ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເປີດຊຸດຝຶກອົບຮົມພະນັກງານການນຳ ແລະ ພະນັກງານວິຊາການ ຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງ ສປປ ລາວ
ຈຳນວນຜູ້ອ່ານ: 38
ອະນຸມັດວັນທີ: 06/02/2023

ພາບ-ຂ່າວ ໂດຍ: ສັນຕິບານ

     ວັນ​ທີ 31 ມັງກອນ 2023 ​ຄະນະຈັດຕັ້ງສູນກາງພັກ ໄດ້ເປີດຊຸດຝຶກອົບຮົມພະນັກງານການນຳ ແລະ ພະນັກງານວິຊາການ ຂະແໜງຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ຂອງ ສປປ ລາວ ທີ່​ໂຮງແຮມດອນຈັນພາເລັດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າຄະນະຮັບຜິດຊອບໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂະແໜງຈັດຕັ້ງ ຂອງ ສປປ ລາວ ມີຄະນະພັກຄະນະຈັດຕັ້ງສູນກາງພັກ, ​ມີຕາງໜ້າສະຖານທູດ ສ ປ ຈີນ ປະຈໍາລາວ, ບັນດາສະຫາຍຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ບັນດາອາຈານທີ່ຈາກມະຫາວິທະຍາໄລແຫ່ງຊາດ, ຫົວໜ້າກົມເສດຖະກິດກະຊວງການຕ່າງປະ ເທດ, ຕະຫຼອດຮອດຫົວໜ້າກົມ, ຫ້ອງການ, ສູນພັດທະນາວຽກງານຈັດຕັ້ງ ພ້ອມ​ດ້ວຍຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 40 ສະຫາຍ.

     ພິທີດັ່ງກ່າວ ສະຫາຍນາງ ວິໄລວັນ ເພັງສະຫວັດ ຫົວໜ້າສູນພັດທະນາວຽກງານຈັດຕັ້ງ ຄະນະຈັດຕັ້ງສູນກາງພັກ, ຮອງຫົວໜ້າຄະນະຮັບຜິດຊອບໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງຂະແໜງຈັດຕັ້ງຂອງ ສປປ ລາວ ໄດ້ລາຍງານກ່ຽວກັບໂຄງການໂດຍຫຍໍ້ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂອງລັດຖະບານ ສປ ຈີນ ເປັນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາຊັບພະຍາກອນມະນຸດ ເວົ້າລວມ, ເວົ້າສະເພາະ ແມ່ນສ້າງຂີດຄວາມສາມາດ ໃຫ້ພະນັກງານຂົງເຂດວຽກງານຈັດຕັ້ງ ໂດຍພາຍຫຼັງໂຄງການຖືກຮັບຮອງ ວັນທີ 7/6/2022 ຄະນະຮັບຜິດຊອບໂຄງການ ຮ່ວມກັບກອງເລຂາຂອງໂຄງການ ໂດຍຜ່ານກົມເສດຖະກິດຂອງກະຊວງການຕ່າງປະເທດ ໄດ້ເປັນເຈົ້າການສ້າງແຜນງານ, ບັນດາໜ້າວຽກ, ກິດຈະກໍາທີ່ຈະໄດ້ຈັດຕັ້ງປະຕິບັດ, ແຜນງົບປະມານລະອຽດ, ເນື້ອໃນບົດ ປື້ມຄູ່ມືການຝຶກອົບຮົມ ແລະ ບັນດາເອກະສານຕ່າງໆຮັບໃຊ້ຊຸດຝຶກອົບຮົມ; ນອກນີ້ຄະນະຮັບຜິດ ຊອບໂຄງການ ຕ້ອງໄດ້ຈັດກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ, ຂໍ້ຄົງຄ້າງ ແລະ ທິດທາງໃນຕໍ່ໜ້າ ເພື່ອປະສິດທິຜົນຄວາມຍືນຍົງ ແລະ ຖືກຕ້ອງກັບຈຸດປະສົງຂອງໂຄງການ. ເປົ້າໝາຍເຂົ້າຝຶກອົບຮົມ ແມ່ນພະນັກງານປະເພດ 4-5 ແລະ ປະເພດ 5-8 ຂອງ 8 ແຂວງ ຄື: ໄຊສົມບູນ, ບໍລິຄໍາໄຊ, ອຸດົມໄຊ, ໄຊຍະບູລີ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ຫົວພັນ; ນອກນັ້ນຍັງຕ້ອງໄດ້ຈັດຝຶກອົບຮົມຢູ່ທີ່ ສປ ຈີນ 02 ຊຸດ ແລະ ສສ ຫວຽດ ນາມ 02 ຊຸດ ເພື່ອເປັນການເສີມສ້າງຂີດຄວາມສາມາດ ຂອງສະມາຊິກພັກ-ພະນັກງານ ໃນຂົງເຂດວຽກງານຈັດຕັ້ງ ແລະ ສ້າງສາຍພົວພັນຮ່ວມມືອັນດີ ກັບສະມາຊິກພັກ-ພະນັກງານຄູອາຈານ ຈາກສະຖາບັນການເມືອງແຫ່ງຊາດຂອງ ສ ສ ຫວຽດນາມ ແລະ ສ ປ ຈີນ.

     ຈາກນັ້ນ ສະຫາຍນາງ ບຸດສະດີ ທະນະເມືອງ ປະທານກອງປະຊຸມ ຍັງໄດ້ມີຄຳເຫັນ ແລະ ຕີລາຄາສູງ ທີ່ພັກ-ລັດຖະບານ ສປ ຈີນ ເຫັນໄດ້ຄວາມສຳຄັນຂອງວຽກງານຈັດຕັ້ງ ແລະ ອະນຸມັດທຶນຮອນ ເພື່ອພັດທະ ນາການນຳຂະແໜງຈັດຕັ້ງ, ໂດຍການຮ່ວມມືຂອງສອງພັກ-ສອງລັດ ທີ່ມີການພົວພັນຮ່ວມມືຮອບດ້ານ ບົນຈິດໃຈ 4 ດີ ແລະ ເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ຈະປະກອບສ່ວນຢ່າງຕັ້ງໜ້າໃນການຮ່ວມຊະຕາກຳຂອງມະນຸດໃນອະນາຄົດ. ການຊ່ວຍເຫຼືອຂອງລັດຖະບານ ສປ ຈີນ ໃນຄັ້ງນີ້ ແມ່ນການໃຫ້ທຶນທີ່ມີຄຸນຄ່າສຳຄັນທີ່ສຸດຕໍ່ກັບຂະແໜງຈັດຕັ້ງ ເຊິ່ງຂະແໜງຈັດຕັ້ງ ເປັນຂະແໜງການໜຶ່ງ ທີ່ມີຄວາມສໍາຄັນໃນກາປະກອບສ່ວນ ກໍ່ສ້າງບຸກຄະລາກອນຂັ້ນນໍາພາ-ຄຸ້ມຄອງ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ຖ້າພະນັກງານຂະແໜງຈັດຕັ້ງມີຄຸນນະພາບ ກໍ່ຈະມີຜົນເຮັດໃຫ້ພະນັກງານນໍາພາ-ຄຸ້ມຄອງຢູ່ຂະແໜງການອື່ນມີຄຸນນະພາບ. ໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ ຂະແໜງ ຈັດຕັ້ງຂອງ ສປປ ລາວ ເປັນໂຄງການທໍາອິດ ຂອງຄະນະຈັດຕັ້ງສູນກາງພັກ ທີ່ໄດ້ຮັບທຶນໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; ສະນັ້ນ, ເວລາຈັດຕັ້ງປະຕິບັດຕົວຈິງອາດຈະມີຫຼາຍບັນຫາຕັ້ງຂຶ້ນ, ຈຶ່ງຮຽກຮ້ອງມາຍັງຄະນະພັກ-ຄະນະນໍາ 8 ແຂວງເປົ້າໝາຍ ໃຫ້ມີຄວາມເປັນເອກະພາບຮ່ວມມື ໃນການຈັດຕັ້ງປະຕິບັດ ໃຫ້ທັນຕາມກໍານົດເວລາ; ຮຽກຮ້ອງມາຍັງກະຊວງການຕ່າງປະເທດ ໂດຍສະເພາະກົມເສດຖະກິດ ຈົ່ງໃຫ້ຄວາມໃກ້ຊິດ-ຕິດແທດ, ແນະນໍາດ້ານຕ່າງໆ ເຮັດໃຫ້ການນໍາໃຊ້ທຶນມີຄວາມເປັນເອກະພາບ, ມີປະສິດທິພາບ, ໂປ່ງໃສ ແລະ ສາມາດກວດສອບໄດ້; ຮຽກຮ້ອງມາຍັງອາຈານຈາກມະວິທະຍາໄລແຫ່ງຊາດ, ຜູ້ຊ່ຽວຊານດ້ານໂຄງການ ຈົ່ງໃຫ້ການແນະນໍາ-ຊ່ວຍເຫຼືອ ເພື່ອເຮັດໃຫ້ກິດຈະກໍາຂອງໂຄງການ ໄດ້ດໍາເນີນໄປຕາມແຜນທີ່ກໍານົດໄວ້ ແລະ ຮຽກຮ້ອງມາຍັງບັນດາຄະນະກົມ, ຫ້ອງການ, ສູນ ພາຍໃນຄະນະຈັດຕັ້ງສູນກາງພັກ ຈົ່ງເພີ່ມທະວີຄວາມຮັບຜິດຊອບ, ເປັນເຈົ້າການແນະນໍາ ປັບປຸງຄູ່ມືຝຶກອົບຮົມວຽກງານຈັດຕັ້ງ ໃຫ້ສອດ ຄ່ອງກັບໜ້າທີ່ການເມືອງ.