ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ບາງຕອນຄຳເຫັນໂອ້ລົມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ຕໍ່ພະນັກງານ-ນັກຮົບແພດໝໍກອງທັບ
ຈຳນວນຜູ້ອ່ານ: 57
ອະນຸມັດວັນທີ: 26/01/2023

ໂດຍ: ພິດສະໄໝ ວິໄລຮັກ 

       ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023), ຕາງໜ້າໃຫ້ກົມການເມືອງສູນກາງພັກ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ-ພົບປະໂອ້ລົມພະນັກງານ-ນັກຮົບແພດ-ໝໍ ຢູ່ໂຮງໝໍສູນກາງ 103 ກອງທັບ ໂດຍມີສະຫາຍ ພັ.ອ. ດຣ. ນາງ ມາລີວອນ ສຸລິຍະແສງ ເລຂາຄະນະພັກ, ຫົວໜ້າການເມືອງໂຮງໝໍສູນກາງ 103 ກອງທັບ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບ ເຊິ່ງໃນໂອກາດພົບປະ-ໂອ້ລົມ ຄັ້ງນີ້ ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ມີທິດຊີ້ນຳບາງບັນຫາດັ່ງນີ້:

1. ສຸມໃສ່ປັບປຸງກໍ່ສ້າງກຳລັງໃນທຸກດ້ານໃຫ້ມີຄຸນນະພາບ ແລະ ມີການຫັນປ່ຽນຢ່າງເດັ່ນຊັດ, ກ່ອນອື່ນຕ້ອງສຸມໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດ ເຮັດໃຫ້ສະມາຊິກພັກ, ພະນັກງານ, ນັກຮົບ, ແພດໝໍທຸກຄົນເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດຜົນເປັນຈິງ; ເອົາໃຈໃສ່ສຶກສາອົບຮົມ ໃຫ້ທຸກສະຫາຍເສີມຂະຫຍາຍທາດແທ້ມູນເຊື້ອ ຂອງພັກ, ຂອງຊາດ, ຂອງກອງທັບ (ເປັນຕົ້ນ 6 ມູນເຊື້ອຂອງກອງທັບ ຄື: ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນ ຢ່າງໜັກແໜ້ນ; ‚ມີນໍ້າໃຈຕໍ່ສູ້ພິລະອາດຫານກ້າແກ່ນແໜ້ນໜຽວ ແລະ ມີໄຫວພິບປະດິດ ສ້າງດີ; ƒມີນໍ້າໃຈດຸໝັ່ນຂະຫຍັນພຽນໃນວຽກງານ ແລະ ການເພີ່ມພູນຜະລິດຜົນ, ຫາລ້ຽງກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; „ຮັກສາຄວາມສາມັກຄີກອງທັບກັບປະຊາຊົນບັນດາເຜົ່າຢ່າງແໜ້ນແຟ້ນ;​ …ສາມັກຄີກັບກອງທັບປະຊາຊົນບັນດາປະເທດອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດ; †ກອງທັບປະຊາຊົນລາວ ເວລາໃດກໍຮັກສາມູນເຊື້ອດີງາມ, ປະຊາທິປະໄຕ, ລະບຽບວິໄນ, ຕື່ນຕົວ ແລະ ເຂັ້ມງວດ) ແລະ ມູນເຊື້ອຂອງເຫຼົ່າຮົບ, ຂອງກົມກອງໃຫ້ມີຄວາມເຂັ້ມແຂງ, ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມຮັບຜິດຊອບການເມືອງ, ສ້າງກົມກອງ ໃຫ້ມີແນວຄິດການເມືອງໜັກແໜ້ນ, ມີນ້ຳໃຈເສຍສະຫຼະອັນສູງສົ່ງເພື່ອປະເທດຊາດ, ເພື່ອປະຊາຊົນ ແລະ ພ້ອມກັນເຮັດສຳເລັດໜ້າທີ່ ຢ່າງຈົບງາມ.

2. ສຸມໃສ່ວຽກງານປັບປຸງກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ປັບປຸງແບບແຜນນຳພາຂອງຄະນະພັກຂັ້ນຕ່າງໆ, ສ້າງພະນັກງານສືບທອດປ່ຽນແທນໃຫ້ຕໍ່ເນື່ອງ, ສ້າງກົມກອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມຄາດໝາຍທີ່ຄະນະພັກກະຊວງວາງອອກ; ສ້າງທຸກເງື່ອນໄຂ ເພື່ອຮັກສາມູນເຊື້ອກອງທັບປະຕິວັດ, ມີລະບຽບແບບແຜນ ແລະ ທັນສະໄໝ ເປັນກ້າວໆ.

