ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຢູ່ແຂວງຈຳປາສັກ
ຈຳນວນຜູ້ອ່ານ: 80
ອະນຸມັດວັນທີ: 20/03/2023

ພາບ ​ແລະ ຂ່າວໂດຍ: ສ.ສົດ​ໃສ

     ໃນ​ວັນ​ທີ 17 ມີນາ 2023 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ ໄດ້​ລົງ​ເຄື່ອ​ນ​ໄຫວ​ພົບ​ປະ ​ແລະ ເຮັດວຽກ​ຢູ່​ແຂວງ​ຈຳປາ​ສັກ ​ໂດຍ​ການ​ຕ້ອນຮັບຂອງ​ສະຫາຍ ​ວິ​​ໄລ​ວົງ ບຸດ​ດາ​ຄຳ ກຳມະການ​ສູນ​ກາງ​ພັກ ​ເລຂາ​​ພັກ​ແຂວງ ​ເຈົ້າ​ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະ​​.

     ໃນ​ໂອກາດ​ນີ້, ສະຫາຍ ວິໄລວົງ ບຸດດາຄຳ ໄດ້ລາຍງານໂດຍສັງເຂບ ກ່ຽວ​ກັບ​ການ​ຜັນ​ຂະຫຍາຍຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ VIII ຂອງ​ອົງຄະ​ນະ​ພັກ​ແຂວງ, ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງ​ແຂວງ, ການ​ດຳ​ເນີນ​ກອງ​ປະຊຸມ​ກາງ​ສະ​ໄໝ​ຂອງ 12 ອົງຄະ​ນະ​ພັກເມືອງ ​ແລະ ການ​ນຳພາ-ຊີ້​ນຳ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ ໄດ້​ສຳ​ເລັດ​ການ​ສ້າງ​ແຜນ​ກຳນົດ​ພະນັກງານນຳພາ-ຄຸ້ມ​ຄອງ​ໃນ​ທົ່ວ​ແຂວງ ​ໄປ​ພ້ອມ​ກັບ​ການ​ສັບ​ຊ້ອນ, ຈັດ​ວາງ​ພະນັກ​ງານ​ທີ່ຢູ່​ໃນ​ແຜນ​ກຳນົດ​ຂັ້ນ​ເມືອງ-ນະຄອນ​ຄຸ້ມ​ຄອງ; ສຳ​ເລັດ​ການ​ປັບປຸງ​ກົງຈັກ​ການຈັດ​ຕັ້ງ ພະ​ແນ​ກການ, ກົມ​ກອງ​ອ້ອມ​ຂ້າງ​ແຂວງ ​ແລະ ​ເມືອງ, ປັບປຸງ​ຂະ​ແໜງ​ການ​ທີ່​ຂຶ້ນ​ກັບ​ພະ​ແນ​ກ 191 ຂະ​ແໜງ ​ເປັນ 151 ຂະ​ແໜງ ​ແລະ 4 ໜ່ວຍ​ງານ ສຳ​ເລັດ​ຕາມ​ແຜນ; ຢູ່​ຂັ້ນ​ເມືອງ ສຳ​ເລັດ​ການ​ປັບປຸງ​ບັນດາ​ໜ່ວຍ​ງານ ທີ່​ຂຶ້ນ​ກັບ​ຫ້ອງການ​ຂອງ​ເມືອງ, ນະຄອນ​ ພ້ອມ​ນັ້ນ ກໍ​ໄດ້​ຈັດ​ວາງ​ສັບ​ຊ້ອນ​ບຸກຄະລາ​ກອນ​ເຂົ້າ​ໃສ່​ຕຳ​ແໜ່​ງງານ​ຕ່າງໆ ຕາມ​ທິດ​ກະທັດ​ຮັດ ສົມ​ເຫດ​ສົມ​ຜົນ.

