ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກຈັດຊຸດຝຶກອົບຮົມການບໍລິການລັດໃຫ້ພະນັກງານນຳພາ-ຄຸ້ມຄອງ
ຈຳນວນຜູ້ອ່ານ: 153
ອະນຸມັດວັນທີ: 22/09/2023

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ພິດສະໄໝ ວິໄລຮັກ

     ໃນລະຫວ່າງວັນທີ 18-22 ກັນຍາ 2023 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດຊຸດຝຶກອົບຮົມການບໍລິການລັດໃຫ້ພະນັກງານນຳພາ-ຄຸ້ມຄອງ ໂດຍການເປັນປະທານຂອງສະຫາຍ ວຽນທອງ ສິງຄຳພັນ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ, ມີວິທະຍາກອນທີ່ມາຈາກສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ ກະຊວງພາຍໃນ, ມີສຳມະນາກອນທີ່ມີຕຳແໜ່ງຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພາຍໃນຄະນະຈັດຕັ້ງສູນກາງພັກ ແລະ ຄະນະຮັບຜິດຊອບຝຶກອົບຮົມເຂົ້າຮ່ວມທັງໝົດ 46 ສະຫາຍ, ຍິງ 15 ສະຫາຍ.

     ການຝຶກອົບຮົມຄັ້ງນີ້, ເປັນການຍົກສູງຄວາມຮູ້-ຄວາມສາມາດຂອງພະນັກງານນຳພາ-ຄຸ້ມຄອງ ເປັນປະໂຫຍດສຳລັບຜູ້ທີ່ມີຕຳແໜ່ງນຳພາ-ຄຸ້ມຄອງ ຕະຫຼອດຮອດພະນັກງານສືບທອດ ເພື່ອຈະນຳມາໝູນໃຊ້ເຂົ້າໃນການນຳພາ-ຊີ້ນຳ ແລະ ເຮັດຕົວຈິງໃນການບໍລິຫານເປັນຕົ້ນການກຳນົດຍຸດທະສາດ, ແຜນງານ, ໂຄງການຂອງກົມ ເວົ້າລວມ ເວົ້າສະເພາະແມ່ນວຽກງານຍຸດທະສາດຂອງຄະນະຈັດຕັ້ງສູນກາງພັກ ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຕໍ່ໜ້າ ການຝຶກອົບຮົມໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາ 5 ວັນ, ເຊິ່ງປະກອບມີ 8 ບົດຄື: 1. ການຮ່າງເອກະສານທາງການ, 2. ການບໍລິຫານລັດໃນລະບົບການເມືອງ, 3. ການນຳພາ ແລະ ການຄຸ້ມຄອງ, 4. ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ, 5. ການສື່ສານ ແລະ ການປະສານງານ, 6. ການຄຸ້ມຄອງພະນັກງານ-ລັດຖະກອນ ຂອງ ສປປ ລາວ, 7. ຈັນຍາບັນ ແລະ ຄ່ານິຍົມ, 8. ການພັດທະນາ ແລະ ການຝຶກອົບຮົມ.

     ໃນພິທີດັ່ງກ່າວໄດ້ຮັບຟັງຄຳເຫັນໂອ້ລົມ ຂອງສະຫາຍ  ວຽນທອງ ສິງຄຳພັນ ກຳມະການຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານ ໂດຍສະຫາຍໄດ້ຮຽກຮ້ອງມາຍັງບັນດາສະຫາຍທີ່ເຂົ້້າຮ່ວມຝຶກອົບຮົມໃນຄັ້ງນີ້ຈົ່ງນຳເອົາຄວາມຮູ້ປະສົບການຕົວຈິງທີ່ຜ່ານມາສົບທຽບກັບທິດສະດີ ພ້ອມນຳເອົາບົດຮຽນ ແລະ ປະສົບການອັນໃໝ່ ເພື່ອນຳໄປໝູນໃຊ້ໃນວຽກງານຕົວຈິງໃຫ້ບັນລຸຜົນ.  ໃນຕອນທ້າຍຂອງພິທີ ສະຫາຍ ສະຫວ່າງ ໄຊຍະວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ, ກະຊວງພາຍໃນ ໄດ້ໃຫ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ຈຳນວນ 30 ສະຫາຍ, ຍິງ 11 ສະຫາຍ.