3. ເອົາໃຈໃສ່ຕໍ່ວຽກງານອົບຮົມ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໃຫ້ພະນັກງານ-ແພດໝໍ ຕະຫຼອດຮອດພະນັກງານວິຊາການ ໃຫ້ເຊີດຊູຈິດໃຈບຸກບືນຫ້າວຫັນ, ສຸມໃສ່ທຸກຄວາມສາມາດ, ປະສົບການເຂົ້າໃນການປິ່ນປົວ ຜູ້ບາດເຈັບ, ຜູ້ເຈັບປ່ວຍ, ທັງຮັກສາຈັນຍາບັນຂອງແພດ ໃຫ້ສົມກັບນາມມະຍົດແພດປະຕິວັດ, ແພດຂອງປະຊາຊົນ.

4. ຕັ້ງໜ້າຄົ້ນຄ້ວາທາງດ້ານເຕັກນິກ-ວິທະຍາສາດການແພດ, ວິຊາການສະເພາະທີ່ກ່ຽວຂ້ອງໃຫ້ພະນັກງານ, ວິຊາການເປັນປະຈຳ ເພື່ອຍົກສູງຄຸນນະພາບໃນການປິ່ວປົວໃຫ້ທຽມທັນກັບສາກົນ.

5. ເພີ່ມທະວີຄວາມມີສະຕິລະວັງຕົວສະກັດກັ້ນ ແລະ ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ, ເອົາໃຈໃສ່ເຮັດວຽກງານປ້ອງກັນພາຍໃນໃຫ້ດີ, ສ້າງໃຫ້ໄດ້ກົມກອງ 3 ປອດ (ປອດໃສ, ປອດໄພ ແລະ ປອດຄະດີ), ຍາມໃດກໍມີສະຕິກຽມພ້ອມປະຕິບັດໜ້າທີ່ການເມືອງ ທີ່ພັກ, ລັດ ແລະ ກອງທັບ ກໍຄືປະຊາຊົນ ມອບໝາຍໃຫ້.

6. ເອົາໃຈໃສ່ປະຕິບັດຢ່າງຖືກຕ້ອງ, ສອດຄ່ອງກັບແນວທາງການຕ່າງປະເທດຂອງພັກ, ກໍ່ຄືອານຸສັນຍາພົວພັນຮ່ວມມືຂອງກະຊວງປ້ອງກັນປະເທດ, ຂອງກົມກອງ ໂດຍສະເພາະ ໂຮງໝໍສູນກາງ 103 ກອງທັບ ກັບບັນດາປະເທດເພື່ອນມິດຍຸດທະສາດ ເປັນຕົ້ນ ຕໍ່ກັບບັນຫາສະຫາຍຊ່ຽວຊານ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານບົດຮຽນ, ທິດສະດີ, ຫຼັກການ ແລະ ການນຳໃຊ້ວັດຖຸ-ອຸປະກອນທາງການແພດ ເຂົ້າໃນການປິ່ນປົວຜູ້ເຈັບປ່ວຍໃຫ້ນັບມື້ມີຄຸນນະພາບດີກວ່າເກົ່າ.

7. ຕັ້ງໜ້າປະຕິບັດໃຫ້ໄດ້ທິດທາງກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ທາງດ້ານພະລາທິການ ດ້ວຍມາດຕະການນຳໃຊ້ທ່າແຮງກັບທີ່ຂອງກົມ ໃຫ້ມີປະສິດທິຜົນ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານພາຍໃນກົມກອງໃຫ້ດີຂຶ້ນ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ຕິດຕາມກວດກາ, ຄຸ້ມຄອງ, ປົກປັກຮັກສາ, ບົວລະບັດບັນດາອຸປະກອນ, ເຄື່ອງປະກອບ ກໍ່ຄືຕຶກອາຄານ ໃຫ້ຮັບປະກັນຄຸນນະພາບໃນການປິ່ນປົວ ແລະ ນຳໃຊ້ໄດ້ຍາວນນານ.

       ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງກອງທັບ ກໍຄືໜ້າທີ່ການເມືອງຂອງໂຮງໝໍສູນກາງ 103 ກອງທັບ ໃຫ້ມີໝາກຜົນດີກວ່າເກົ່າ, ນຳພາກົມກອງກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ.