ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຫົວໜ້າຄະນະຈັດຕັ້ງສູນກາງພັກ ລົງເຄື່ອນໄຫວພົບປະ ແລະ ເຮັດວຽກຢູ່ແຂວງອັດຕະປື
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 15/03/2023

ພາບ ​ແລະ ຂ່າວໂດຍ: ສ.ສົດ​ໃສ

     ໃນ​ລະຫວ່າງວັນ​ທີ 13-14 ມີນາ 2023 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດຕັ້ງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ ​ໄດ້​ລົງ​ເຄື່ອ​ນ​ໄຫວ​ພົບ​ປະ ​ແລະ ເຮັດວຽກ​ຢູ່​ແຂວງ​ອັດຕະປື ​ໂດຍ​ການ​ຕ້ອນຮັບຢ່າງ​ອົບອຸ່ນຂອງ​ສະຫາຍ ​ເລັດ ​ໄຊ​ຍະ​ພອນ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະ​ບໍລິຫານ​ງານ​ພັກແຂວງ, ເຈົ້າ​ແຂວງ​ອັດ​ຕະປື ພ້ອມ​ດ້ວຍ​ຄະນະ​​.

     ໃນ​ການເຄື່ອນ​ໄຫວ​ພົບ​ປະ​ ແລະ ​ເຮັດ​ວຽກຄັ້ງນີ້ ສະຫາຍ ນາງ ສີ​ໃສ ລື​​ເດດ​ມູນ​ສອນ ພ້ອມ​ດ້ວຍ​ຄະນະ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ສະພາບ​ການ​​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ ຕິດ​ພັນ​ກັບ​ການ​ປະຕິບັດມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ອົງຄະ​ນະ​ພັກ​ແຂວງ​ອັດ​ຕະປື, ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ໂດຍ​ການລາຍ​ງານ​ຂອງ​ສະຫາຍ ​ເລັດ ​ໄຊ​ຍະ​ພອນ ເຊິ່ງ​ໄດ້​ຍົກ​ໃຫ້​ເຫັນ​ຜົນ​ສຳ​ເລັດ​ຫຼາຍດ້ານ​ເຊັ່ນ: ຄະນະ​ພັກ​ແຂວງ​ໄດ້​ຕັ້ງໜ້າ​ນຳພາ-ຊີ້​ນຳ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຕິດ​ພັນ​ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນພາຍ​ໃນ​ແຂວງ​ເປັນ​ຕົ້ນ ການຈັດ​ເກັບ​ລາຍ​ຮັບ​ຂອງ​ແຂວງ​ເກີດ​ຄາດໝາຍ 3 ປີຊ້ອນ, ສະ​ແດງ​ໃຫ້​ເຫັນ​ວ່າ​ພື້ນ ຖານ​ໂຄງ​ລ່າງ​​ໄດ້​ຮັບ​ການພັດທະນາ, ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ​ແລະ ປະຊາຊົນ​ບັ​ນດາ​ເຜົ່າ​ໄດ້​ຮັບ​ປັບປຸງ​ດີ​ຂຶ້ນ, ສັງຄົມ​ມີ​ຄວາມ​ສະຫງົບ, ​ເປັນລະບຽບຮຽບຮ້ອຍ, ​ໄດ້​ມີ​ການ​ບູລະນະ​ສະຖານ​ທີ່​ທ່ອງ​ທ່ຽວ, ວັດວາອາ​ຮາມ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຫຼາຍ​ຂຶ້ນ, ລະບົບ​ການ​ຊົມ​ໃຊ້​ໄຟຟ້າ, ​ເສັ້ນ​ທາງ​ຄົມມະນາຄົມ ​ໄດ້​ເຂົ້າ​ເຖິງ​ປະຊາຊົນ​ຢ່າງ​ທົ່ວ​ເຖິງ.

