ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງເອກອັກຄະລັດຖະທູດແຫ່ງ ສ ເກົາຫຼີ ປະຈຳ ສປປ ລາວ
ຈຳນວນຜູ້ອ່ານ: 19
ອະນຸມັດວັນທີ: 04/05/2023

ພາບ ແລະ ຂ່າວໂດຍ: ສ. ສົດໃສ

     ວັນທີ 2 ພຶດສະພາ 2023 ທີ່ສຳນັກງານຄະນະຈັດຕັ້ງສູນກາງພັກ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ​ເລຂາ​ຄະນະ​ພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບທ່ານ ຈອງຢ່ອງຊູ (H.E JUNG Yung Soo) ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບຫົວໜ້າຄະນະຈັດຕັ້ງສູນກາງພັກ ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ສ.ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ. 

     ໃນໂອກາດດັ່ງກ່າວ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກະອັກຄະລັດຖະທູດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກົາຫຼີ ປະຈຳ ສປປ ລາວ. ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຍັງ​ໄດ້​ຢັ້ງຢືນ​ຄືນ​​ເຖິງ​ສາຍ​ພົວພັນ​ຄວາມ​ສາມັກຄີ ​ແລະ ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີໃນໄລຍະຜ່ານມາ ເປັນຕົ້ນໄດ້ປະກອບ ສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນເທື່ອລະກ້າວ ແລະ ຫວັງຢ່າງຍິ່ງວ່າລັດຖະບານ ສ.ເກົາຫຼີ ຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນອະນາຄົດ. ເປັນນິມິດໝາຍອັນດີໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ - ສ.ເກົາຫຼີ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ໂດຍສະເພາະການພົວພັນຮ່ວມມືທັງສອງຝ່າຍໃນຂະແໜງການຕ່າງໆໄລຍະຜ່ານມາ ກໍ່ສືບຕໍ່ໄດ້ຮັບການເພີ່ມທະວີຂຶ້ນເລື້ອຍໆ ໄດ້ກວມເອົາໃນຫຼາຍຂົງເຂດຄື: ການຄ້າ, ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການພັດທະນາພື້ນຖານໂຄງລ້າງ ແລະ ອື່ນໆ. ພ້ອມນີ້, ທັງ​ສອງ​ຝ່າຍຍັງໄດ້ແລກປ່ຽນຂໍ້ມູນກ່ຽວກັບວຽກງານກົງຈັກການຈັດຕັ້ງໃນລະບົບການເມືອງທີ່ສອງຝ່າຍສົນໃຈ.

     ທ່ານ ຈອງຢ່ອງຊູ (H.E JUNG Yung Soo) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທີ່ຈະສືບຕໍ່ປະຕິບັດໜ້າທີ່ໃນເວລາດຳລົງຕຳແໜ່ງໃຫ້ດີທີ່ສຸດ ເພື່ອປະກອບສ່ວນເພີ່ມພູມຄູນສ້າງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງສອງຊາດ ລາວ ແລະ ສ.ເກົາຫຼີ ໃຫ້ນັບມື້ນັບແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.