ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກງານຢູ່ແຂວງ ຫົວພັນ
ຈຳນວນຜູ້ອ່ານ: 64
ອະນຸມັດວັນທີ: 09/03/2023

ໂດຍ: ​ແສງ​ອາ​ລຸນ

     ໃນ​ລະຫວ່າງ​ວັນ​ທີ 1-​5 ມີນາ 2023 ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກໍາມະ​ການ​ກົມ​ການ​ເມືອງສູນກາງພັກ​, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ພ້ອມ​ດ້ວຍ​ຄະນະ ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ເຮັດ​ວຽກຢູ່​ແຂວງ​ຫົວພັນ ​ເພື່ອ​ຕິດຕາມ ​ແລະ ຊຸກຍູ້​ການກະກຽມກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ແລະ ການນໍາພາ-ຊີ້ນຳຂອງພັກ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ​ໂດຍ​ເປັນກຽດຕ້ອນຮັບຢ່າງ​ອົບ​ອຸ່ນຂອງ​ສະຫາຍ ວັນ​ໄຊ ​ແພງ​ຊຸມ​ມາ ກໍາມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​, ​ເ​ຈົ້າ​ແຂວງຫົວພັນ ພ້ອມດ້ວມພະນັກງານການນຳຂອງແຂວງ.

     ​ໃນ​ການ​ເຄື່ອນ​ໄຫວ ແລະ ເຮັດວຽກຢູ່​ແຂວງ​ຫົວພັນ ຄັ້ງ​ນີ້, ສະຫາຍ​ພ້ອມ​ດ້ວຍ​ຄະນະ ​ໄດ້​ຮັບ​ຟັງ​ການ​ລາຍງານ​ໂດຍ​ຫຍໍ້​ຈາກສະຫາຍ​ ວັນ​ໄຊ ​ແພງ​ຊຸມ​ມາ ກໍາມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ແຂວງ​, ​ເ​ຈົ້າ​ແຂວງຫົວພັນ ​ກ່ຽວກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັ້ງທີ IX ພາຍໃນແຂວງ, ການກະກຽມກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ແລະ ການນຳພາ-ຊີ້ນໍາຂອງພັກ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ຂອງແຂວງ ຫົວພັນ ​ໂດຍ​​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຜົນງານ ​ແລະ ຜົນ​ສໍາ​ເລັດ​ໃນ​ການ​ຊີ້​ນໍາ-ນໍາພາ​ຈັດ​ຕັ້ງ​ປະຕິບັດ​ເປັນຕົ້ນ: ວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວແຂວງ ວຽກງານພັກ. ຄະນະພັກ, ຄະນະຈັດຕັ້ງແຕ່ລະເມືອງ ເອົາໃຈໃສ່ໃນການປະຕິບັດຕາມກົດລະບຽບພັກ, ຄຳສັ່ງ, ແນະນໍາຂອງສູນກາງ, ທິດທາງແຜນການ 5 ປີ ແລະ ແຜນການປະຈຳ ປີ 2022 ຂອງແຂວງຫົວພັນ, (ສຸມໃສ່ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກເລກທີ 291 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບການສະຫຼຸບ, ປະເມີນຜົນປະຈຳປີ 2022 ສາມາດປະເມີນໄດ້ໜ່ວຍພັກປອດໃສ ໄດ້ທັງໝົດມີ ຈໍານວນ 841 ໜ່ວຍພັກ, ໜ່ວຍພັກກາງມີ 