ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫ້ອງການ ຄະນະຈັດຕັ້ງສູນກາງພັກ ຈັດຊຸດຝຶກອົບຮົມ ການນຳໃຊ້ໂປຣແກຣຄຸ້ມຄອງຂໍ້ມູນສະມາຊິກພັກໃຫ້ພະນັກງານຂອງກະຊວງ-ອົງການ
ຈຳນວນຜູ້ອ່ານ: 76
ອະນຸມັດວັນທີ: 07/09/2023

ພາບ: ບານ; ຂ່າວໂດຍ: ສ. ສົດໃສ

     ໃນວັນທີ 5 ກັນຍາ 2023 ຫ້ອງການ ຄະນະຈັດຕັ້ງສູນກາງພັກ (ຄຈສພ) ຈັດຊຸດຝຶກອົບຮົມ ການນຳໃຊ້ໂປຣແກຣຄຸ້ມຄອງຂໍ້ມູນສະມາຊິກພັກໃຫ້ພະນັກງານຂອງກະຊວງ-ອົງການ ໂດຍການເປັນປະທານຂອງສະຫາຍ ພູຂົງ ພິລາເພັດ ກຳມະການຄະນະພັກ, ຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ, ມີວິທະຍາກອນຈາກພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ທີ່ຂຶ້ນກັບຫ້ອງການ ຄຈສພ, ມີສຳມະນາກອນທີ່ມາຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງສຶກສາທິການ ແລະ ກິລາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງແນວລາວສ້າງ​ຊາດ ແລະ ສູນກາງຊາວໜຸ່ມ ຈຳນວນ 13 ທ່ານ, ຍິງ 3 ທ່ານ.

    ຈຸດປະສົງຂອງການຝືກອົບຮົມຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດໂຄງການ 1 ໃນ 8 ແຜນງານ 47 ໂຄງການ ທີ່ໄດ້ກໍານົດຢູ່ໃນແຜນດໍາເນີນງານຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງໂປຣແກຣມຄຸ້ມຄອງຂໍ້ມູນສະມາຊິກພັກ; ​ເປັນ​ການຫັນການຄຸ້ມຄອງຊີວະປະຫວັດສະມາຊິກພັກ ເຂົ້າສູ່ໂປຣແກຣມ ເປັນການຮັກສາຂໍ້ມູນໄວ້ຍາວນານ, ຮັບປະກັນຄວາມປອດໄພ, ສະດວກໃນການຕິດຕາມ, ຄຸ້ມຄອງນໍາໃຊ້ບັນດາສະຖິຕິພັກ ແລະ ສະຖິຕິການຈັດຕັ້ງຮາກຖານພັກປະຈຳວັນ ຂອງແຕ່ລະກະຊວງ ​ແລະ ທັງເປັນການແນະນໍາການນໍາໃຊ້ໂປຣແກຣມໃຫ້ນັກສຳມະນາກອນ ໄດ້ຮັບຮູ້, ເຂົ້າໃຈ ຂະບວນການເຮັດວຽກຂອງລະບົບໂປຣແກຣມເປັນຕົ້ນແມ່ນ: ສ້າງໂຄງຮ່າງການຈັດຕັ້ງ, ການຕັ້ງຄ່າການເພີ່ມໜ່ວຍພັກເຂົ້າໂປຣແກຣມ, ການດັດແປງຂໍ້ມູນ, ການຍົກຍ້າຍ ແລະ ວິທີພິມລາຍງານບັນຊີສະຖິຕິພັກຂອງກະຊວງ ແລະ ຕາມຮ່າງສະຖິຕິ 01, 02 ແລະ 03 ຂອງຄະນະຈັດຕັ້ງສູນກາງພັກໄດ້ອອກແຈ້ງການ.

    ການຝືກອົບຮົມໂປຣແກຣມຄຸ້ມຄອງຂໍ້ມູນສະມາຊິກພັກ ຈະແບ່ງອອກເປັນທັງ​ໝົດ​ 05 ຊຸດ, ລວມສຳມະນາກອນທັງໝົດທີ່ຈະເຂົ້າຮ່ວມ ຈຳນວນ 72 ສະຫາຍ, ແຕ່ລະຊຸດໃຊ້ເວລາ 03 ວັນ, ເລີ່ມແຕ່ວັນທີ 05 ກັນຍາ - 05 ຕຸລາ 2023, ປະກອບມີ 2  ວິຊາຄື: 1. ທິດສະດີສາຍໄຍການຈັດຕັ້ງຮາກຖານພັກ ເຂົ້າໂປຣແກຣມ ແລະ 2. ວິທີປ້ອນສາຍໄຍການຈັດຕັ້ງຮາກຖານພັກເຂົ້າໂປຣແກຣມ.

    ​ໃນ​ໂອກາດ​ດັ່ງກ່າວ ສະຫາຍ ພູຂົງ ພິລາເພັດ ​ໄດ້​ຮຽກຮ້ອງ​ມາ​ຍັງ​​ສຳ​ມະ​ນາກ​ອນ ​ແລະ ຄະນະ​ຮັບຜິດຊອບ​ກ່ຽວຂ້ອງ ​ມີ​ຄວາມ​ຮັບຜິດຊອບສູງ​ຕໍ່ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ໃນຊຸດ​ຝຶກ​ອົບຮົມຄັ້ງ​ນີ້ ​ໂດຍ​ສະ​ເພາະ​ແມ່ນ​ສຳ​ມະ​ນາກ​ອນ ຈົ່ງພ້ອມ​ກັນ​​ເອົາ​ໃຈ​ໃສ່​ຮັບ​ຟັງ​ການ​ນຳ​ສະ​ເໜີ​ບົດຮຽນຂອງຄູ​ຝຶກ, ຄົ້ນຄວ້າ ​ແລະ ​ໃສ່​ໃຈການ​ບັນຍາຍ​ຂອງວິທະຍາກອນ, ນຳ​ເອົາ​ປະສົບ​ການ​ວຽກ​ງານ​ຕົວ​ຈິງ​ທີ່ຜ່ານ​ມາ​ສົມ​ທຽບກັບ​ທິດ​ສະ​ດີ, ມີ​ບັນຫາ​ໃດ​ບໍ່​ຈະ​ແຈ້ງ ຍັງ​ບໍ່​ທັນ​ເຂົ້າ​ໃຈ​ເລິກ​ເຊິ່ງ ຕ້ອງ​ກ້າ​ຕັ້ງ​ຄຳ​ຖາມ​ແລກປ່ຽນ​ນຳ​ຄູ​ຝຶກ ​ແລະ ສຳ​ມະ​ນາກ​ອນດ້ວຍກັນ ​ຢ່າງສ້າງສັນ-​ກົງ​ໄປ​ກົງ​ມາ ​ເພື່ອ​ຄວາມ​ເຂົ້າ​ໃຈ ​ແລະ ສາມາດ​ນຳ​ໄປ​ໝູ​ນ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ຕົວ​ຈິງ​​​ໃຫ້​ບັນລຸ​ຜົນ…ຯ