ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ສະຫຼຸບວຽກງານກວດກາ ປະຈຳປີ 2022
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 05/05/2023

ໂດຍ: ນາງ ຄຳສະຫວັນ ພົມມະວົງ

     ໃນວັນທີ 03/05/2023 ທີ່ສະໂມສອນໃຫຍ່ ຄະນະຈັດຕັ້ງສູນກາງພັກ ໄດ້ດໍາເນີນກອງປະຊຸມວຽກງານກວດກາປະຈໍາ 2022 ພາຍໃນຄະນະຈັດຕັ້ງສູນກາງພັກ ໂດຍ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ສະ​ຫາຍ ທອງຈັນ ໂຂງພູມຄໍາ ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານກວດກາຄະນະພັກຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄະນະຈັດຕັ້ງສູນກາງພັກ, ເລຂາ-ຄະນະໜ່ວຍພັກບັນດາກົມ, ຜູ້ທີ່ເຮັດວຽກງານກວດກາໜ່ວຍພັກ, ຜູ້ກວດກາອົງການຈັດຕັ້ງມະຫາຊົນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າ ຮ່ວມຢ່າງພ້ອມພຽງ.

     ກອງປະຊຸມ ໄດ້ຮັບຟັງການ ສະຫຼຸບວຽກງານກວດກາ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ສະເໜີໂດຍ ສະຫາຍ ພອນສະຫວັນ ໄຊຊະນະ ຮອງປະທານກວດກາຄະນະພັກ ຮັກສາການຫົວໜ້າ ກົມໂຄສະນາກໍ່ສ້າງພັກ-ພະນັກງານ ເຊິ່ງໃນໄລຍະ 1 ປີຜ່ານມາ ຄະນະກວດກາ ຄະນະຈັດຕັ້ງສູນກາງພັກ ໄດ້ເຄື່ອນໄຫວປະຕິບັດວຽກງານຕິດຕາມ, ກວດກາພາຍໃນອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ຕາມພາລະບົດບາດ, ໜ້າທີ່, ຂອບ ເຂດສິດຂອງຕົນເປັນຕົ້ນ: ໄດ້ຄົ້ນຄວ້າປັບປຸງຄືນນິຕິກຳກ່ຽວກັບການເຄື່ອນໄຫວວຽງານກວດກາ ພາຍໃນຄະນະຈັດ ໍຕັ້ງສູນກາງພັກໃຫ້ສອດຄ່ອງກັບສະພາບຕົວຈິງ (ເພື່ອປ່ຽນແທນມະຕິຕົກລົງສະບັບເລກທີ 22/ຄພ.ຄຈສພ, ລົງວັນທີ 17 ກັນຍາ 2012), ສຳເລັດການເຝິກອົບຮົມວຽກງານກວດກາ ປະຈຳປີ 2022 ມີຜູ້ເຂົ້າຮ່ວມ ແລະ ໄດ້ຮັບໃບຢັ້ງຢືນທັງໝົດ 18 ສະຫາຍ, ຍິງ 5 ສະຫາຍ. ໄດ້ຕິດຕາມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ມີທັງໝົດ 8 ໜ່ວຍພັກ ສາມາດຢັ້ງຢືນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນໄດ້ 4 ໜ່ວຍພັກ, ໜ່ວຍພັກແຂງ 3 ໜ່ວຍພັກ, ສ່ວນໜ່ວຍພັກສູນພັດທະນາວຽກງານຈັດຕັ້ງແມ່ນບໍ່ໄດ້ຕີລາຄາເພາະເປັນ ໜ່ວຍພັກສ້າງຕັ້ງໃໝ່. ປະເມີນສະມາຊິກພັກປະຈຳປີ 2022 ມີສະມາຊິກພັກແຂງ 105 ສະຫາຍ, ຍິງ 42 ສະຫາຍ; ປະເພດກາງ 20 ສະຫາຍ, ຍິງ 11 ສະຫາຍ; ສະມາຊິກພັກອ່ອນ 2 ສະຫາຍ, ຍິງ 1 ສະຫາຍ. ການປະເມີນຜົນ ຂອງພະນັກງານລັດຖະກອນ, ຄັດເລືອກຜົນງານຍ້ອງຍໍປະຈຳປີຂອງພະນັກງານພາຍໃນ ຄະນະຈັດຕັ້ງສູນກາງພັກປົກກະຕິແຕ່ລະປີ, ເຂົ້າຮ່ວມເກັບກຳຂໍ້ມູນສະເພາະທີ່ຂັ້ນເທິງມອບໝາຍຈຳນວນ 2 ຄັ້ງ. ສຳເລັດການແຈ້ງຊັບສິນໃຫ້ ພະນັກງານທີ່ໄດ້ຮັບການເລື່ອນຕຳແໜ່ງຈຳນວນ 52 ສະບັບ, ປະຈຸບັນພວມ ສືບຕໍ່ແຈ້ງໃຫ້ ຜູ້ທີ່ຮັບການເລື່ອນຕຳ ແໜ່ງ ໃໝ່ໃນປີ 2022 ເພື່ອແຈ້ງຊັບສິນຂອງຕົນຕາມລະບຽບການ. ໄດ້ເຂົ້າຮ່ວມນຳ ຄະນະກວດກາສູນກາງພັກຕິດ ຕາມ, ກວດກາ ແລະ ແກ້ໄຂ ສະພາບພະນັກງານທີ່ມີການລະເມີດກົດລະບຽບຂອງພັກ, ກົດໝາຍຂອງລັດ, ສວຍໃຊ້ ໜ້າທີ່ສໍ້ໂກງປະຊາຊົນ, ແກ້ໄຂຂໍ້ສະເໜີຂອງພາກສ່ວນຕ່າງໆທີ່ພົວພັນເຖິງຄວາມຮັບຜິດ ຊອບຂອງຄະນະຈັດຕັ້ງສູນ ກາງພັກ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນຕໍ່ຮ່າງບົດສະຫຼຸບເພື່ອ ໃຫ້ເນື້ອໃນມີຄວາມສົມບູນຂຶ້ນຕື່ມ.

     ໃນໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການຜ່ານບົດສະຫຼຸບໂດຍຫຍໍ້ການສະຫຼຸບ-ຕີລາຄາການເຄື່ອນໄຫວວຽກງານ ກວດກາທົ່ວປະເທດ ປີ2022 ແລະ ທິດທາງວຽກງານຈຸດສຸມ ປີ 2023 ຂອງຄະນະກວດກາສູນກາງພັກ ສະເໜີໂດຍ ສະຫາຍ ພອນສະຫວັນ ໄຊຊະນະ ຮອງປະທານກວດກາຄະນະພັກ ຮັກສາການຫົວໜ້າກົມໂຄສະນາກໍ່ສ້າງພັກ-ພະນັກງານ ແລະ ຮັບຟັງການສະເໜີ ບົດໂອ້ລົມໂດຍຫຍໍ້ຂອງສະຫາຍ ຄຳພັນ ພົມມະທັດ ຕໍ່ກອງປະຊຸມວຽກງານ ກວດການທົ່ວປະເທດ ປະຈຳປີ 2022 ແລະ ເອກະສານລະນຶກວັນສ້າງຕັ້ງອົງການກວດກາພັກ-ລັດ ສປປ ລາວ ຄົບຮອບ 41 ປີ ໃຫ້ກຽດສະເໜີໂດຍ ສະ​ຫາຍ ທອງຈັນ ໂຂງພູມຄໍາ ກໍາມະການປະຈໍາພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ປະທານ ກວດກາຄະນະພັກ ຄະນະຈັດຕັ້ງສູນກາງພັກ.

