ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ ແລະ ປາຖະກະຄາວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 27/01/2023

ໂດຍ: ວິລະສະໄໝ

     ໃນວັນທີ 25 ມັງກອນ 2023 ທີ່​ສຳນັກງານ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ມີພິທີເຜີຍແຜ່, ເຊື່ອມຊຶມເອກະສານສຳຄັນຈຳນວນໜຶ່ງ ແລະ ປາຖະກະຖາວັນສ້າງຕັ້ງກອງທັບ ຄົບຮອບ 74 ປີ ໂດຍການເຂົ້າຮ່ວມຂອງສະຫາຍ ​ນາງ ບຸດ​ສະ​ດີ ທະ​ນະ​ເມືອງ ກຳ​ມະ​ການ​ສູນ​ກາງ​ພັກ, ຮອງ​ເລ​ຂາ​ຄະ​ນະ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ​ສະ​ຫາຍ​ ທອງ​ຈັນ ໂຂງ​ພູມ​ຄຳ ​ກຳ​ມະ​ການປະ​ຈຳ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ສະຫາຍ ປອ. ວິສຸກ ພົມພິທັກ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ​ຄະ​ນະ​ພັກ, ຄະ​ນະ​ກົມ, ຄະນະພະແນກ ແລະ ພະ​ນັກ​ງານ-​ລັດ​ຖະ​ກອນ ທົ່ວ​ສຳ​ນັກ​ງານ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

     ການຈັດຕັ້ງເຜີຍແຜ່ເຊື່ອມຊຶມຄັ້ງນີ້ມີທັງໝົດ 4 ເອກະສານສໍາຄັນ ຄື: 1. ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V, 2. ເນື້ອໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ໃຫ້​ກຽດເຜີຍ​ແຜ່ເອກະສານດັ່ງກ່າວ ​ໂດຍ​ສະຫາຍ ​ນາງ ບຸດ​ສະ​ດີ ທະ​ນະ​ເມືອງ ກຳ​ມະ​ການ​ສູນ​ກາງ​ພັກ ຮອງ​ເລ​ຂາ​ຄະ​ນະ​ພັກ ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, 3. ເນື້ອໃນກອງປະຊຸມວຽກງານຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃຫ້​ກຽດເຜີຍ​ແຜ່ໂດຍ ສະ​ຫາຍ ທອງ​ຈັນ ໂຂງ​ພູມ​ຄຳ ກຳມະການປະ​ຈຳ​ພັກ ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 74 ປີ (20/01/1949 - 20/01/2023 ) ເຜີຍແຜ່ໂດຍສະຫາຍ ປອ. ວິສຸກ ພົມພິທັກ ຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ; ການ​ຈັດ​ຕັ້ງ​ເຜີຍ​ແຜ່​ເຊື່ອມ​ຊຶມຄັ້ງ​ນີ້​ກໍເພື່ອເຮັດໃຫ້ພະນັກງານ-ສະ​ມາ​ຊິກ​ພັກ ພາຍ​ໃນ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໄດ້ຮັບຮູ້ເຊື່ອມຊຶມກໍາແໜ້ນບັນດາເນື້ອໃນເອກະສານດັ່ງກ່າວຢ່າງມີຄວາມເປັນເອກະພາບ ແລະ ນຳໄປຈັດຕັ້ງ ຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ໃຫ້ໄດ້ຮັບໝາກຜົນ.