ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມ ສ່ອງແສງວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ກະຊວງ-ອົງການ ປະຈຳໄຕມາດ III ປີ 2023
ຈຳນວນຜູ້ອ່ານ: 136
ອະນຸມັດວັນທີ: 04/10/2023

ພາບ: ແສງຄຳ; ຂ່າວໂດຍ: ສ.ສົດໃສ

    ໃນວັນທີ 2 ຕຸລາ 2023 ຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມສ່ອງແສງວຽກງານກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂອງ​ກະຊວງ-ອົງການ ປະຈຳໄຕມາດ III ປີ 2023 ​ໂດຍ​ການ​ເປັນ​ປະທານຂອງສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​, ​ເລຂາ​ທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ບັນດາ​ສະຫາຍ ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກງານ ກະຊວງ-ອົງການ, ມີຄະນະ​ກົມ, ຫ້ອງ​ການ, ສູນ​ພັດທະນາ​ວຽກ​ງານ​ຈັດ​ຕັ້ງ​ ທີ່​ຂຶ້ນ​ກັບຄະນະ​ຈັດຕັ້ງ​ສູນ​ກາງ​ພັກ ​ເຂົ້າ​ຮ່ວມ​ລວມທັງ​ໝົດ 49 ສະຫາຍ, ຍິງ 15 ສະຫາຍ.

     ກອງ​ປະ​ຊຸມໃນ​ຄັ້ງ​ນີ້ ຄະນະ​ຈັດ​ຕັ້ງ​ສູ​ນກາງ​ພັກ ໄດ້​ແນະນຳການຈັດ​ຕັ້ງ​ເຊື່ອມ​ຊຶມ​ນິຕິ​ກຳ ກ່ຽວ​ກັບ​ກອງ​ປະ​ຊຸມ 3 ຂັ້ນ​ຂອງ​ພັກ, ການ​ປະກອບ​ເອກະສານ​ການ​ຍົກ​ຍ້າຍ, ​ແຕ່ງ​ຕັ້ງ, ​ເລື່ອນ​ຊັ້ນ, ​ເລື່ອນ​ຕຳແໜ່​ງຂອງ​ພະນັກງານ​ຂັ້ນ​ສູນ​ກາງ​ຄຸ້ມ​ຄອງ ​ແລະ ທຽບ​ລະດັບ​ທິດ​ສະ​ດີ. ຕໍ່​ຈາກ​ນັ້ນ, ປະທານ​ກອງ​ປະຊຸມ ໄດ້​ມີ​ຄຳ​ຖາມ​​ເຈາະ​ຈິ້ມຈຳນວນໜຶ່ງ​ ​ແລະ ​​ບັນດາ​ຜູ້​​ເຂົ້າ​ຮ່ວມກອງ​ປະຊຸມໄດ້ພ້ອມ​ກັນ​​ປະ​ກອບ​ຄຳ​ເຫັນ​ຢ່າງ​​ເລິກ​ເຊິ່ງ ​ແລະ ກົງ​ໄປ​ກົງ​ມາຕາມ​ການ​ເຈາະ​ຈິ້ມຂອງ​ປະທານ.

     ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ປະທານ​ກອງ​ປະຊຸມ ​ໄດ້​ມີຄຳເຫັນເນັ້ນຕື່ມບາງບັນຫາດັ່ງນີ້:

  1. ໃຫ້ສືບຕໍ່ເປັນ​ເສ​ນາ​ທິ​ການຊ່ວຍ​ຄະ​ນະ​ພັກ​ ໃນ​ການ​ຈັດ​ຕັ້ງ​ການ​ເຜີຍ​ແຜ່, ເຊື່ອມ​ຊຶມ ຄຳ​ສັ່ງ​ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 411, ຄຳ​ແນະ​ນຳ ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ເລກ​ທີ 211 ກ່ຽວ​ກັບ​ການ​ກະ​ກຽມ ແລະ ດຳ​ເນີນກອງ​ປະ​ຊຸມ 3 ຂັ້ນ​ຂອງ​ພັກ, ຂໍ້​ກຳ​ນົດ ຂອງ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 416/ຄ​ລ​ສ​ພ, ລົງ​ວັນ​ທີ 25/8/2023 ວ່າ​ດ້ວຍ​ການ​ຈັດ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ພັກ​ຮາກ​ຖານ​ກຸ່ມ​ບ້ານ ຫຼື ບ້ານ​ໃຫຍ່ ແລະ ນິ​ຕິ​ກຳ​ອື່ນໆ ໃຫ້​ທົ່ວ​ເຖິງ ແລະ ເລິກ​ເຊິ່ງ ໃຫ້​ແທດ​ເໝາະ ແລະ ແກ້​ໄຂ, ຕ້ານປະ​ກົດ​ການ​ຫຍໍ້​ທໍ້ ທີ່​ເກີດ​ຂຶ້ນ​ໃນ​ຖັນ​ແຖວ​ພະ​ນັກ​ງານ-ລັດ​ຖະ​ກອນ ແລະ ສະ​ມາ​ຊິກ​ພັກ ໃນ​ສະ​ພາບ​ການ​ທີ່​ມີ​ຜົນ​ກະ​ທົບ​ທາງ​ດ້ານ​ເສດ​ຖະ​ກິດ​ແບບນີ້, ພວກ​ເຮົາ​ຍິ່ງ​ຕ້ອງ​ເພີ່ມ​ທະ​ວີ ໃນ​ການ​ເຮັດ​ວຽກ​ງານ​ການ​ເມືອງ​-ແນວ​ຄິດ ພາຍ​ໃນ​ອົງ​ຄະ​ນະ​ພັກ ກະ​ຊວງ-ອົງ​ການ ຂອງ​ຕົນ ໃຫ້​ພະ​ນັກ​ງານ-ລັດ​ຖະ​ກອນ, ສະ​ມາ​ຊິກ​ພັກ ມີ​ແນວ​ຄິດ​ອຸ່ນ​ອ່ຽນ, ທຸ່ນ​ທ່ຽງ ສືບ​ຕໍ່​ເປັນ​ຫຼັກ​ແຫຼ່ງ​ແກ່ນ​ສານ ໃຫ້​ແກ່​ຄະ​ນະ​ພັກ, ຄະ​ນະ​ນຳ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ ແລະ ວຽກ​ງານ​ວິ​ຊາ​ສະ​ເພາະ ໃຫ້​ສຳ​ເລັດ​ຕາມ​ແຜນ​ການ.
  2. ວຽກ​ງານກໍ່​ສ້າງ​ພັກ ເອົາໃຈໃສ່ປັບປຸງກໍ່ສ້າງພັກຮອບດ້ານ ຕິດ​ພັນ​ກັບ​ການ​ປະ​ເມີນ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ ປະ​ຈຳ​ປີ 2023 ສ້າງ​ແຜນ​ດຳ​ເນີນ​ລະ​ອຽດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ, ມີ​ການ​ແຕ່ງ​ຕັ້ງ​ຄະ​ນະ​ຮັບ​ຜິດ​ຊອບ​ຕິດ​ຕາມ, ຊຸກ​ຍູ້ ໃຫ້​ມີ​ການ​ດຳ​ເນີນ​ຢ່າງ​ເປັນ​ຂະ​ບວນ ແລະ ຕາມ​ນິ​ຕິ​ກຳ​ກຳ​ນົດ​ໄວ້, ທີ່​ສຳ​ຄັນ​ແມ່ນ​ຕ້ອງ​ຖື​ເອົາ​ຄຸນ​ນະ​ພາບ​ເປັນ​ກົກ, ພ້ອມ​ດຽວ​ກັນ​ ກໍ່​ເອົາ​ໃຈ​ໃສ່​ຊຸກ​ຍູ້ ໃຫ້​ບັນ​ດາ​ໜ່ວຍ​ພັກ ໄດ້​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ເປັນ​ປົກ​ກະ​ຕິ ຮັບ​ປະ​ກັນ 3 ລັກ​ສະ​ນະ ຂອງ​ການ​ຮ່ວມ​ຊີ​ວິດ​ພັກ ໃນ​ນີ້ ໃຫ້​ເອົາ​ໃຈ​ໃສ່​ຫຼັກ​ການ​ຕຳ​ນິ​ສົ່ງ​ຂ່າວ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເປັນ​ການ​ກໍ່ສ້າງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເປັນ​ການ​ຮັບ​ປະ​ກັນ​ການ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ​ຂອງ​ພັກ, ການ​ຂະ​ຫຍາຍ​ພັກ ກໍ​ຮັບ​ປະ​ກັນ​ດ້ານ​ຄຸນ​ນະ​ພາບ​ເປັນ​ຫຼັກ, ການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ຕ້ອງ​ມີ​ການ​ກະ​ກຽມ​ແຕ່​ຫົວ​ທີ, ກະກຽມດຳເນີນກອງປະຊຸມໃຫຍ່ຂອງ​ພັກ ຕ້ອງຖືເອົາຂະບວນການດັ່ງກ່າວນີ້ ເປັນບັ້ນປັບປຸງປົວແປງພັກເຮົາຢ່າງແຂງແຮງ. ຕົ້ນຕໍແມ່ນກະກຽມ 3 ດ້ານຄື: ດ້ານຂະບວນການ, ດ້ານເນື້ອໃນ ແລະ ດ້ານບຸກຄະລາກອນ.
  3. ວຽກ​ງານ​ພະ​ນັກ​ງານ ເອົາ​ໃຈ​ໃສ່​ກຳ​ແໜ້ນຖັນ​ແຖວ​ພະ​ນັກ​ງານ ແລະ ບຸກ​ຄົນ​ພະ​ນັກ​ງານ ປະ​ຕິ​ບັດ​ທຸກ​ຂອດ​ວຽກ​ງານ​ພະ​ນັກ​ງານ ຕາມ​ມະ​ຕິ 04 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ວ່າ​ດ້ວຍ​ເພີ່ມ​ທະ​ວີ​ການ​ນຳ​ພາຂອງ​ພັກ ເພື່ອ​ສ້າງ​ການ​ຫັນ​ປ່ຽນຢ່າງ​ແຂງ​ແຮງ ແລະ ເລິກ​ເຊິ່ງ; ພ້ອມ​ທັງ​ໃຫ້ເອົາ​ໃຈ​ໃສ່​ແກ້​ໄຂຂອດ​ພະ​ນັກ​ງານ​ເຫຼືອບໍ່​ພໍ, ສຸມ​ໃສ່​ສ້າງ​ພະ​ນັກ​ງານສືບ​ທອດ​ປ່ຽນ​ແທນ ຢ່າງ​ຕໍ່​ເນື່ອງ ແລະ ເປັນ​ລະ​ບົບ ຕາມ​ແຜນ​ກຳ​ນົດ​ພະ​ນັກ​ງານ ໃນ​ນີ້​ຮັບ​ປະ​ກັນ​ໃຫ້​ມີ​ຄວາມ​ຊ່ຽວ​ຊານ​ທາງ​ດ້ານ​ວິ​ຊາ​ການ, ມີ​ລະ​ດັບ​ທິດ​ສະ​ດີ​ການ​ເມືອງ.
  4. ​ກະ​ກຽມ​ສະ​ຫຼຸບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານກໍ່​ສ້າງ​ພັກ-ພະ​ນັກ​ງານ​ ແລະ ປັບ​ປຸງ​ກົງ​ຈັກ​ການ​ຈັດ​ຕັ້ງ ປະ​ຈຳ​ປີ 2023 ແລະ ວາງ​ທິດ​ທາງ​ຕໍ່ໜ້າ ສົ່ງ​ໃຫ້​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.