ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສ່ອງແສງລາຍງານ ກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ 6 ເດືອນຕົ້ນປີ 2023
ຈຳນວນຜູ້ອ່ານ: 166
ອະນຸມັດວັນທີ: 04/07/2023

ພາບ: ບານ ມູນ​ປະ​ເສີດ; ຂ່າວ​ໂດຍ: ສ. ສົດ​ໃສ

     ​ໃນ​ວັນ​ທີ 3 ກໍລະກົດ 2023 ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຈັດ​ກອງ​ປະຊຸມ​ສ່ອງ​ແສງລາຍ​ງານ ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ, ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ 6 ​ເດືອນ​ຕົ້ນ​ປີ 2023 ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ນາງ ສີ​ໃສ ​ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີບັນດາ​ຄະນະ​ຈັດ​ຕັ້ງ​ແຂວງ, ກະຊວງ-ອົງການ, ບັນດາ​ກົມ, ຫ້ອງການ, ສູນ ​ແລະ ຄະນະ​ຮັບຜິດຊອບ​ກອງ​ປະຊຸມ ທີ່​ຂຶ້ນ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ ​ເຂົ້າ​ຮ່ວມລວມທັງ​ໝົດ 68 ສະຫາຍ, ຍິງ 19 ສະຫາຍ.

     ໃນ​ພີ​ທີ ສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ ​ໄດ້​ຂຶ້ນ​ຜ່ານ​ບົດ​ສະຫຼຸບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ວິຊາ​ສະ​ເພາະ ປະຈຳ 6 ​ເດືອນ​ຕົ້ນ​ປີ ​ແລະ ທິດ​ທາງ​ໜ້າ​ທີ່ 6 ​ເດືອນ​ທ້າຍ​ປີ 2023; ພ້ອມ​ນັ້ນ, ບັນ​ດາ​ສະຫາຍ​ຕາງໜ້າ​ຈາກຄະນະ​ຈັດ​ຕັ້ງ​ແຂວງ, ກະຊວງ-ອົງການ ​ໄດ້​ຂຶ້ນ​ລາຍ​ງານ​ສ່ອງ​ແສງການຈັດ​ຕັ້ງ​ປະຕິບັດວຽກ​ງານ​ກໍ່ສ້າງ​ພັກ, ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງຢູ່​ຂັ້ນ​ຂອງ​ຕົນ​ ​ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ແລະ ບັນຫາ​ຫຍຸ້ງຍາກ​ທີ່​ຈະ​ຕ້ອງ​ຊອກ​ວິທີ​ແກ້​ໄຂ​ໃນ​ຕໍ່ໜ້າ.​ ຈາກ​ນັ້ນ, ກອງ​ປະຊຸມ​ຍັງ​ໄດ້​ພ້ອມ​ກັນ ປະກອບ​ຄຳ​ເຫັນ​ຕາມ​ຄຳ​ຖາ​ມ​ເຈາະ​ຈິ້ມຂອງ​ປະ​ທານ​ກອງ​ປະຊຸມ​ຢ່າງ​ກົງ​ໄປ​ກົງ​ມາ​ແບບ​ສ້າງສັນ.

     ຕອນ​ທ້າຍກອງ​ປະຊຸມ ​ເພື່ອ​ຮັບປະກັນ​​ໃຫ້​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ໄດ້​ຮັບ​ການ​ແກ້​ໄຂ​​ໃນ​ຕໍ່ໜ້າ ສະຫາຍ ນາງ ສີ​ໃສ ​ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ມີ​​ຄຳ​ຄິດ​ຄຳ​ເຫັນ​ຕໍ່ບາງ​ບັນຫາ​ດັ່ງ​ນີ້:

  1. ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ​ເປັນ​ວຽກ​ສຳຄັນ, ​ເປັນ​ກົກ​ຂອງ​ທຸກ​ວຽກ​ງານ, ສະນັ້ນ, ຄະນະ ພັກ​ແຕ່ລະ​ຂັ້ນ ເວົ້າລວມ, ເວົ້າສະເພາະ ຄະນະຈັດຕັ້ງ​ແຂວງ ແລະ ກົມຈັດຕັ້ງ-ພະນັກງານ ກະຊວງ-ອົງການ ທີ່ເປັນເສນາທິການ ຕ້ອງ​ສືບ​ຕໍ່ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ສະມາຊິກ​ພັກ-ພະນັກງານ ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບຂອງ​ຕົນ​ ​ໃຫ້​ມີ​ຄວາມຮັບ​ຮູ້, ​ເຂົ້າ​ໃຈ ແລະ ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ແລະ ນະໂຍບາຍຂອງລັດ ໃນສະພາບພົບຄວາມຫຍຸ້ງຍາກ; ກະຕຸກຊຸກຍູ້ໃຫ້ພະນັກງານ-ລັດຖະກອນ ມີຄວາມຫ້າວຫັນປະກອບສ່ວນ ປະຕິບັດໜ້າທີ່ການເມືອງ ໃຫ້ມີຜົນສຳເລັດ.
  2. ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ການຈັດ​ຕັ້ງ ກ່ຽວກັບການ​ຂະຫຍາຍ​ພັກ: ພວກ​ເຮົາຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ກໍ່ສ້າງ, ປັບ ປຸງ​ຄຸນ​ນະພາ​ບຂອງ​ສະມາຊິກ​ພັກ​ ໃຫ້​ແຂງ​ແຮງ​ກວ່າ​ເກົ່າ, ບັນດາສະຫາຍ ຄະນະຈັດຕັ້ງ​ແຂວງ ແລະ ກົມຈັດຕັ້ງ-ພະນັກງານ ກະຊວງ-ອົງການ ຕ້ອງແນະນໍາ​ສະຫາຍ​ທີ່​ເປັນ​ຄະນະ​ໜ່ວຍພັກ​ ​ເອົາ​​ໃຈ​ໃສ່​ຄຸ້ມ​ຄອງ, ສຶກສາ​ອົບຮົມ ​ແລະ ມອບ​ວຽກ​ງານ​ຕົວ​ຈິງ ​ໃຫ້​ແກ່​ບັນດາ​ສະມາຊິກ​ພັກ ​ແລະ ​ຕິດຕາມ, ​ກວດກາ​ການ​ປະຕິບັດ​ໜ້າ​ທີ່, ການ​ເຂົ້າ​ຮ່ວມ​ຊີວິດ​ຂອງ​ສະມາຊິກ​ພັກໃນ​ໜ່ວຍ​ຂອງ​ຕົນ​, ​ປະຕິບັດກົດລະບຽບພັກຢ່າງເຂັ້ມງວດ; ເດັດດ່ຽວ ແກ້ໄຂສະມາຊິກພັກທີ່ເສຍທາດຂາດຄຸນ ຕາມລະບຽບຫຼັກການຂອງພັກ, ເອົາໃຈໃສ່ຕິດຕາມຄຸ້ມຄອງສະມາຊິກພັກໃຫ້ດີ.
  3. ວຽກພະນັກງານ ຕ້ອງເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ໂປ່ງໃສ, ທ່ຽງທໍາ ໃນການປະຕິບັດ ໜ້າທີ່ວຽກງານ; ໃນຕໍ່ໜ້າພວກເຮົາຈະຕ້ອງໄດ້ຍົກສູງປະສິດທິພາບ ຂອງພະນັກງານນໍາພາ-ຄຸ້ມຄອງ ໃຫ້ກ້າວເຂົ້າສູ່ບາດກ້າວໃໝ່ ດ້ວຍການຈັດຕັ້ງປ່ຽນແປງໃໝ່ເນື້ອໃນ ແລະ ວິທີການປະຕິບັດຕົວຈິງ ກ່ຽວກັບວຽກງານພະນັກງານ ໃຫ້ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ
  4. ວຽກງານກົງຈັກການຈັດຕັ້ງ, ສໍາລັບດ້ານພັກ ນອກຈາກ​ສ້າງ​ຢູ່ ​ບ້ານ, ສຳນັກງານ​ອົງການ ຄວນ​ເອົາ​ໃຈ​ໃສ່ສ້າງ​ຕາມ​ຫົວໜ່ວຍວິຊາ​ການ, ການ​ຜະລິດ ຫຼື ຕາມ​ຫົວໜ່ວຍ​ທຸລະກິດ ໃຫ້ມີໜ່ວຍພັກນໍາພາ, ຫຼີກເວັ້ນບໍ່ໃຫ້ມີໜ່ວຍພັກດຽວນໍາພາຫຼາຍບ້ານ, ນໍາພາຫຼາຍກົມກອງ, ສໍາຄັນທີ່ສຸດແມ່ນບັນຫາການປະສານງານ ໃຫ້ກົມກຽວ, ມີຄວາມເປັນເອກະພາບສູງ ລະຫວ່າງ ສາຍຕັ້ງ-ສາຍຂວາງ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງ ລວມທັງການສັບຊ້ອນ ​ແລະ ຈັດວາງພະນັກງານ.