ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີປະກາດການແຕ່ງຕັ້ງ ພະນັກງານນຳພາພາຍໃນສຳນັກງານຂອງຕົນ
ຈຳນວນຜູ້ອ່ານ: 100
ອະນຸມັດວັນທີ: 12/05/2023

ພາບ: ພິດສະ​ໄໝ; ​ຂ່າວ​ໂດຍ: ສ.ສົດ​ໃສ

     ໃນ​ວັນ​ທີ 10 ພຶດສະພາ 2023 ທີ່ສຳນັກງານຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ​ໄດ້​ຈັດ​ພິທີ​ປະກາດ​ການ​ແຕ່ງ​ຕັ້ງ​ຫົວ​ໜ້າ​ກົມ 2 ສະຫາຍ, ຮອງ​ຫົວໜ້າ​ຫ້ອງການ 1 ສະຫາຍ, ​ແຕ່ງ​ຕັ້ງຫົວໜ້າ​ກົມໂຄສະນາກໍ່ສ້າງພັກ-ພະນັກງານ, ຫົວໜ້າກົມກໍ່ສ້າງພັກ ແລະ ຮອງຫົວໜ້າຫ້ອງການ ຄະນະຈັດຕັ້ງສູນກາງພັກ, ​ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​​ຄະນະ​ພັກ, ຄະນະ​ປະຈຳ​ພັກ, ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ກົມ-ຮອງ​ກົມ, ​ຫົວໜ້າພະແນກ-ຮອງພະ​ແນ​ກ ແລະ ພະນັກງານ-ລັດຖະກອນ​​ພາຍ​ໃນ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມຢາງພ້ອມພຽງ.

     ໃນພິທີ​, ສະຫາຍ ວຽນ​ທອງ ສິງ​ຄຳ​ພັນ ກຳມະການ​ພັກ, ​ເລຂາ​ໜ່ວຍ​ພັກ, ຫົວໜ້າ​ກົມ​ຈັດ​ຕັ້ງ-ພະນັກງານ ​ໄດ້​ສະ​ເໜີ​ຈຸດປະສົງ ​ແລະ ຜ່ານ​​ມະຕິ​ຕົກລົງ​ຂອງ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ​​ເລກທີ 356/ຄລສພ, ລົງ​ວັນ​ທີ 2/5/2023 ວ່າ​ດ້ວຍ​ການ​ການ​ແຕ່ງ​ຕັ້ງ ສະຫາຍ ພອນ​ສະຫວັນ ​ໄຊ​ຊະນະ ​ຮັກສາການຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ເປັນ​ຫົວໜ້າ​ກົມໂຄສະນາກໍ່ສ້າງພັກ-ພະນັກງານ ຄະນະຈັດຕັ້ງສູນກາງພັກ, ມະຕິຕົກລົງ​ເລກທີ 357/ຄລສພ​, ລົງ​ວັນ​ທີ 2/5/2023 ວ່າ​ດ້ວຍ​ການ​ການ​ແຕ່ງ​ຕັ້ງ ສະຫາຍ ນາງ ສີ​ບານ ສີສະ​ອາດ ​ຮັກສາການ​ຫົວໜ້າ​ກົມກໍ່ສ້າງພັກ ເປັນຫົວໜ້າກົມກໍ່ສ້າງພັກ ແລະ ມະຕິຕົກລົງ​ເລກທີ 137/ຄຈສພ, ລົງ​ວັນ​ທີ 28 ​ເມສາ 2023 ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ ສະຫາຍ ນາງ ບົວ​ໄຫຼ ຈິດ​ມະນີ ຫົວໜ້າ​ພ​ະ​ແນ​ກ ​ເປັນ​ຮອງ​ຫົວໜ້າ​ຫ້ອງການ ຄະນະຈັດຕັ້ງສູນກາງພັກ.

     ໂອກາດທີ່ມີຄວາມໝາຍສໍາຄັນນີ້ ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ​ໃນ​ນາມ​ເປັນ​ປະທານ ​ໄດ້​ໃຫ້​ກຽດມອບ​​ມະຕິ​ຕົກລົງ​ໃຫ້​ແກ່ບັນດາສະຫາຍທີ່ຖືກແຕ່ງຕັ້ງ ພ້ອມນັ້ນກໍ​ໄດ້​ຍ້ອງຍໍ​ຊົມ​ເຊີຍຜົນງານທີ່ຍາດໄດ້ໃນໄລຍະ​ຜ່ານ​ມາ ​ແລະ ​ເນັ້ນ​ໃຫ້​ບັນດາ​ສະຫາຍ ຈົ່ງ​ກຳ​ແໜ້ນ​ພາລະ​ບົດບາດ, ໜ້າ​ທີ່ຂອງ​ຕົນ, ປະຕິບັດ​ໜ້າ​ທີ່​ວຽກ​ງານ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ, ​ເຂັ້ມ​ງວດ​ຕໍ່​ລະບຽບ​ວິ​ໄນ, ມີ​ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການຈັດ​ຕັ້ງ​ປະຕິບັດລະບຽບ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ສ້າງ​ຄວາມ​ເປັນ​ແບບຢ່າງ​ໃນ​ການ​ນຳພາ ​ແລະ ປອດ​ໃສ​ໃນ​ການ​ດຳລົງ​ຊີວິດ, ມີຄວາມເອກະ​ພາບ​ສູງ​ພາຍ​ໃນ​ໝູ່​ຄະນະ, ຮັກສາ​ຄຸນ​ທາດ​ການ​ເມືອງຂອງພະນັກງານ​ຈັດ​ຕັ້ງ​, ມີ​ວິ​ໄສ​ທັດ​ພັດທະນາ​ວຽກ​ງານ​ຈັດ​ຕັ້ງ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ​ເຮັດສຳ​ເລັດ​ໜ້າ​ທີ່ ທີ່​ພັກ​-ລັດ​ມອບ​ໝາຍ​ໃຫ້…ຯ