5 ໜ່ວຍ, ໜ່ວຍພັກບໍ່ໄດ້ປະເມີນມີຈຳນວນ 303 ໜ່ວຍ ( ໜ່ວຍພັກບໍ່ໄດ້ປະເມີນສ່ວນຫຼາຍແມ່ນໜ່ວຍພັກຢູ່ເຂດຫ່າງໄກສອກຫຼີກ ). ການຂະຫຍາຍພັກຫຼາຍໜ່ວຍພັກ, ຮາກຖານພັກໄດ້ດຳເນີນຖືກຕ້ອງຕາມກົດລະບຽບພັກ, ຄຳສັ່ງແນະນຳຂອງກົມການເມືອງ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບວຽກງານການຂະຫຍາຍພັກຕິດພັນກັບການປ້ອງກັນພັກ, ໂດຍມີການຄົ້ນຄວ້າ, ເລືອກເຟັ້ນ, ຕິດຕາມປະເມີນຜົນການເຄື່ອນໄຫວຕົວຈິງຂອງບັນດາເປົ້າໝາຍຕາມຂະບວນການ, ຂັ້ນຕອນ ເຊິ່ງສະແດງອອກປີ 2022 ສາມາດຂະຫຍາຍສະມາຊິກພັກໄດ້ 906 ສະຫາຍ, ຍິງ 681 ສະຫາຍເທົ່າກັບ 4,39%(ທຽບໃສ່ແຜນການປີລື່ນຄາດໝາຍ 1,39%) ມາເຖິງປະຈຸບັນນີ້ທົ່ວແຂວງມີສະມາຊິກພັກທັງໝົດ 20.636 ສະຫາຍ ຍິງ 4.963 ສະຫາຍ. ວຽກງານກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກ, ຮາກຖານພັກ ຢູ່ອ້ອມຂ້າງແຂວງ ແລະ ບັນດາເມືອງ ໄດ້ສຳເລັດກອງປະຊຸມໃຫ່ຍຂັ້ນໜ່ວຍພັກ ຈຳນວນ 204 ໜ່ວຍພັກ, ໃນນັ້ນ ຂັ້ນແຂວງ ຈຳນວນ 2 ໜ່ວຍພັກ ແລະ ຂັ້ນເມືອງ ຈຳນວນ 202 ໜ່ວຍພັກ. ວຽກງານພະນັກງານ​: ພາຍຫຼັງທີ່ສໍາເລັດການດຳເນີນກອງປະຊຸມໃຫຍ່ ຂອງແຂວງ ຄັ້ງທີ X. ຄະນະພັກ, ຄະນະນໍາແຕ່ລະຂັ້ນໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດຕາມມະຕິຕົກລົງ ຂອງກົມການເມືອງສູນກາງພັກເລກທີ 030, 031, 032 ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 292 ກ່ຽວກັບວຽກງານພະນັກງານ ເປັນຕົ້ນແມ່ນໄດ້ສໍາເລັດການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງໄລຍະ 5 ປີ 2021 - 2025 ທົ່ວແຂວງສໍາເລັດ 100% ຄັດເລືອກເຂົ້າໃນແຜນທັງໝົດ 1,402 ທ່ານ, ຍິງ 320 ທ່ານ, ຂັ້ນສູນກາງຄຸ້ມຄອງ 73 ທ່ານ, ຍິງ 12 ທ່ານ. ວຽກງານການປັບປຸງກົງຈັກການຈັດຕັ້ງໂດຍຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນໄດ້ແຕ່ງຕັ້ງຄະນະຮັບຜິດຊອບປັບປຸງກົງຈັກຂັ້ນແຂວງ. ສຳເລັດການປັບປຸງຄະນະໂຄສະນາອົບຮົມແຂວງ, ພະແນກກະສິກຳ, ພະແນກສາທາ, ໂຮງໝໍ, ອະນຸສອນສະຖານ, ຄະນະຈັດຕັ້ງ ແລະ ຄະນະກວດກາພັກ-ລັດແຂວງ, ສຳເລັດການຍຸບໂຮມບັນດາຂະແໜງການຕາມເລກທີ 190 ເພື່ອຫຼຸດຜ່ອນທາງດ້ານໂຄງປະກອບ, ຂະແໜງການ ແລະ ບັນດາໜ້າວຽກທີ່ມີລັກຄ້າຍຄືກັນເຂົ້າກັນມີ: ພະແນກແຜນການແລະ ການລົງທຶນ ( ໂຮມສູນສະຖິຕິມາເຂົ້າກັບພະແນກ), ພະແນກກະສິກຳແຂວງ.

