ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍພັກກົມກໍ່ສ້າງພັກ ແລະ ໜ່ວຍພັກສູນພັດທະນາວຽກງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກຮັບເອົາມະຫາຊົນຜູ້ກ້າວໜ້າ ຮັບສະມາຊິກພັກສໍາຮອງ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 10/02/2023

ໂດຍ: ອານຸລັກ

     ໃນວັນທີ 10 ກຸມພາ 2023 ໜ່ວຍພັກກົມກໍ່ສ້າງພັກ ແລະ ໜ່ວຍພັກ ສູນພັດທະນາວຽງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າສະມາຊິກພັກສໍາຮອງ ຈຳນວນ 02 ສະຫາຍ, ຍິງ 1 ສະຫາຍ (ໜ່ວຍພັກລະ 01 ສະຫາຍ) ໂດຍການເຂົ້າຮ່ວມຂອງສະຫາຍ ນາງ ສີບານ ສີສະອາດ ກໍາມະການຄະນະພັກ ຄະນະຈັດຕັ້ງສູນກາງພັກ, ເລຂາໜ່ວຍພັກ ຮັກສາການຫົວໜ້າກົມກໍ່ສ້າງພັກ, ມີສະຫາຍ ນາງ ວິໄລວັນ ເພັງສະຫວັດ ເລຂາໜ່ວຍພັກ, ຫົວໜ້າສູນພັດທະນາວຽກງານຈັດຕັ້ງ, ມີບັນດາສະຫາຍຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຕາງໜ້າຈາກ 03 ອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາຍໃນ 02 ໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີດັ່ງກ່າວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງ. ຈາກນັ້ນ, ສະຫາຍເລຂາໜ່ວຍພັກກົມກໍ່ສ້າງພັກ ແລະ ເລຂາໜ່ວຍພັກສູນພັດທະນາວຽກງານຈັດຕັ້ງໄດ້ຂຶ້ນຮັບເອົາສະມາຊິກພັກສໍາຮອງ ເພື່ອສືບຕໍ່ກໍ່ສ້າງໃຫ້ຜ່ານສະໄໝສໍາຮອງ 12 ເດືອນ ແລະ ກ້າວໄປສູ່ການເປັນສະມາຊິກພັກສົມບູນໃນຂັ້ນຕໍ່ໄປ.

     ໃນຕອນທ້າຍພິທີ ສະຫາຍ ນາງ ສີບານ ສີສະອາດ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ ສະແດງຄວາມຊົມເຊີຍ ຕໍ່ມະຫາຊົນກ້າວໜ້າ ທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງຜ່ານມາດຖານເງື່ອນໄຂສາມາດເຂົ້າເປັນສະມາຊິກພັກສໍາຮອງ ຊື່ງເປັນອີກກໍາລັງແຮງໃຫ້ແກ່ໜ່ວຍພັກ; ພ້ອມນີ້ໄດ້ເນັ້ນຕື່ມສະມາຊິກພັກສໍາຮອງສືບຕໍ່ຄົ້ນຄວ້າຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ແບບແຜນການດໍາລົງຊີວິດ ໃຫ້ມີຄວາມປອດໃສ, ສືບຕໍ່ ຄົ້ນຄວ້າກໍາແໜ້ນບັນດາເງື່ອນໄຂລະບຽບກົດໝາຍຂອງລັດ, ແນວທາງນະໂຍບາຍຂອງພັກ, ລະບຽບຂອງສໍານັກງານອົງການ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມງວດ, ​ບຸກບືນຫ້າວຫັນຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ສ້າງຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນເປັນກໍາລັງແຮງໃຫ້ແກ່ພັກ ພັດທະນາຕົນເອງໃນທຸກດ້ານ ເພື່ອສ້າງຕົນເອງໃຫ້ກາຍເປັນສະມາຊິກພັກສົມບູນທີ່ມີຄຸນນະພາບ.