງພັກກອມມູນິດ ຫວຽດນາມ ໃຫ້ເຂົ້າສູ່ລວງເລີກ ເພື່ອຍາດແຍ່ງເອົາບົດຮຽນ ມາປັບປຸງວາລະສານພວກເຮົາໃຫ້ດີຂຶ້ນ; ຖືສຳຄັນການພົວພັນກັບວາລະສານອື່ນໆພາຍໃນປະເທດ ຈັດກອງປະຊຸມສຳມະນາດ້ານວິຊາການ ເພື່ອແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນໃຫ້ຫຼາຍຂຶ້ນ. ຄະນະພັກ, ຄະນະຈັດຕັ້ງສູນກາງພັກ ຕ້ອງຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ; ຕ້ອງສ້າງເງື່ອນໄຂ ອັນຈຳເປັນໃຫ້ກົມໂຄສະນາກໍ່ສ້າງພັກ-ພະນັກງານ ເຄື່ອນໄຫວປະຕິບັດໜ້າທີ່ເປັນຢ່າງດີ.