ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
4 ໜ່ວຍພັກທີ່ຂຶ້້ນກັບອົງຄະນະຈັດຕັ້ງສູນກາງພັກ ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນ ແລະ ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ
ຈຳນວນຜູ້ອ່ານ: 122
ອະນຸມັດວັນທີ: 04/05/2023

ໂດຍ: ວິລະສະໄໝ ຍົດບຸນມີ

     ໃນວັນທີ 28 ເມສາ 2023 ທີ່ສະໂມສອນ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງເປັນສົມບູນຂອງໜ່ວຍພັກກົມຈັດຕັ້ງພະນັກງານ, ໜ່ວຍພັກກົມກໍ່ສ້າງພັກ, ໜ່ວຍພັກກົມກໍ່ສ້າງພະນັກງານ ແລະ ໜ່ວຍພັກກົມຄຸ້ມຄອງພະນັກງານ ແລະ ຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ ຂອງໜ່ວຍພັກກົມກໍ່ສ້າງພະນັກງານ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ  ກຳມະການປະ​ຈໍາພັກ ຮອງ​ຫົວໜ້າຄະນະຈັດຕັ້ງສູນກາງພັກມີບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາຍໃນ 4 ໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີດັ່ງກ່າວ ສະຫາຍຕາງໜ້າໜ່ວຍພັກ ໄດ້ຂຶ້ນຜ່ານມະຕິຕົກລົງ ເລກທີ 33, 34, 35, 36/ຄປພ.ຄຈສພ ລົງ ວັນທີ 12/04/2023 ວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 8 ສະຫາຍ, ຍິງ 4 ສະຫາຍ ແລະ ມະຕິຕົກລົງເລກທີ 37ຄປພ.ຄຈສພ ລົງວັນທີ 12/04/2023 ວ່າດ້ວຍການອະນຸມັດເອົາມະຫາຊົນເຂົ້າເປັນສະມາຊິກພັກສຳຮອງ ໃຫ້ແກ່ມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ ຈາກນັ້ນ, ບັນດາສະຫາຍເລຂາ-ຮອງເລຂາໜ່ວຍພັກ ໄດ້ຂຶ້ນຮັບເອົາສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນ ເພື່ອສືບຕໍ່ຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນໃຫ້ເປັນກໍາລັງແຮງໃນການປະຕິບັດໜ້າທີ່ການເມືອງຊ່ວຍໜ່ວຍພັກຂອງຕົນໃນຕໍ່ໜ້າ.

     ໃນຕອນທ້າຍພິທີ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ  ກຳມະການປະ​ຈໍາພັກ ຮອງ​ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ສະຫາຍໄດ້ ສະແດງຄວາມຊົມເຊີຍ ຕໍ່ບັນດາສະມາຊິກພັກສຳຮອງ ແລະ ສະມາສະມາຊິກພັກສົມບູນໃໝ່ ທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຜ່ານມາດຖານເງື່ອນໄຂສາມາດເຂົ້າເປັນສະມາຊິກພັກສໍາຮອງ ແລະ ສະມາຊິກພັກສົມບູນ, ພ້ອມກັນນັ້ນ, ສະຫາຍຍັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກທີ່ໄດ້ເອົາໃຈໃສ່ໃນວຽກງານຂະຫຍາຍພັກ ແລະ ສະຫາຍຍັງໄດ້ເນັ້ນໜັກຕໍ່ສະມາຊິກພັກສຳຮອງ ແລະ ສົມບູນໃໝ່ ໃຫ້ສືບຕໍ່ຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແບບແຜນການດໍາລົງຊີວິດ ເປັນເຈົ້າການປະຕິບັດແນວທາງນະໂຍບາຍຂອງພັກ, ກົດລະບຽບຂອງພັກ, ລະບຽບການຂອງລັດ, ​ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເປັນແບບຢ່າງນຳໜ້າມະຫາຊົນກາຍເປັນສະມາຊິກພັກທີ່ມີຄຸນນະພາບ, ມີຄວາມຈົງຮັກພັກດີຕໍ່ອຸດົມການຂອງພັກ ແລະ ກາຍເປັນຜູ້ສືບທອດທີ່ດີຂອງພັກຕໍ່ໄປ.