     ຄຽງຄູ່ກັບຜົນງານ ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດກໍຍັງມີບາງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຈໍານວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດ ການສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ເຖິງວ່າໄດ້ເຮັດດ້ວຍຫຼາຍຮູບ, ຫຼາຍວິທີແຕ່ການຫັນປ່ຽນຕົວຈິງຍັງມີໜ້ອຍເຫັນໄດ້ທາງດ້ານແນວຄິດຂອງຖັນແຖວພະນັກງານ-ສະມາຊິກພັກ, ປະກົດການຫຍໍ້ທໍ້ຍັງເກີດຂຶ້ນຢູ່ໃນພະນັກງານຂັ້ນນຳພາ-ຄຸ້ມຄອງ, ສະມາຊິກພັກ ແລະ ພະນັກ ງານຈຳນວນໜຶ່ງ ເຊື່ອມຖອຍທາງດ້ານຄຸນສົມບັດ, ຂາດຄວາມເປັນແບບຢ່າງໃນການປະຕິບັດກົດໝາຍ, ກົດລະບຽບພັກ, ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານບໍ່ສູງ.

     ໃນໂອກາດທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດ​ວຽກຄັ້ງນີ້, ສະຫາຍ ນາງ ສີ​ໃສ ລື​ເດດ​ມູນ​ສອນ ກໍາມະ​ການ​ກົມ​ການ​ເມືອງສູນກາງພັກ​, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ກໍ​ໄດ້ມີຄໍາເຫັນກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງໃນບາງບັນຫາຄື: ຄະນະພັກທຸກຂັ້ນຕ້ອງເພີ່ມ​ທະວີການ​ນໍາພາ​​​ການ​ເມືອງ-ແນວ​ຄິດ​ ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ສ້າງເງື່ອນໄຂໃຫ້​ຖັນ​ແຖວ​ພະ​ນັກ​ງານ​ນຳ​ພາ​, ພະ​ນັກ​ງານຫຼັກ​ແຫຼ່ງ​ແຕ່​ລະ​ຂັ້ນ ໄດ້​ຮັບ​ການປະ​ກອບ​ຄວາມ​ຮູ້​ລັດ​ທິ​ມາກ-ເລ​ນິນ, ແນວ​ຄິດ​ ປະ​ທານ ໄກ​ສອນ ​ພົມ​ວິ​ຫານ ແລະ ມູນເຊື້ອອັນດີງາມຂອງພັກ, ຂອງຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກໃນແຕ່ລະໄລຍະ​ເພື່ອ​ສ້າງ​ໃຫ້​ພະ​ນັກ​ງານນໍາ​ພາ​, ຫຼັກແຫຼ່ງ ຂອງ​ພັກ-ລັດ ມີ​ຄວາມ​ເປັນ​ເອ​ກະ​ພາບ​​ສູງ ດ້ານ​ແນວ​ຄິດ ແລະ​ ການ​ກະ​ທຳ. ພ້ອມ​ກັນ​ນັ້ນ ພະນັກງານ​ນໍາພາ, ຫຼັກແຫຼ່ງ ຍັງຕ້ອງຍົກ​ສູງຄວາມ​ຮັບ​ຜິດ​ຊອບ​ທາງ​ດ້ານ​ການ​ເມືອງ, ​ຄວາມເປັນ​ແບບຢ່າງ​ນໍາ​ໜ້າ ​ໃນ​ການ​ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງພັກ ໃຫ້​ຖືກຕ້ອງ, ຮັບປະກັນ ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ;​ ຄະນະພັກ ຕ້ອງຍົກສູງຄວາມຮັບຜິດຊອບຕໍ່ການເຄື່ອນໄຫວຂອງຕົນ ໄປຕາມສິດ ແລະ ໜ້າທີ່ ຊຶ່ງໄດ້ກໍານົດໃນກົດລະບຽບຂອງພັກ ສະໄໝທີ XI, ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງຕົນເອງຕາມ 05 ຫຼັກການ ແລະ 03 ທິດນໍາ ຂອງພັກ, ໂດຍສະເພາະ ຖືເອົາການຕິຊົມຕົນເອງ, ຕິຊົມກັນ ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງຄະນະພັກທຸກຂັ້ນ; ເພີ່ມທະວີຄວາມຮັບຜິດຊອບ ເພື່ອຊີ້ນໍາ-ນໍາພາ ບັນດາຮາກຖານພັກ ໃນການກໍ່ສ້າງໜ່ວຍພັກ, ສະມາຊິກພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ແບບແຜນນໍາພາຂອງໜ່ວຍພັກ; ຂອງສະມາຊິກພັກ, ພ້ອມທັງແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງແຕ່ລະເປົ້າໝາຍຢ່າງທັນການ ແລະ ເດັດຂາດ.

     ຈາກ​ນັ້ນ​, ໄດ້​ເດີນທາງ​ໄປ​ເມືອງພົບປະ ແລະ ເຮັດວຽກກັບຄະນະປະຈໍາພັກເມືອງວຽງໄຊ, ກໍາມະການພັກເມືອງ.ຄະນະ​ຫ້ອງການ-​ອົງການຂອງເມືອງ, ຄະນະ​ນໍາຂອງ​ອົງການ​ແນວ​ລາວ​ສ້າງ​ຊາດ​, ສະຫະພັນ​ນັກຮົບ​ເກົ່າ ​ແລະອົງການຈັດ​ຕັ້ງ​ມະຫາຊົນຂອງ​ເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ ວຽງໄຊ, ພະນັກງານທັງໝົດຂອງຄະນະຈັດຕັ້ງເມືອງ ​ແລະ ​ໄດ້​ໄປຢ້ຽມຊົມ​ອະນຸສອນ​ສະຖານ​ຖໍ້າ​ງູ ສໍານັກງານ​ຫ້ອງການ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ແຫ່ງ​ທໍາ​ອິດ ​ພ້ອມ​ທັງ​ປຸກ​ຕົ້ນ​ໄມ້​ເປັນ​ທີ່​ລະ​ນຶກ.