ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ສຳເລັດຊຸດຝຶກອົບຮົມ ວຽກງານປ້ອງກັນພັກ-ພະນັກງານ ຊຸດທີ IV
ຈຳນວນຜູ້ອ່ານ: 42
ອະນຸມັດວັນທີ: 18/01/2023

ພາບ: ອານຸລັກ, ຂ່າວ: ສ.ສົດ​ໃສ

     ວັນທີ 13 ມັງກອນ 2023 ຄະນະຈັດຕັ້ງສູນກາງພັກ ໄດ້​ປິດຊຸດຝຶກອົບຮົມວຽກງານປ້ອງກັນພັກ-ພະນັກງານຊຸດທີ IV ຢູ່ທີ່​ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ​ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງກົມ, ວິທະຍາກອນ, ມີສຳ​ມະ​ນາກ​ອນທີ່ມາຈາກກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງ ຈຳນວນ 52 ທ່ານ, ຍິງ 17 ທ່ານ ພ້ອມ​ດ້ວຍຄະນະຮັບຜິດຊອບຝຶກອົບຮົມເຂົ້າຮ່ວມ.

    ຊຸດ​ຝຶກ​ອົບ​ຮົມວຽກງານປ້ອງກັນພັກ-ພະນັກງານ ຄັ້ງນີ້ ເລີ່ມແຕ່ວັນ​ທີ 9-13 ມັງກອນ 2023 ເປັນໄລຍະເວລາ 5 ວັນ ບັນດາສໍາມະ​ນາກ​ອນ ໄດ້ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເອົາໃຈໃສ່ປະຕິບັດຕາມຫຼັກສູດການຮຽນ-ການສອນ, ສົນທະນາແລກປ່ຽນບົດຮຽນລະຫວ່າງວິທະຍາກອນ ແລະ ສໍາມະນາກອນ ຊຶ່ງໄດ້ເຮັດໃຫ້ການຄົ້ນຄວ້າຮໍ່າຮຽນ ກໍຄືການຝຶກອົບຮົມຄັ້ງນີ້ ໄດ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

    ຕອນທ້າຍ​ຂອງ​ພິທີ, ທ່ານ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ສຳ​ມະ​ນາກ​ອນຈຳນວນ 52 ທ່ານ, ຍິງ 17 ທ່ານ ຈາກນັ້ນ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມຕໍ່ສຳມະນາກອນ ໂດຍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ ​ແລະ ​ຮຽກຮ້ອງ​ໃຫ້ສຳ​ມະ​ນາກ​ອນ ຈົ່ງພ້ອມກັນນຳ​ເອົາ​ບົດຮຽນ​ຄັ້ງ​ນີ້ ​ໄປ​ໝູນ​ໃຊ້​​ເຂົ້າໃນ​ວຽກ​ງານ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ໄດ້​ຮັບ​ຜົນດີ ປະກອບສ່ວນ​ກໍ່​ສ້າງ​ພັກ​ໃຫ້​ປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ ທາງ​ດ້ານ​ການ​ເມືອງ-​ແນວ​ຄິດ, ການຈັດ​ຕັ້ງ ​ແລະ ​ແບບ​​ແຜນ​ນຳພາ​ຂອງ​ພັກ​ໃນ​​ໄລຍະ​​ໃໝ່​ໃຫ້​ມີ​ຄຸນ​ນະພາ​ບສູງ​ຂຶ້ນກວ່າ​ເກົ່າ.​