ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ກອງປະຊຸມຄົບຄະນະກາງສະໄໝທີ IX ຂອງຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ.
ຈຳນວນຜູ້ອ່ານ: 375
ອະນຸມັດວັນທີ: 16/10/2023

ຂ່າວ: ວິລະສະໄໝ 

ພາບ: ບານ 

     ໃນລະຫວ່າງວັນທີ 11-12 ຕຸລາ 2023 ຄະນະຈັດຕັ້ງສູນກາງພັກໄດ້ຈັດກອງປະຊຸມ ເຊື່ອມຊຶມ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ແລະ ກາງປະຊຸມຄົບຄະນະກາງສະໄໝທີ IX ຂອງຄະນະບໍລິຫານງານພັກ, ໂດຍການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາຄະນະພັກຫົວໜ້າກົມ, ຮອງກົມພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 154 ສະຫາຍ, ຍິງ 64 ສະຫາຍ.

     ກອງປະຊຸມໄດ້ຮັບຟັງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ, ບົດສຳຫຼວດການນຳພາລວມຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ; ຄຳເຫັນສະຫຼຸບວາລະເປີດກວ້າງ ແລະ ວາລະພາຍໃນຂອງສະຫາຍເລຂາທິການໃຫຍ່ ຕິດພັນກັບເອກະສານກາງສະໄໝທີ IX ຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ ສະເໜີໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຫຼັງຈາກນັ້ນ ສະຫາຍ ນ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານ ເອກະສານຕີລາຄາການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ໄລຍະກາງສະໄໝ ຕິດພັນກັບການຕີລາຄາກາງສະໄໝທີ Ⅸ ຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ, ສະຫາຍ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານເອກະສານ ຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ Ⅸ ໄລຍະກາງສະໄໝ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ແຜນພັດທະນາຂະແໜງຈັດຕັ້ງໄລຍະກາງສະໄໝ, ສະຫາຍ ປອ ວິສຸກ ພົມພິທັກ ຄະນະະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍສືບຕໍ່ ຍູ້ແຮງ ການພັດທະນາແນວທາງປ່ຽນແປງໃໝ່ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ ລົງວັນທີ 5 ກັນຍາ 2023 ແລະ ແຜນດຳເນີນງານຜັນຂະຫຍາຍມະຕິ 05/ຄບສພ, ສະບັບເລກທີ 432/ຄລສພ ລົງວັນທີ 8 ກັນຍາ 2023 ແລະ ແຜນດຳເນີນງານໃນຄວາມຮັບຜິດຊອບໂດຍກົງ ແລະ ການມີສ່ວນຮ່ວມຂອງຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ວຽນທອງ ສິງຄຳພັນ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນຜ່ານເອກະສານການສັບຊ້ອນບ່ອນປະຈຳການ ແລະ ແຕ່ງຕັ້ງ ຕຳແໜ່ງບໍລິຫານຂັ້ນພະແນກຈຳນວນໜຶ່ງ.

     ໃນຕອນທ້າຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄຳເຫັນໂອ້ລົມ ສະຫາຍໄດ້ສະແດງຄວາມຊົມເຊີຍຕໍ່ກອງປະຊຸມຄັ້ງນີ້ທີ່ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ເນັ້ນໃຫ້ບັນດາສະຫາຍທີ່ເປັນຄະນະພັກ, ເລຂາໜ່ວຍພັກ, ບັນດາຫົວໜ້າກົມ, ຫ້ອງການ ແລະ ສູນ ຈົ່ງໄດ້ເປັນເຈົ້າການຄົ້ນຄວ້າ ຄັດຈ້ອນເນື້ອໃນເອກະສານສຳຄັນຕົ້ນຕໍທີ່ຕິດພັນໂດຍກົງກັບໜ້າທີ່ການເມືອງຂອງຕົນ ລວມທັງເອກະສານກອງປະຊຸມຄົບຄະນະກາງສະ ໄໝຄັ້ງທີ Ⅸ ຂອງຄະນະບໍລິຫານງານພັກ ຄະນະຈັດຕັ້ງສູນກາງພັກ ເພື່ອສືບຕໍ່ຈັດຕັ້ງເຊື່ອມຊຶມຢູ່ໃນຂັ້ນຂອງຕົນໃຫ້ເລິກເຊິ່ງ ແລະ ຜັນຂະຫຍາຍເປັນແຜນການເຄື່ອນໄຫວໃນການປະຕິບັດໜ້າທີ່ລວມຂອງແຕ່ລະໜ່ວຍພັກ, ແຕ່ລະກົມ, ຫ້ອງການ ແລະ ສູນພັດທະນາວຽກງານຈັດຕັ້ງ. ພ້ອມນັ້ນຍັງໄດ້ເນັ້ນໃຫ້ບັນດາສະຫາຍຄະນະພັກພ້ອມກັນເອົາໃຈໃສ່ຊີ້ນຳ-ນຳພາອົງການຈັດຕັ້ງມະຫາຊົນເພື່ອໃຫ້ເປັນກຳລັງແຮງໃຫ້ຄະນະພັກໃນການເຕົ້າໂຮມ ແລະ ສຶກສາອົບຮົມ ເພື່ອຊຸກຍູ້ໃຫ້ສະມາຊິກຂອງອົງການຈັດຕັ້ງມະຫາຊົນຢູ່ແຕ່ລະໜ່ວຍພັກ ແຂ່ງຂັນກັນປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບການມອບໝາຍເພື່ອສ້າງໃຫ້ໄດ້ພະນັກງານທີ່ມີຄວາມຊຳນານງານ ກ້າວໄປເຖິງມືອາຊີບ ໃນວຽກງານຈັດຕັ້ງພັກ-ພະ ນັກງານ.