     ໃນຕອນທ້າຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການ ສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄໍາເຫັນໂອ້ລົມກອງປະຊຸມວຽກງານກວດກາ ປະຈໍາປີ 2022 ຄັ້ງນີ້ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ສະແດງຄວາມເປັນຫ່ວງ ເປັນໄຍຕໍ່ບາງຈຸດອ່ອນຂໍ້ຄົງຄ້າງ ທີ່ຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ, ພ້ອມທັງເນັ້ນໜັກຕື່ມໃນບາງຈຸດຕົ້ນຕໍໃນການເຄື່ອນໄຫວວຽກງານກວດກາໃນປີຕໍ່ຫນ້າເປັນຕົ້ນ: ພວກເຮົາຕ້ອງເຂົ້າໃຈເປັນເອກະພາບ ເຖິງຄວາມໝາຍສຳຄັນຂອງວຽກງານກວດກາ, ຈຸດປະສົງ, ຄາດໝາຍ, ເປົ້າໝາຍຕົ້ນຕໍຂອງວຽກງານມີຄືແນວໃດ ເຊິ່ງວຽກງານກວດກາ ແມ່ນວຽກງານໜຶ່ງທີ່ສໍາຄັນໃນການນໍາພາຂອງຄະນະພັກ, ເປັນຂອດຫນຶ່ງທີ່ສໍາຄັນນອນໃນຂະບວນວິວັດການເຄື່ອນໄຫວນໍາພາ ແລະ ຄຸ້ມຄອງຂອງການ ຈັດຕັ້ງພັກ-ລັດ ແລະ ບັນດາການຈັດຕັ້ງໃນລະບົບການເມືອງ; ເປັນເນື້ອໃນພື້ນຖານອັນຫນຶ່ງປະກອບສ້າງແບບແຜນວິທີເຮັດວຽກທີ່ມີວິທະຍາສາດ, ແທດກັບຄວາມເປັນຈິງ ເປັນອົງປະກອບທີ່ຂາດບໍ່ໄດ້ໃນບັນດາມາດຕະການສະກັດກັ້ນ ແລະ ແກ້ໄຂການລະເມີດກົດລະບຽບຂອງພັກ, ກົດຫມາຍຂອງລັດ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ບັນດາປະກົດການຫຍໍ້ທໍ້ອື່ນໆໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ຄະນະພັກແຕ່ລະສະຫາຍ ຕ້ອງເອົາໃຈໃສ່ເພີ່ມທະວີຊີ້ນຳຕໍ່ວຽກງານຕິດຕາມກວດກາ ໂດຍສະເພາະແມ່ນຕິດຕາມ, ກວດກາຢູ່ໃນຄວາມຮັບຜິດຊອບຂອງຕົນ ບັນດາສະຫາຍກຳມະການພັກ ສ່ວນຫຼາຍກໍ່ແມ່ນເປັນເລຂາໜ່ວຍພັກ, ເປັນຫົວໜ້າກົມ ຊຶ່ງເປັນຜູ້ຮັບຜິດຊອບຊີ້ນໍາ-ນໍາພາໂດຍກົງໃນແຕ່ລະໜ່ວຍພັກ,    ແຕ່ລະກົມ ກ່ອນອື່ນແມ່ນສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານໃນຄວາມຮັບຜິດຊອບຂອງຕົນຮັບຮູ້ຕໍ່ແນວທາງ, ກົດໝາຍ ແລະ ລະບຽບກົດໝາຍຂອງລັດ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາແຕ່ຫົວທີຕົ້ນຕໍໃຫ້ແທດເຖິງ ແລະ ເລິກເຊິ່ງ ໂດຍສະເພາະປະກົດການລະເມີດລະບຽບກົດໝາຍ ມາປຶກສາຫາລື ແລະ ຊີ້ນໍາແກ້ໄຂຢ່າງທັນການ. ເພີ່ມທະວີຄວາມຮັບຜິດຊອບໃນຖັນແຖວສະມາຊິກພັກ-ພະນັກງານ ໂດຍຕິດຕາມກວດກາຕົນເອງ, ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມແນວທາງ, ແຜນນະໂຍບາຍຂອງພັກ,  ມີສະຕິເຄົາລົບກົດລະບຽບພັກ, ກົດໝາຍ, ລະບຽບການຂອງລັດ ແລະ ລະບຽບສໍານັກງານ ໂດຍສະເພາະບັນດານິຕິກໍາກ່ຽວກັບວຽກງານກວດກາຢ່າງເລິກເຊິ່ງເຖິງຖອງ, ທັງເປັນເຈົ້າການເຄົາລົບ ແລະ ປະຕິບັດຢ່າງເຂັ້ມງວດ, ເປັນເຈົ້າການຕິດຕາມກວດກາເຊິ່ງກັນ ແລະ ກັນ, ສະມາຊິກພັກ-ພະນັກງານແຕ່ລະຄົນຕ້ອງກ້າຫານຈິງໃຈຊ່ວຍຕັກເຕືອນເພື່ອນສະຫາຍດ້ວຍກັນ ເພື່ອແກ້ໄຂຢ່າງທັນການກ່ຽວກັບຂໍ້ບົກຜ່ອງ. ຄະນະກວດກາ, ຜູ້ຮັບຜິດຊອບວຽກງານກວດກາຂອງໜ່ວຍພັກ ຕ້ອງຍົກສູງຄວາມຮັບຜິດ ຊອບຂອງຕົນ ໃນການເຮັດບົດບາດເປັນເສນາທິການໃຫ້ຄະນະພັກ, ໜ່ວຍພັກ ສ້າງສະຕິລະບຽບວິໄນ ແລະ ຈັນຍາບັນຂອງຜູ້ທີ່ເຮັດວຽກງານກວດກາຕາມຄໍາຂວັນ “ກວດກາທົ່ວເຖິງ, ເລິກເຊິ່ງ, ໂປ່ງໄສ, ແກ້ໄຂບັນຫາຖືກຕ້ອງ, ເດັດຂາດ, ທັນການ ແລະເປັນທໍາ ນີ້ທັງເປັນເປົ້າຫມາຍສູ້ຊົນທັງ ເປັນບ່ອນອີງໃນການກໍານົດເນື້ອໃນ ແລະ ທັງຖືເປັນຫຼັກການທີ່ຕ້ອງເຄົາລົບປະຕິບັດເຂັ້ມງວດເວລາດໍາເນີນການກວດກາ, ຫຼີກລ້ຽງການໃຊ້ອໍານາດຫນ້າທີ່ ເພື່ອບີບບັງຄັບເປົ້າຫມາຍກວດກາ ແລະ ຕ້ອງສ້າງກົນໄກປົກປ້ອງພະນັກງານທີ່ເຮັດຫນ້າທີ່ກວດກາ.