ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຂອງພັກ ຂອງຊາດ ຈຳນວນໜຶ່ງ
ຈຳນວນຜູ້ອ່ານ: 39
ອະນຸມັດວັນທີ: 27/03/2023

ພາບ: ພິດສະ​ໄໝ, ​ແສງ​ຄຳ; ຂ່າວໂດຍ: ສ. ສົດ​ໃສ

      ​ໃນ​ວັນ​ທີ 23 ມີນາ 2023 ຢູ່​ທີ່​ສະໂມສອນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງ​ປະຊຸມເຜີ​ຍ​ແຜ່, ​ເຊື່​ອມຊຶມ​ເອກະສານ​ສຳຄັນຂອງ​ພັກ ຂອງ​ຊາດຈຳນວນ​ໜຶ່ງ ໃຫ້​ກຽດ​ເຜີຍ​ແຜ່​ໂດຍສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ ກຳມະການ​ສູນ​ກາງ​ພັກ ຮອງ​ເລຂາຄະນະ​ພັກ ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ແລະ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ກຳມະການ​ປະຈຳ​ພັກ ​ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຄະນະ​ພັກ, ຄະນະ​ກົມ, ຄະນະ​ພະ​ແນ​ກ ​ແລະ ພະນັກງານ​-ລັດຖະກອນ ທົ່ວສຳນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ​ຈຳນວນ 168 ສະຫາຍ, ຍິງ 70 ສະຫາຍ.

     ກອງປະຊຸມໃນພາກເຊົ້າ ສະຫາຍ ນາງ ບຸດ​ສະ​ດີ ທະນະ​ເມືອງ ​ໄດ້​ຂຶ້ນ​ເຜີຍ​ແຜ່​ເອກະສານ​ກ່ຽວ​ກັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ຜົນ​ສຳ​ເລັດ​ການ​ຢ້ຽມຢາມ​ທາງ​ລັດຖະກິດຢູ່ ສປ ຈີນ ຂອງ​ສະຫາຍ ທອງ​ລຸນ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່ ຄະນະບໍ​ລິ​ຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ແຫ່ງ ສປປ ລາວ. ຕໍ່​ຈາກນັ້ນ, ສະຫາຍ ວຽນ​ທອງ ສິງ​ຄຳ​ພັນ ຄະນະ​ພັກ ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານ ຂຶ້ນ​ຜ່ານ​​​ດຳ​ລັດ​ວ່າ​ດ້ວຍ​ການຈັດ​ຕັ້ງ​ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການ​ກາ​ແດງ​ແຫ່ງຊາດ​ລາວ. ​

     ໃນຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ໄດ້​​ໃຫ້​ກຽດຂຶ້ນ​ປາຖະກະຖາ ​ເລົ່າ​ມູນ​ເຊື້ອວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 68 ປີ (22/3/1955 - 22/3/2023) ​ແລະ ວັນ​ສ້າງ​ຕັ້ງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ ຄົບຮອບ 68 ປີ (25/3/1955 - 25/3/2023) ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດຂອງພັກປະຊາຊົນ ປະຕິວັດລາວ ການເຄື່ອນໄຫວຕໍ່ສູ້ກູ້ຊາດຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະຜ່ານມາ ແລະ  ຍົກໃຫ້ເຫັນຄວາມເປັນມາ, ວິລະກຳອັນລໍ້າເລີດ, ຜົນສຳເລັດອັນໃຫຍ່ຫຼວງ, ມີບົດຮຽນອັນລໍ້າຄ່າ, ລະອິດລະອ້ຽວ ເຕັມໄປດ້ວຍບົດທົດສອບ ແລະ ສິ່ງທ້າທາຍນາໆປະການ ໃນແຕ່ລະໄລຍະ ຂອງວິວັດທະນາການເຕີບໃຫຍ່ຂະຫຍາຍຕົວຂອງຄະນະຈັດຕັ້ງສູນກາງພັກ ກໍ່ຄືການປະຕິບັດບົດບາດການເປັນເສນາທິການໃຫ້ແກ່ກົມການເມືອງສູນກາງພັກໃນວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ.

     ບັນດາເນື້ອໃນເອກະສານສຳຄັນທີ່ນຳມາເຜີຍແຜ່ໃນຄັ້ງນີ້ ແມ່ນເປັນບ່ອນອີງ, ເປັນທິດທາງ, ເປັນບົດຮຽນອັນລໍ້າຄ່າ, ເປັນມູນເຊື້ອອັນດີງາມໃຫ້ແກ່ພະນັກງານ-ສະມາຊິກພັກທົ່ວຄະນະຈັດຕັ້ງສູນກາງພັກ ເພື່ອພ້ອມກັນສືບຕໍ່ຈັດຕັ້ງຜັນຂະຫຍາຍ, ຮໍ່າຮຽນເອົາແບບຢ່າງອັນດີງາມ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານ, ການເຄື່ອນໄຫວຕົວຈິງໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ.