ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດຊຸດຝຶກອົບຮົມວຽກງານ ປ້ອງກັນພັກ-ພະນັກງານ ຊຸດທີ IV
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 10/01/2023

ພາບ: ພິດສະໄໝ, ຂ່າວ: ສ.ສົດ​ໃສ

    ວັນ​ທີ 9 ມັງກອນ 2023 ​ຄະນະຈັດຕັ້ງສູນກາງພັກ ໄດ້​ຈັດ​ຊຸດຝຶກ​ອົບຮົມ​ວຽກ​ງານ​ປ້ອງກັນພັກ-ພະນັກງານ ຊຸດທີ IV ຢູ່ທີ່​ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ​ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງກົມ, ວິທະຍາກອນ, ມີສຳ​ມະ​ນາກ​ອນທີ່ມາຈາກກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງ ຈຳນວນ 52 ທ່ານ, ຍິງ 17 ທ່ານ ພ້ອມ​ດ້ວຍຄະນະຮັບຜິດຊອບຝຶກອົບຮົມເຂົ້າຮ່ວມ.

    ຊຸດຝຶກອົບຮົມຄັ້ງນີ້ ເພື່ອຍົກສູງວຽກງານປ້ອງກັນພັກ-ພະນັກງານໃນໄລຍະໃໝ່ ໃຫ້ແກ່ຜູ້​ທີ່ຮັບຜິດຊອບວຽກ​ງານປ້ອງກັນ​ພັກ-ພະນັກງານໃນທົ່ວປະເທດ ໄດ້ຮັບຮູ້-ເຂົ້າໃຈກ່ຽວກັບຄວາມໝາຍສຳຄັນ, ເນື້ອໃນ ແລະ ທິດທາງ, ວິທີການໃນວຽກງານປ້ອງກັນພັກ-ພະນັກງານຢ່າງເລິກເຊິ່ງ ແລະ ມີຄວາມໜັກແໜ້ນ-ເຂັ້ມແຂງ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ, ໃນຖັນແຖວພະນັກງານ-ສະມາຊິກພັກ ແນໃສ່ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ໜັກແໜ້ນ ທັງເປັນການຍົກລະດັບທາງດ້ານວິຊາສະເພາະໃນວຽກງານປ້ອງກັນພັກ-ພະນັກງານ ​ໃຫ້​ມີປະສິດທິພາບ ​ແລະ ​ປະສິດ​ທິຜົນ​ສູງ.

     ບັນດາເອກະສານ​ນຳໃຊ້ໃນການ​ຝຶກ​ອົບຮົມ​ປະກອບ​ມີ 05 ບົດ​ຄື: 1. ພື້ນຖານວຽກງານປ້ອງກັນພັກ-ພະນັກງານ, 2. ວຽກງານກຳສະພາບການເມືອງພາຍໃນ, 3. ວຽກງານກວດກາ, ພິສູດ, ຢັ້ງຢືນກ່ຽວກັບການເມືອງພາຍໃນ ແລະ ເນື້ອໃນສຳນວນຈຳນວນໜຶ່ງ, 4. ວຽກງານກຳ ແລະ ຄຸ້ມຄອງສະພາບການເມືອງພາຍໃນ ແລະ 5. ສຳນວນເອກະສານວຽກງານປ້ອງກັນພັກ-ພະນັກງານ ​ໂດຍ​ມີ​ວິ​ທະ​ຍາກ​ອນທີ່ມາຈາກຄະນະ​ຈັດຕັ້ງສູນກາງພັກ, ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຜູ້ທີ່​ມີ​ປະສົບ​ການ ​ແລະ ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຕົວ​ຈິງ ຂຶ້ນ​ບັນຍາຍຖ່າຍ​ທອດ​ບົດຮຽນ ເຊິ່ງຈະໄດ້ມີ​ການ​ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ​ຈາກ​ປະສົບ​ການ​ຕົວ​ຈິງ.

    ໃນຕ​ອນທ້າຍ​ພິທີ ທ່ານ ທອງຈັນ ໂຂງພູມຄຳ ກຳມະການປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ​​ໄດ້ໃຫ້​ກຽດ​ໂອ້​ລົມ ​ເຊິ່ງ​ໄດ້ຮຽກຮ້ອງສຳ​ມະ​ນາກ​ອນ ຈົ່ງພ້ອມ​ກັນ​ຕັ້ງໜ້າ​ຄົ້ນຄວ້າ-ກຳແໜ້ນ ບັນດາເນື້ອໃນເອກະສານນັບທັງພາກທິດສະດີ ແລະ ບົດຮຽນພຶດຕິກຳຕົວຈິງ ​ ຊອກໃຫ້ເຫັນບັນຫາທີ່ຕົນເອງສົນໃຈ ເພື່ອນຳມາສົນທະນາແລກປ່ຽນນຳວິທະຍາກອນ. ພ້ອມນັ້ນ, ຈົ່ງ​ນຳ​ເອົາ​ບົດຮຽນ​ໃນ​ຊຸດ​ຝຶກ​ອົບຮົມ​ຄັ້ງ​ນີ້ ໄປ​ຈັດ​ຕັ້ງຜັນ​ຂະຫຍາຍ​ເຂົ້າ​ສູ່​ວຽກ​ງານ​ຕົວ​ຈິງ​ຂອງ​ແຕ່​ລະສະ​ຫາຍ ປະກອບສ່ວນ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ບົດບາດ​ການ​ນຳພາ​ຂອງ​ພັກ ທັງ​ຮັບປະກັນ​ໃຫ້​ວຽກ​ງານ​ປ້ອງກັນພັກ-ພະນັກງານ ໄດ້ຮັບການຈັດຕັ້ງປະຕິບັດ​ເປັນປົກະຕິຕໍ່ເນື່ອງ ແລະ ມີຄຸນນະພາບດີຂຶ້ນກວ່າເກົ່າ.

   ວຽກງານປ້ອງກັນພັກ-ພະນັກງານເປັນວຽກງານສຳຄັນຕົ້ນຕໍໜຶ່ງໃນວຽກງານກໍ່ສ້າງພັກ-ພະນັກງານໃນແຕ່ລະໄລຍະຂອງການປະຕິວັດ ເຊິ່ງຊຸດຝຶກອົບຮົມຈະໄດ້ດຳເນີນເປັນເວລາ 5 ວັນ ຈົນເຖິງວັນທີ 13 ມັງກອນ 2023 ຈິ່ງສຳເລັດ.