ພາບ-ຂ່າວ ໂດຍ: ພອນສະຫວັນ
ໃນວັນທີ 15-19 ພຶດສະພາ 2023 ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມບັນນາທິການປັບປຸງຄູ່ມືຝຶກອົບຮົມພະນັກງານການນຳ ແລະ ພະນັກງານວິຊາການ ຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທີ່ແຂວງຫຼວງພະບາງ ໂດຍໃຫ້ກຽດເປັນປະທານ ນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຮອງຫົວໜ້າຄະນະຮັບຜິດຊອບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ ຂະແໜງຈັດຕັ້ງ ຂອງ ສປປ ລາວ ມີຄະນະຮັບຜິດຊອບປັບປຸງຄູ່ມືຝຶກອົບຮົມ ຄະນະຈັດຕັ້ງສູນກາງພັກ, ມີບັນດາສະຫາຍຫົວໜ້າກົມ-ຮອງກົມ ແລະ ສະມາຊິກພັກ, ພະນັກງານ ເຂົ້າຮ່ວມທັງໝົດ ຈຳນວນ 22 ສະຫາຍ.
ພິທີດັ່ງກ່າວ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ໄດ້ກ່າວຈຸດປະສົງ ບັນນາທິການຄູ່ມືຝຶກອົບຮົມ ຂອງໂຄງການໂດຍຫຍໍ້ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງລັດຖະບານ ສປ ຈີນ ເປັນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະ ແມ່ນສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຄວາມສາມາດ ໃຫ້ພະນັກງານຂົງເຂດວຽກງານຈັດຕັ້ງ ໂດຍພາຍຫຼັງໂຄງການຖືກຮັບຮອງ ວັນທີ 7 ມີຖຸນາ 2022 ຄະນະຮັບຜິດຊອບໂຄງການ ຮ່ວມກັບພະນັກງານໄດ້ປັບປຸງຫຼັກສຸດຄູ່ມືຝຶກອົບຮົມ ບົດ, ປຶ້ມຄູ່ມືການຝຶກອົບຮົມ ແລະ ບັນດາເອກະສານຕ່າງໆຮັບໃຊ້ຊຸດຝຶກອົບຮົມ; ເພື່ອໃຫ້ຖືກຕ້ອງກັບຈຸດປະສົງຂອງໂຄງການ. ເປົ້າໝາຍປັບປຸງຫຼັກສຸດຄູ່ມືຝຶກອົບຮົມ ມີທັງໝົດ 20 ບົດ, ໃນຄັ້ງນີ້ຈະໄດ້ສ້າງປັບປຸງກ່ອນຈໍານວນ 10 ບົດ ຄື: ການດໍາເນີນຊີວິດພັກ, ແບບແຜນນໍາພາ ແລະ ຫຼັກການລວມສູນປະຊາທິປະໄຕຂອງພັກ, ຍົກສູງຄຸນນະພາບການຄຸ້ມຄອງສະມາຊິກພັກ, ຍົກສູງຄຸນນະພາບຂອງສະມາຊິກພັກ-ວຽກງານຂະຫຍາຍພັກໃນໄລຍະໃໝ່, ການສ້າງມາດຕະຖານພະນັກງານ, ຄວາມຮູ້ພື້ນຖານກ່ຽວກັບທິດສະດີຈັດຕັ້ງ ແລະ ການສ້າງໂຄງຮ່າງການຈັດຕັ້ງ, ຄວາມຮູ້ພືນຖານກັບກັບວຽກງານໂຄສະນາກໍ່ສ້າງພັກ-ພະນັກງານ, ຄົ້ນຄວ້າ-ສັງລວມວຽກງານຈັດຕັ້ງ, ການຄຸ້ມຄອງເອກະສານວຽກງານຈັດຕັ້ງ ແລະ ຄວາມຮູ້ພື້ນຖານກ່ຽວກັບວຽກງານກວດກາ. ແມ່ນພະນັກງານຮັບຜິດຊອບໂດຍກົງກ່ຽວກັບບົດຄູ່ມືຝຶກອົບຮົມພະນັກງານການນຳ ແລະ ພະນັກງານວິຊາການຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.
ຈາກນັ້ນ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ປະທານຊຸດຝຶກອົບຮົມ ຍັງໄດ້ມີຄຳເຫັນ ແລະ ຕີລາຄາສູງ ເຫັນໄດ້ຄວາມສຳຄັນ ແລະ ພັດທະນາການນຳຂະແໜງຈັດຕັ້ງ, ເປັນຂະແໜງການໜຶ່ງ ທີ່ມີຄວາມສໍາຄັນໃນກາປະກອບສ່ວນ ກໍ່ສ້າງບຸກຄະລາກອນຂັ້ນນໍາພາ-ຄຸ້ມຄອງ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ຖ້າພະນັກງານຂະແໜງຈັດຕັ້ງມີຄຸນນະພາບ ກໍ່ຈະມີຜົນເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຢູ່ຂະແໜງການອື່ນມີຄຸນນະພາບ.