     ຈາກ​ນັ້ນ, ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ  ​​ໄດ້​ມີ​ບາງ​ຄຳ​ເຫັນ​​ໂອ້​ລົມຕໍ່ຄະນະ​ພັກ, ຄະນະ​ນຳ​ຂອງ​ແຂວງຈຳປາ​ສັກ ​ໂດຍ​ສະ​ເພາະ ການຈັດ​ຕັ້ງ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ອົງຄະ​ນະ​ພັກ​ແຂວງ​ ມີ​ຜົນສຳ​ເລັດ​ຫຼາຍ​ດ້ານ ​ແຕ່​ກໍ​ບໍ່​ສາມາດ​ຫຼີກ​ລ້ຽງ​ໄດ້​ຈຸດ​ອ່ອນ​, ​ຂໍ້​ບົກ​ຜ່ອງ ​ໃນ​ການ​ປະຕິບັດ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເພື່ອ​ຮັບ​ປະກັນ ​ເປັນ​ເອກ​ະພາບ​ຕໍ່​ທິດ​ທາງ​ວຽກ​ງານ​ໃນ​ຕໍ່​ໜ້າ ​ໂດຍ​ສະ​ເພາະ​ ວຽກ​ງານ​ການ​ກະກຽມ​ດຳ​ເນີນ​ກອງ​ປະຊຸມ​ຄົບ​ຄະນະ​ກາງ​ສະ​ໄໝຂອງ​ອົງຄະນະ​ພັກ​ແຂວງ, ກະກຽມຊີ້​ນຳ-ນຳພາ​ການ​ດຳ​ເນີນ​ກອງ​ປະຊຸມ 03 ຂັ້ນ ​ແລະ ບັນຫາ​ອື່ນໆ. ​ເຊິ່ງສະຫາຍ ໄດ້​ເນັ້ນ​ໃຫ້​ຄະນະ​ພັກ, ຄະນະ​ນຳ​ທຸກ​ຂັ້ນພາຍ​ໃນ​ແຂວງ​ຈຳປາ​ສັກ ຕ້ອງ​​ເອົາ​ໃຈ​ໃສ່​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ໂດຍ​ສະ​ເພາະ ​ຕ້ອງ​ເພີ່ມ​ທະວີ​ກາ​ນນຳພາ​ການ​ເມືອງ-​ແນວ​ຄິດ​ໃຫ້​ຫຼາຍ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ຖັນ​ແຖວ​ພະນັກງານ​ນຳພາ, ພະນັກງານ​ຫຼັກ​ແຫຼ່ງ​ແຕ່ລະ​ຂັ້ນ ​ໄດ້​ຮັບ​ການ​ປະກອບ​ຄວາມ​ຮູ້​ລັດ​ທິມາກ-​ເລນິນ, ​ແນວ​ຄິດ​ປະທານ​ ​ໄກສອນ ພົມວິຫານ ​ແລະ ມູນ​ເຊື້ອ​ອັນ​ດີ​ງາມຂອງ​ພັກ, ຂອງ​ຊາດ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ນຳພາ​ຂອງ​ພັກ​ໃນ​ແຕ່ລະ​ໄລຍະ ​ເພື່ອ​ສ້າງ​ໃຫ້​ພະນັກງານ​ນຳພາ, ຫຼັກ​​ແຫຼ່ງຂອງ​ພັກ​-ລັດ ມີ​ຄວາມ​ເປັນ​ເອກະ​ພາບ​ສູງ ດ້ານ​ແນວ​ຄິດ ​ແລະ ການ​ກະ​ທຳ. ພ້ອມ​ກັ​ນນັ້ນ, ພະນັກງານ​ນຳພາ, ຫຼັກ​ແຫຼ່ງ ຍັງ​ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ທາງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າໃນ​ການ​ຄົ້ນຄວ້າ, ສ້າງ ​ແລະ ປັບປຸງ​ນິຕິ​ກຳ​ທີ່​ກ່ຽວຂ້ອງ​ກັບ​ວຽກ​ງານ​ສ້າງ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ​, ໜັກ​ແໜ້ນ. ຕ້ອງ​ປະຕິບັດ​ລະບອບ​ຄຸ້ມ​ຄອງ​ພະນັກງານ​ຢ່າ​ງ​ເຂັ້ມ​ງວດ, ​ເປັນ​ລະບົບ​ຕໍ່​ເນື່ອງ ນັບ​ແຕ່​ການ​ເກັບ​ກຳ​ບັນຊີ​, ສະຖິຕິ, ປະຫວັດ​ຕົ້ນກຳ​ເນີ​ດ, ປະຫວັດ​ການ​ເຄື່ອນ​ໄຫວ ​ແລະ ການ​ປ່ຽນ​ແປງ​ຂອງ​ສະມາຊິກ​ພັກ-ພະນັກງານ ​ແລະ ລັດຖະກອນ, ສ້າງ​ກົນ​ໄກ​ກວດກາ, ຄວບ​ຄຸມ​ການ​ໃຊ້​ສິດ​ອຳນາດ ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຂອງ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ແຕ່ລະ​ຂັ້ນຢ່າງ​ມີ​ປະສິດທິ​ຜົນ. ສຳລັບການ​ກະກຽມກອງປະຊຸມຄົບຄະນະກາງສະໄໝ ໃຫ້ຈັດຕັ້ງປະຕິບັດຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023 ແລະ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023 ເພື່ອຮັບປະກັນການດໍາເນີນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກແຂວງຈໍາປາສັກຮັບປະກັນຄຸນນະພາບ ແລະ ມີປະສິດທິຜົນ.

     ໃນ​ການເຄື່ອນ​ໄຫວ​ພົບ​ປະ​ ແລະ ​ເຮັດ​ວຽກຄັ້ງນີ້ ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ພ້ອມດ້ວຍ​ຄະນະ ຍັງ​ໄດ້​ພົບປະ ​ແລະ ​ເຮັດ​ວຽກ​​ຢູ່ເມືອງ​​ໂພນ​ທອງ ​ແຂວງຈຳປາ​ສັກ ໂດຍການຕ້ອນຮັບຂອງສະຫາຍ ສຸພາບ ທຳມະຮັກສາ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໂພນທອງ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ພະນັກງານຫຼັກແຫຼ່ງ ແລະ ເລຂາຄະນະພັກຮາກຖານ ຕະຫຼອດຮອດນາຍບ້ານ 70 ກວ່າບ້ານພາຍ​ໃນ​ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.