     ການນໍາພາ-ຊີ້ນຳວຽກ​ງານ​ການ​ເມືອງ-​ແນວ​ຄິດ ​ແລະ ວຽກ​ງານ​ພັກ-ພະນັກງານ ຄະນະ​ພັກ​ແຕ່ລະ​ຂັ້ນ​ໄດ້​ຖື​ເອົາ​ການກໍ່ສ້າງ ​ແລະ ປັບປຸງ​ຕິດ​ພັນ​ກັບ​ລັກສະນະ​ນຳພາ, ສຶກສາ​ອົບຮົມ ​ແລະ ຕໍ່ສູ້​ຂອງ​ພັກ ​ເພື່ອ​ກໍ່ສ້າງ​ສະມາຊິກ​ພັກ ​ແລະ ໜ່ວຍ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ. ປະຈຸ​ບັນທົ່ວ​ແຂວງມີການຈັດ​ຕັ້ງ​ຮາກ​ຖານ​ພັກ​ທັງ​ໝົດ 613 ຮາກ​ຖານ​ພັກ ​ແລະ ​ໜ່ວຍ​ພັກ 537 ໜ່ວຍ​ພັກ. ​ໃນ​ນັ້ນ, ຄະນະ​ພັກ​ຮາກ​ຖາ​ນມີ 76 ຮາກ​ຖານ, ໜ່ວຍ​ພັກ​ເອກະລາດ 221 ໜ່ວຍ ​ແລະ ໜ່ວຍ​ພັກ​ທີ່​ຂຶ້ນ​ກັບ​ຄະນະ​ພັກ​ຮາກ​ຖານ​ມີ 316 ໜ່ວຍ, ມີ​ສະມາ​ຊິກ​ພັກ 10.000 ກວ່າສະຫາຍ, ຍິງ 3.000 ກວ່າສະຫາຍ. ຜ່ານ​ການປະ​ເມີນຕີ​ລາຄາ​ກາ​ນສ້າງ​ພັກ​ປອ​ດ​ໃສ, ​ເຂັ້ມ​ແຂງ ​ແລະ ໜັກ​ແໜ້ນ​ໄດ້ 297 ໜ່ວຍ, ການ​ຂະຫຍາຍ​ພັກ​ໄດ້ 207 ສະຫາຍ, ຍິງ 86 ສະຫາຍ. ພ້ອມ​ນັ້ນ, ຍັງ​ເອົາ​ໃຈ​​ໃສ່​ບຳລຸງ ​ແລະ ກໍ່ສ້າງ​ພະນັກງານ​ທາງ​ດ້ານ​ທິດ​ສະ​ດີ, ວິຊາ​ສະ​ເພາະ​ໃນ​ໄລຍະ​ສັ້ນ-ຍາວ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປັບປຸງ​ກົງຈັກ​ການຈັດ​ຕັ້ງ, ສັບ​ປ່ຽນ​ໜ້າ​ທີ່ ​ແລະ ບ່ອນ​ປະຈຳການ​ຂອງ​ພະນັກງານ​ຫຼັກ​ແຫຼ່ງບາງ​ພະ​ແນ​ກການ, ອົງການ​ຂອງ​ແຂວງ, ສະພາ​ປະຊາຊົນ​ແຂວງ ​ແລະ ບາງ​ຫ້ອງ​ການ​ອ້ອມ​ຂ້າງ​ເມືອງ 5 ​ເມື​ອງ​ເຮັດ​ໃຫ້ການ​ຈັດ​ຕັ້ງ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ.

     ຫຼັງຈາກ​ນັ້ນ, ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ  ​​ໄດ້​ມີ​ບາງ​ຄຳ​ເຫັນ​​ໂອ້​ລົມຕໍ່ຄະນະ​ພັກ, ຄະນະ​ນຳ​ຂອງ​ແຂວງອັດຕະປື ເຊິ່ງສະຫາຍ​ໄດ້ສະແດງຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນງານ ແລະ ຜົນສຳ​ເລັດ​ທີ່​ຍາດ​ມາ​ໄດ້ຂອງ​ແຂວງ. ພ້ອມ​ນັ້ນ, ສະຫາຍຍັງ​ຮຽກຮ້ອງ​ໃຫ້​ຄະນະ​ພັກ​ທຸກ​ຂັ້ນ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕໍ່​ການ​ເຄື່ອ​ນ​ໄຫວ​ຂອງ​ຕົນ​ໄປ​ຕາມ​ສິດ ​ແລະ ​ໜ້າ​ທີ່ ​ທີ່ໄດ້​ກຳນົດ​ໃນ​ກົດ​ລະບຽບ​ຂອງ​ພັກ ສະ​ໄໝ​ທີ XI, ​ເອົາ​ໃຈ​ໃສ່​ກໍ່ສ້າງ ​ແລະ ປັບປຸງ​ຕົນ​ເອງ​ຕາມ 5 ຫຼັກການ ​ແລະ 3 ທິດ​ນຳ​ຂອງ​ພັກ; ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບນຳພາ-ຊີ້ນຳ ບັນດາ​ຮາ​ກຖານ​ພັກ​ໃນ​ການ​ກໍ່ສ້າງ​ໜ່ວຍ​ພັກ, ສະມາຊິກ​ພັກ​ໃຫ້​ປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນ. ​ເອົາ​ໃຈ​ໃສ່​ນຳພາ​ວຽກ​ງານ​ການ​ເມືອງ-​ແນວ​ຄິດ, ການຈັດ​ຕັ້ງ ​ແລະ ​ແບບ​ແຜນ​ວິ​ທີນຳພາ​ຂອງ​ພັກ ຮັບປະກັນ​ໄດ້​ຄຸນ​ນະພາ​ບ ​ເຮັດ​ໃຫ້ການ​ຈັດຕັ້ງ​ປະຕິບັດ​ຖືກຕ້ອງ ​ແລະ ​ເປັນ​ເອກ​ະພາບ​ກັນ​ໃນທົ່ວ​ພັກ, ​ເອົາ​ໃຈ​ໃສ່ປະຕິບັດ 02 ວາລະ​​ແຫ່ງ​ຊາດ ທັງພ້ອມ​ກັນ, ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ແຂວງ​ຕົນ​ ໃຫ້​ປະກົດ​ຜົນ​ເປັນ​ຈິງ​ຕາມ​ທີ່​ໄດ້​ກຳນົດ​ໄວ້.

     ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າຄະນະຈັດ ຕັ້ງສູນກາງພັກ ພ້ອມດ້ວຍ​ຄະນະ ຍັງ​ໄດ້​ພົບປະ ​ແລະ ​ເຮັດ​ວຽກ​​ກັບ​ຄະນະ​ພັກ, ຄະນະ​ນຳ​ຂອງເມືອງ​ສາມັກຄີ​ໄຊ ​ແຂວງອັດ​ຕະປື ຢູ່ທີ່​ສະ​ໂມ​ສອນ​ຂອງສຳນັກງານ​ປົກຄອງ​ເມືອງ​ສາມັກຄີ​ໄຊ ແລະ ໄດ້ເດີນທາງ​ໄປຢ້ຽມຊົມສະຖານທີ່ຜະລິດໄຟຟ້າໂຊລາເຊວ ແລະ ການສະໜອງນ້ຳຊົນລະປະທານ ໃຫ້ແກ່ການປູກເຂົ້ານາແຊງ ໃນເນື້ອທີ່ 52 ເຮັກຕາ ຂອງ​ປະຊາຊົນບ້ານ​ທ່າ​ຫີນ ​ເມືອງ​ສາມັກຄີ​ໄຊ, ​ໄປ​ຢ້ຽມ​ຊົມ​ໂຄງການລ້ຽງງົວ ຂອງບໍລິສັດທາ​ໂກ ອາກຣີ ລາວ (THACO AGRI) ທີ່​​ຕັ້ງ​ຢູ່​ເມືອງ​ໄຊ​ເສດ​ຖາ ​ແລະ ໄດ້​ໄປ​ຢ້ຽມ​ຊົມອະນຸສາ​ວະລີ ແລະ ​​ໄຫ​ວ້ສັກກະ​ລະ​ບູຊາພະ​ເຈົ້າ​ໄຊ​ເຊ​ດຖາທິລາດ.