ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຢູ່ແຂວງ ສາລະວັນ
ຈຳນວນຜູ້ອ່ານ: 52
ອະນຸມັດວັນທີ: 17/03/2023

ພາບ ​ແລະ ຂ່າວໂດຍ: ສ.ສົດ​ໃສ

     ​ໃນ​ລະຫວ່າງວັນ​ທີ 15-16 ມີນາ 2023 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອ​ນ​ໄຫວ​ພົບ​ປະ ​ແລະ ເຮັວວຽກ​ຢູ່​ແຂວງ​ສາລະ​ວັນ ​ໂດຍ​ການ​ຕ້ອນຮັບຢ່າງ​ອົບ​ອຸ່ນ​ຂອງ​ສະຫາຍ ​ດາວ​ວົງ ພອນ​ແກ້ວ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ​, ເຈົ້າ​ແຂວງ​ສາລະ​ວັນ ພ້ອມ​ດ້ວຍ​ຄະນະ​​.

     ການເຄື່ອນ​ໄຫວ​ພົບ​ປະ​ ແລະ ​ເຮັດ​ວຽກຄັ້ງນີ້ ສະຫາຍ ນາງ ສີ​ໃສ ລື​​ເດດ​ມູນ​ສອນ ພ້ອມ​ດ້ວຍ​ຄະນະ ໄດ້ຮັບຟັງການລາຍ​ງານ​​ໂດຍສັງເຂບ ຈາກສະຫາຍ ດາວ​ວົງ ພອນ​ແກ້ວ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ພັກ​ແຂວງ​, ເຈົ້າ​ແຂວງ​ສາລະ​ວັນ ກ່ຽວ​ກັບການຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະ​ຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ​ ຄັ້ງ​ທີ 5, ມະຕິ​ກອງ​ປະຊຸມ​​ໃຫຍ່ ຄັ້ງ​ທີ IX ຂອງ​ອົງຄະ​ນະ​ພັກ​ແຂວງ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງ​ຄົມ​ຂອງ​ແຂວງ ​ໃນ​ໄລຍະ 1 ປີຜ່ານມາ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ປະຕິບັດ 2 ວາລະ​​ແຫ່ງ​ຊາດ​ຂອງ​ລັດຖະບານ​ວາງ​ອອກ; ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຫຼາຍດ້ານ​ ​ໃນ​ປີ 2022 ຄະນະ​ບໍລິ​ຫານ​ງານ​ພັກ​ແຂວງ ​ໄດ້​ຊີ້​ນຳ-ນຳພາ​ວຽກ​ງານ​ການ​ເມືອງ-ແນວ​ຄິດ, ວຽກ​ງານ​ປ້ອງກັນຊາດ-ປ້ອງ​ກັນ​ຄວາມ​ສະຫງົບເຂົ້າ​ສູ່​ລວງ​ເລິກ ​ເຮັດ​ໃຫ້​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ-ສັງຄົມ​ມີ​ຄວາມ​ສະຫງົບ​, ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ ມີ​ແນວ​ຄິດ​ອຸ່ນ​ອ່ຽນ​-ທຸ່ນ​ທ່ຽງ, ຜ່ານ​ຜ່າ​ທຸກ​ອຸປະສັກ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ-ສັງຄົມ, ລາຄາ​ສິນຄ້າ, ອັດຕາ​ແລກປ່ຽນ, ບັນຫາ​ການລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ແລະ ສິ່ງ​ຫຍໍ້​ຕ່າງໆ. ​ເອົາ​ໃຈ​ໃສ່​ໃນ​ການ​ພັດທະນາດ້ານ​ການ​ສຶກສາ, ສາທາລະນະ​ສຸກ, ບັນຫາ​ແຮງ​ງານ, ວັດທະນະທຳ-ສັງຄົມ, ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ ມີການ​ຟື້ນ​ຟູ​ວັດວາອາຮາມ, ສະຖານ​ທີ່​​ ເປັນ​ມູນ​ເຊື້ອ​ວັດທະນະທຳ​ຂອງ​ແຂວງ​ສາລະ​ວັນ ​ເພື່ອ​ເປັນ​ເງື່ອນ​ໄຂໃນການ​ດຶງ​ດູດ​ນັກ​ລົງທຶນໃຫ້​ຫຼາຍ​ຂຶ້ນ.

     ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກໍ່ສ້າງ​ຮາກ​ຖານ​ການ​ເມືອງ ຄະນະ​ພັກ​ແຕ່ລະ​ຂັ້ນ​ຂອງ​ແຂວງ ໄດ້​​ຖື​ເອົາ​ວຽກ​ງານ​ດັ່ງກ່າວ ເປັນ​ອົງ​ປະກອບ​ໜຶ່ງ​ທີ່​ສຳຄັນ ​ເຮັດ​ໃຫ້ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງບັນລຸ​ຕາມຄາດໝາຍ; ປະ​ເມີນ​ໜ່ວຍ​ພັກ​ປອດ​ໃສ, ​ເຂັ້​ມ​ແຂງ, ໜັກ​ແໜ້ນ​ໄດ້ກວ່າ 70 %; ​ສຳ​ເລັດ​ກອງ​ປະຊຸມ​ກາງ​ສະ​ໄໝອົງຄະ​ນະ​ພັກ​ເມືອງຈຳນວນ 8 ​ເມືອ​ງ​, 2 ກອງ​ບັນຊາ​ການ, ບັນດາ​ຮາກ​ຖານ​ພັກ ​ແລະ ໜ່ວຍ​ພັກແມ່ນສຳ​ເລັດ​​ຮຽບຮ້ອຍ. ສ່ວນ​ອົງຄະ​ນະ​ພັກ​ແຂວງ ຄາດ​ວ່າ​ຈະໄດ້ເປີດກອງ​ປະຊຸມ​ຄົບ​ຄະນະ​ກາງ​ສະ​ໄໝ ພາຍ​ໃນ​​ເດືອນ ເມສາ 2023. ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ ​ແລະ ​ແກ້​ໄຂ​ຄວາມທຸກ​ຍາກ ມາ​ຮອດທ້າຍ​ປີ 2020 ທົ່ວ​ແຂວງ​ ມີ​ຈຳນວນ​ຄອບຄົວ​ທຸກ​ຍາກ 72 ພັນ​ກວ່າ​ຄອບຄົວ, ບ້ານ​ທຸກ​ຍາກ​ທັງ​ໝົດ 140 ບ້ານ ​ແລະ 6 ​ເມືອງ ໃນປີ 2022 ໄດ້ວາງຄາດໝາຍລຶບລ້າງບ້ານທຸກຍາກຈຳນວນ 32 ບ້ານ ແລະ ສ້າງບ້ານພັດທະນາໄດ້ 27 ບ້ານ, ໄດ້ລົງປະເມີນຕື່ມອີກຄາດວ່າຈະຫຼຸດລົງຖ້າທຽບໃສ່ໄລຍະຜ່ານມາ; ອັນ​ພົ້ນ​​ເດັ່ນ ​ແມ່ນ​ໄດ້​ສ້າງ​ບ້ານ​ໜອງ​ບົວ​ນ້ອຍ ​ເປັນ​ບ້ານ​ຕົ້ນ​ແບບ​ໃນ​ການ​ແກ້​ໄຂ​ປະກົດ​ການ​ຫຍໍ້​ທໍ້ ​ເພື່ອ​ຖອດ​ຖອນ​ບົດຮຽນ ​ແລະ ຂະຫຍາຍ​ໄປ​ສູ່​ບ້ານ​ເປົ້າໝາຍ​ອື່ນໆ​ຕື່ມ​ອີກ. ພ້ອມ​ດຽວ​ກັນນີ້ ກໍ​ໄດ້​ມີການແລກປ່ຽນ​ຄຳ​ເຫັນ​ທາງ​ດ້ານ​ວິຊາ​ການ​ລະຫວ່າງ ຈາກ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ແລະ ຄະນະ​ຈັດ​ຕັ້ງ​ແຂວງ ເຮັດ​ໃຫ້ກາ​ນພົບ​ປະ​ຄັ້ງ​ນີ້​ເຕັມ​ໄປ​ດ້ວຍ​ເນື້ອ​ໃນ ​ແລະ ມີ​ບົດຮຽນ​ທີ່​ດີ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

     ຈາກນັ້ນ, ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ໄດ້ມີບາງຄຳເຫັນໂອ້ລົມເພື່ອເປັນ​ທິດ​ຊີ້​ນຳແກ່ຄະນະ​ພັກ, ຄະນະ​ນຳ​ຂອງ​ແຂວງສາລະ​ວັນ ​​ເຊິ່ງສະຫາຍໄດ້ເນັ້ນ​ໃຫ້​ເອົາ​ໃຈໃສ່ຕໍ່​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ພະນັກງານ​ ​ໂດຍ​ສະ​ເພາະ​ແມ່ນ ຄະນະ​ພັກ​ທຸກ​ຂັ້ນ​ ​ໃນ​ຖານະ​ເປັນ​ເສນາ​ທິການ​ໃຫ້​ຄະ​ນະ​ບໍລິຫານ​ງານ​ພັກ​ແຂວງ ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ, ວຽກ​ງານ​ກົງຈັກ​ການຈັດ​ຕັ້ງ, ວຽກ​ງານ​ສ້າງ​​ແຜນ​ກຳນົດ​ພະນັກງານ, ວຽກ​ງານ​ຄຸ້ມ​ຄອງ​ພະນັກງານ, ວຽກ​ງານ​ປ້ອງ​ກັນ​ພັກ-ພະນັກງານ ​ແລະ ວຽກ​ງານ​ນະ​ໂຍບາຍ​ພະນັກງານ ກ່ອນ​ອື່ນ​ຕ້ອງ​ກຳ​ໄດ້​ນິຕິ​ກຳ​ວຽກ​ງານ​ພັກ-ພະນັກງານ, ກົດໝາຍ​ຂອງ​ລັດ ​ແລະ ນິຕິ​ກຳ​ທີ່​ກ່ຽວຂ້ອງ​ວຽກ​ງານ​ວິຊາ​ສະ​ເພາະ​ຂອງຕົນ, ສິ່ງສຳຄັນພະນັກງານ​ຈັດ​ຕັ້ງ, ຕະຫຼອດ​ຮອດສະມາຊິກພັກທຸກສະຫາຍຕ້ອງມີຄວາມທ່ຽງທຳ, ມີຈັນຍາບັນ, ມີຄຸນທາດການເມືອງໜັກແໜ້ນ, ແກ້ໄຂບັນຫາຢ່າງພາວະວິໄສ, ທັນເຫດການ, ປະຕິບັດຕາມຫຼັກການເຮັດວຽກຂອງພັກຢ່າງເຂັ້ມງວດ, ຮັບປະກັນໃຫ້ທ້ອງຖິ່ນຂອງຕົນນັບມື້ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບ ຈຶ່ງຮັກສາໄດ້ບົດບາດການນຳພາຂອງພັກ ແລະ ສາມາດເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ​ທັງ​ຮັບປະ​ກັນ​ການ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ IX ຂອງ​ອົງຄະ​ນະ​ພັກແຂວງ​ສາລະ​ວັນ ບັນລຸ​ຕາມ​ລະດັບ​ຄາດໝາຍ​ທີ່​ກຳນົດ​ໄວ້.

     ໃນ​ໂອກາດມາເຄື່ອນໄຫວຢູ່ແຂວງຄັ້ງນີ້, ສະຫາຍ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ພ້ອມດ້ວຍ​ຄະນະ ຍັງ​ໄດ້​ພົບປະ ​ແລະ ​ເຮັດ​ວຽກ​​ກັບ​ຄະນະ​ພັກ, ຄະນະ​ນຳ​ຂອງເມືອງ​​ເລົ່າ​ງາມ ​ແຂວງສາລະ​ວັນ ແລະ ໄດ້ເດີນທາງ​ໄປຢ້ຽມຊົມສະຖານທີ່​​ແຫຼ່ງທ່ອງ​ທ່ຽວ ​ແບບ​ອະນຸລັກ ອຸທິຍານ​ພູຜາ​ສຸກຄື: ຖ້ຳພູຜາ​ສຸກ, ​ຊົມຫໍໄຕຼປີດົກ ຢູ່ວັດສີມຸງຄຸນ ບ້ານວັດກາງ ເມືອງສາລະວັນ ຈາກນັ້ນ, ໄປຢ້ຽມ​ຊົມ​ງານ​ເທດສະການ ໝາກພ້າວ​ນາ​ໄຊ ບ້ານ​ນາ​ໄຊ ​ເມືອງ​ສາລະ​ວັນ ​ແລະ ຢ້ຽມ​ຊົມ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ ບ້ານ​ຫ້ວຍ​ຫູ​ນ​ໃຕ້ ​ເມືອງ​ເລົ່າ​ງາມ ​​ແຂວງ​ສາລະ​ວັນ ເຮັດຜະລິດ​ຕະພັນຫັດຖະກຳ​ຕຳ​ແຜ່ນ​ແຜ ເປັນສິນຄ້າທີ່ເປັນ​ເອກະລັກຂອງ​ຊົ​ນ​ເຜົ່າ​ກະຕູ ທັງໝົດ 155​ ຄອບຄົວ ສາມາດ​ສ້າງ​ລາຍ​ຮັບ​ປີ​ໜຶ່ງຫຼາຍ​ກວ່າ 500 ລ້ານ​ກີບ.