ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ທິດຊີ້ນຳວຽກງານຈັດຕັ້ງ ໃນປີ 2023
ຈຳນວນຜູ້ອ່ານ: 96
ອະນຸມັດວັນທີ: 05/01/2023

       ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈໍາປີ 2022 ທີ່ຈັດຂຶ້ນໃນລະຫວ່າງວັນທີ 27-28 ທັນວາ 2022 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມ​ການ​ເມືອງ​ສູນ​ກາງ​ພັກ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ແລະ ໄດ້ມີທິດຊີ້ນຳບາງບັນຫາຕໍ່ວຽກງານຈັດຕັ້ງ ໃນປີຕໍ່ໜ້າດັ່ງນີ້:

ບັນຫາທີ 1:  ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ອັນ​ນີ້​ເປັນ​ວຽກ​ສຳຄັນ, ​ເປັນ​ກົກ​ຂອງ​ທຸກ​ວຽກ​ງານ, ​ເພາະເປັນວຽກທີ່ກວມ​ເອົາ​ທັງ​ການວາງ​ແນວທາງ​ການ​ເມືອງ, ​ເມື່ອ​ມີ​ແນວທາງ​ການ​ເມືອງ​ຖືກຕ້ອງ ຈຶ່ງ​ຈະ​ມີ​ແນວທາງ​ການຈັດ​ຕັ້ງ,​ ມີ​ແນວທາງ​ພະນັກງານ ​ແລະ ວິທີຈັດ​ຕັ້ງ​ປະຕິບັດ​ຖືກຕ້ອງ. ສະ​ນັ້ນ, ຄະນະ​ພັກ​ແຕ່ລະ​ຂັ້ນ ເວົ້າລວມ, ເວົ້າສະເພາະ ຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານ ທີ່ເປັນເສນາທິການ ຕ້ອງ​ສືບ​ຕໍ່ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ ສະມາຊິກ​ພັກ-ພະນັກງານ ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ ​ໃຫ້​ມີ​ຄວາມ​ຮູ້​ເຂົ້າ​ໃຈ ແລະ ​ເປັນ​ເອກະ​ພາບ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ​ເຂົ້າ​ໃຈ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງ​ຖິ່ນ, ຂະ​ແໜງ​ການ ​ເພື່ອ​ເປັນ​ເອກ​ະພາບ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໃຫ້​ເກີດ​ໝາກ, ​ເກີດ​ຜົນຕົວ​ຈິງ, ​ເຮັດ​ໃຫ້ການ​ເວົ້າ​ໄປ​ຄຽງຄູ່​ກັບ​ການ​ກະທຳຕົວຈິງ.

       ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ຄຸນ​ທາດ​ການ​ເມືອງ ​ເຮັດ​ໃຫ້​ສະມາຊິກ​ພັກ-ພະນັກງານ ​ເພື່ອຕັ້ງໜ້າ​ຝຶກ​ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ ​ໃຫ້​ກາຍເປັນ​ບຸກຄົນ​ຜູ້​ເຮັດ​ແທ້​ທຳ​ຈິງ ​ແລະ ​ເປັນຜູ້​ປອດ​ໃສ​ຂາວ​ສະອາດ ​ເພື່ອ​ຮັກສາ ແລະ ​ເສີມ​ຂະຫຍາຍ​ລັກສະນະ​ນຳ​ໜ້າ​ຂອງ​ພັກ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

       ຜ່ານມາ, ພວກ​ເຮົາ​ໄດ້​ເວົ້າ​ກັນ​ຫຼາຍ ​ວ່າ​ວຽກ​ງານ​ການ​ເມືອງ​-ແນວ​ຄິດ​ ໄດ້​ເຮັດ​ຫຼາຍ​ແຕ່​ປະສິດທິ​ຜົນ​ບໍ່​ທັນ​ສູງ, ບໍ່​ທັນ​ໄດ້​ສ້າງ​ການ​ຫັນປ່ຽນ​ໃນ​ຖັນ​ແຖວ​ສະມາຊິກ​ພັກ, ພະນັກງານ ​ທີ່​ເປັນ​ຮູບ​ປະ​ທຳ ນີ້​ເປັນ​ບັນຫາ​ຕົວ​ຈິງ​ທີ່​ຈະ​ຕ້ອງ​ແກ້​ໄຂ. ຂ້າພະ​ເຈົ້າ ​ເຫັນ​ວ່າ​ໃນ​ຕໍ່ໜ້າ​ນີ້ພວກ​ເຮົາ​ຄວນ​ຈະ​ໄດ້​ຄົ້ນ​ຄວ້າ, ປັບປຸງ, ປ່ຽນ​ແປງ​ ເນື້ອ​ໃນ, ຮູບ​ການ​ ໃນ​ການ​ສຶກສາ​ອົບຮົມ​ການ​ເມືອງ-ແນວ​ຄິດ ໃຫ້ເລິກເຊິ່ງກວ່າເກົ່າ, ​ໃນ​ຕໍ່ໜ້າ​ຄະນະ​ພັກ​ແຕ່ລະ​ຂັ້ນ ຍັງ​ຕ້ອງ​ໄດ້​ປັບປຸງ, ປ່ຽນ​ແປງ​ທັດສະນະ​ ​ແລະ ​ແບບ​ແຜນຂອງຕົນໃນ​ການ​ຕີ​ລາຄາ, ການເບິ່ງ​ບັນຫາຕ່າງໆ​ ບົນ​ພື້ນຖານ​ຂອງຄວາມ​ຈິງ, ພວກເຮົາຜູ້ເຮັດວຽກຈັດຕັ້ງກໍຕ້ອງ​ກ້າ​ເວົ້າ​ຄວາມ​ຈິງ, ກ້າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຈິງ ​ເພື່ອ​ແກ້​ໄຂ​ບັນຫາ​ຂໍ້ຄົງ​ຄ້າງ, ສິ່ງ​ຫຍໍ້​ທໍ້​ທີ່​ເກີດ​ຂຶ້ນ​ໃນອົງຄະນະພັກຂອງຕົນ; ພ້ອມ​ກັນ​ນັ້ນ, ພວກເຮົາຕ້ອງເຂົ້າໃຈວ່າ ບັນຫາເກີດຂຶ້ນໃນອົງຄະນະພັກ ກໍ່ແມ່ນອົງຄະນະພັກນັ້ນ ເປັນຜູ້ ພິຈາລະນາແກ້ໄຂດ້ວຍຫຼາຍຮູບການ ຕາມສິດ ແລະ ໜ້າທີ່, ​ຕ້ອງ​ເດັດດ່ຽວ​ຕໍ່ສູ້​ຕ້ານ​ທ່າ​ອ່ຽງທີ່​ເປັນ​ໄພ​ອັນ​ຕະລາຍ​ຕໍ່​ພັກ​ເຮົາ​ໃນ​ປະຈຸ​ບັນ ເປັນຕົ້ນ ທ່າ​ອ່ຽງອາດຍາ​ສິດ, ລັດທິ​ຮູບ​ການ, ຫ່າງເຫີນມະຫາຊົນ, ຂີ້ຄ້ານມັກງ່າຍ ເຮັດພໍແລ້ວມື້ແລ້ວວັນ, ຂາດການວາງແຜນ, ​ແບບ​ແຜນຫຼີ້ນກິນ​ຟູມ​ເຟື່ອຍ ແລະ ອື່ນໆ.

ບັນຫາທີ 2: ການ​ກໍ່ສ້າງ​ພັກ​ທາງ​ດ້ານ​ການຈັດ​ຕັ້ງ, ກໍ່​ມີ​ຜົນສຳ​ເລັດ​ຫຼາຍ​ດ້ານ ເຊັ່ນ: ​ການ​ກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມ​ແຂງ, ໜັກ​ແໜ້ນ; ​ການຂະຫຍາຍສະມາຊິກພັກ, ການປັບປຸງກົງຈັກການຈັດຕັ້ງ ຂັ້ນຕ່າງໆ;  ​ແຕ່ຄຽງ​ຄູ່​ກັບ​ຜົນສຳ​ເລັດ​ດັ່ງກ່າວ ກໍ​ເຫັນ​ໄດ້​ວ່າ​ຍັງ​ມີ​ຫຼາຍ​ດ້ານ​ຕ້ອງ​ເອົາ​ໃຈ​ໃສ່ແກ້ໄຂ, ຂ້າພະ​ເຈົ້າ​ ຈະມີຄໍາເຫັນຕື່ມໃນ​ 3 ຈຸດ ​ດັ່ງນີ້:

       1. ບັນຫາ​ກ່ຽວ​ກັບສະມາຊິກ​ພັກ ​ແລະ ການ​ຂະຫຍາຍ​ພັກ: ພວກ​ເຮົາຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ກໍ່ສ້າງ, ປັບປຸງ​ຄຸນ​ນະພາ​ບຂອງ​ສະມາຊິກ​ພັກ​ ໃຫ້​ແຂງ​ແຮງ​ກວ່າ​ເກົ່າ, ບັນດາສະຫາຍຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານ ຕ້ອງແນະນໍາ​ສະຫາຍ​ທີ່​ເປັນ​ຄະນະ​ໜ່ວຍພັກ​ ​ເອົາ​​ໃຈ​ໃສ່​ຄຸ້ມ​ຄອງ, ສຶກສາ​ອົບຮົມ ​ແລະ ມອບ​ວຽກ​ງານ​ຕົວ​ຈິງ ​ໃຫ້​ແກ່​ບັນດາ​ສະມາຊິກ​ພັກ ​ແລະ ຄຸ້ມ​ຄອງ​ຕິດຕາມ, ​ກວດກາ​ການ​ປະຕິບັດ​ໜ້າ​ທີ່, ການ​ເຂົ້າ​ຮ່ວມ​ຊີວິດ​ຂອງ​ສະມາຊິກ​ພັກໃນ​ໜ່ວຍ​ຂອງ​ຕົນ​, ​ຫຼີກເວັ້ນການປະຕິບັດບັນດາຂໍ້ຫ້າມທີ່ກໍານົດໃນກົດລະບຽບພັກ; ເມື່ອ​ສະມາຊິກພັກ-ພະນັກງານ ມີບັນຫາຫຍໍ້ທໍ້ ກໍ່ຕ້ອງ​ໄດ້​ສຶກສາອົບຮົມ-ກໍ່ສ້າງ ຖ້າສະຫາຍ​ໃດ ​ເມື່ອ​ໄດ້​ສຶກສາ​ອົບຮົມ-​ກໍ່ສ້າງ​ແລ້ວ​ບໍ່ປັບປຸງ ​ປ່ຽນແປງ, ບໍ່​ປະຕິບັດ​ຕາມ​ໜ້າທີ່ຂອງ​ສະມາຊິກ​ພັກ​ ກໍ່​ຕ້ອງ​ໄດ້​ພິຈາລະ​ນາ​ແກ້​ໄຂ​ໃນແຕ່ລະກໍລະນີ ຕາມທີ່ກົດລະບຽບພັກໄດ້ກໍານົດໄວ້; ສະມາຊິກ​ພັກ​ຈຳນວນ​ໜຶ່ງ​ຂາດ​ຮ່ວມ​ຊີວິດ​ພັກຫຼາຍຄັ້ງ, ​ຫຼາຍ​ປີ ​ແຕ່ກໍ່ຍັງ​​ເປັນສະມາຊິກ​ພັກ​ຢູ່ ​ແລະ ​ບໍ່​ໄດ້​ຖືກ​ກ່າວ​ເຕືອນ​ຈາກ​ໜ່ວຍ​ພັກ ວ່າ​ເປັນ​ຂໍ້ຂາດຕົກ​ບົກຜ່ອງ ແມ່ນໃຫ້ພວກເຮົາທີ່ຮັບຜິດຊອບວຽກງານຈັດຕັ້ງ ເອົາໃຈໃສ່​ຕິດຕາມ​ກວດກາ ແລະ ແນະນໍາບັນດາຮາກຖານພັກ ຕໍ່ບັນຫາດັ່ງກ່າວ.

       2. ບັນຫາໜ່ວຍພັກ, ປັດຈຸບັນນີ້ໜ່ວຍພັກຂະຫຍາຍຕົວເພີ່ມຂຶ້ນ, ແຕ່ລະບ້ານ, ແຕ່ລະກົມກອງ, ຂະແໜງການ, ໜ່ວຍງານ ລ້ວນແຕ່ມີໜ່ວຍພັກນໍາພາ ແຕ່ຄຸນນະພາບຂອງໜ່ວຍພັກຈໍານວນບໍ່ໜ້ອຍຍັງອ່ອນ ຍ້ອນວ່າຄະນະໜ່ວຍພັກຈໍານວນບໍ່ໜ້ອຍບໍ່ຮູ້ນໍາພາສະມາຊິກພັກ, ແຕ່​ລະສະ​ຫາຍ​ໃນ​ໜ່ວຍ​ກໍ່ບໍ່ຮູ້ເຄື່ອນໄຫວຕາມສິດ, ໜ້າທີ່, ຂໍ້ຫ້າມຂອງສະມາຊິກພັກ ຕາມກໍານົດໃນກົດລະບຽບພັກ;​ ການດໍາເນີນຊີວິດການເມືອງຫຼາຍ​ບ່ອນ ບໍ່​ຮູ້​ກຳນົດ​ເນື້ອ​ໃນ, ຂັ້ນ​ຕອນ​ດຳ​ເນີນ, ​ເວລາ​​ປະຊຸມ​ໜ່ວຍ ກໍ່​ບໍ່​ມີ​ບົດ​ສະຫຼຸບ, ສ່ວນ​ຫຼາຍ​ມີ​ແຕ່​ມາ​ໂສ​ກັນ​ແລ້ວກໍ່​ເສຍ​ເງິນ​ສະຕິ, ບໍ່​ມີ​ມະຕິ, ບໍ່​ມີ​ບົດ​ບັນທຶກ ອັນ​ນີ້​ເຮົາ​ຕ້ອງ​ໄດ້​ແກ້​ໄຂ. ສະນັ້ນ, ພວກເຮົາຕ້ອງໄດ້ຊີ້ນໍາ-ນໍາພາ ໃຫ້ຄະນະໜ່ວຍພັກໃຫ້ຮູ້ສ້າງແຜນ ແລະ ປະຕິບັດແຜນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກງານໃຈກາງ, ເປັນວຽກຈຸດສຸມ.

       3. ຄະນະຈັດຕັ້ງແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາພາສະຫຼຸບການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງອົງຄະນະພັກເມືອງ-ນະຄອນ ທີ່ດໍາເນີນສໍາເລັດແລ້ວ, ທັງໃຫ້ກະກຽມເປັນເສນາທິການໃຫ້ ອົງຄະນະພັກແຂວງ-ນະຄອນຫຼວງ, ກະຊວງ-ອົງການ ໃຫ້ແກ່ການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະພັກຂັ້ນຂອງຕົນໃຫ້ສໍາເລັດ ໃນກາງປີ 2023; ພ້ອມດຽວກັນນີ້ ບັນດາຄະນະຈັດຕັ້ງແຂວງ-ນະ ຄອນຫຼວງ, ກົມຈັດຕັ້ງ-ພະນັກງານ ຂອງກະຊວງ-ອົງການ ຕ້ອງສືບຕໍ່ນໍາພາການກະກຽມດໍາເນີນກອງປະ ຊຸມໃຫຍ່ບັນດາຮາກຖານພັກ ໃຫ້ຮັບປະກັນດ້ານໂຄງປະກອບບຸກຄະລາກອນ ເພື່ອຫຼີກເວັ້ນບັນຫາທີ່ວ່າ: ພາຍຫຼັງສໍາເລັດກອງປະຊຸມໃຫຍ່ ກໍໍ່ຍັງ​ມີ​ສະພາບ​ສັບສົນ​ຢູ່​ຄື​ເກົ່າ, ບາງ​ບ່ອນພັດ​ສັບສົນກວ່າ​ເກົ່າ ສິ່ງດັ່ງກ່າວແມ່ນເປັນຍ້ອນສາເຫດໃດ? ພວກເຮົາຈະຕ້ອງໄດ້ມີການຖອດຖອນບົດຮຽນ; ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈນໍາກັນວ່າ ກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນໃດ ເນື້ອແທ້ແມ່ນເປັນການປັບປຸງພັກ ໃຫ້ ເຂັ້ມແຂງ, ທັງແມ່ນ​ບັ້ນດໍາເນີນຊີວິດການເມືອງ ພາຍໃນອົງຄະນະພັກ, ພາຍໃນຮາກຖານພັກ ​ແຕ່​ການ​ປະຕິ ບັດ​ຕົວ​ຈິງ​ຢູ່​ບາງ​ບ່ອນ​ ພັດ​ບໍ່​ກາຍ​ເປັນ​ບັ້ນດຳເນີນຊີວິດ​ການ​ເມືອງ​ປັບປຸງ​ປົວ​ແປງ​ພາຍ​ໃນ​ພັກ ໂດຍສະເພາະ ບັນດາຮາກຖານພັກ, ເວລາ​ສຳ​ຫຼວດຄະນະ​ພັກ ແມ່ນບໍ່ໄດ້ເວົ້າເຖິງດ້ານ​ອ່ອນ​ຄົງ​ຄ້າງ​ບຸກຄົນ​ຄະນະ​ພັກແຕ່​ມື້​ເລືອກ​ຕັ້ງ ຈຶ່ງ​ປ່ອຍ​ຂ່າວ​ອອກສ້າງ​ຄວາມ​ສັບສົນຕໍ່ເປົ້າໝາຍ ເຊິ່ງ​​ເປັນ​ທ່າ​ອ່ຽງ​ທີ່​ເປັນ​ໄພ​ອັນຕະລາຍທີ່ພວກ​ເຮົາ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ແກ້​ໄຂ.

ບັນຫາທີ 3: ສໍາລັບວຽກພະນັກງານ ຕ້ອງເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມອົດທົນຜ່ານຜ່າອຸປະສັກຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງໃສ, ທ່ຽງທໍາ ໃນການປະຕິບັດໜ້າທີ່ວຽກງານ; ໃນຕໍ່ໜ້າພວກເຮົາຈະຕ້ອງໄດ້ຍົກສູງປະສິດທິພາບຂອງພະນັກງານ ນໍາພາ-ຄຸ້ມຄອງ ໃຫ້ກ້າວເຂົ້າສູ່ບາດກ້າວໃໝ່ ດ້ວຍການຈັດຕັ້ງປ່ຽນແປງໃໝ່ເນື້ອໃນ ແລະ ວິທີການປະຕິບັດຕົວຈິງ ກ່ຽວກັບວຽກງານພະນັກງານ ຊຶ່ງກໍານົດໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ຄໍາເຫັນຊີ້ນໍາຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI. ສະນັ້ນ, ພວກເຮົາຕ້ອງບຸກທະລຸ, ຕ້ອງມີການປ່ຽນແປງໃໝ່ ໃນວຽກງານພະນັກງານມີຢູ່ 4 ຂອດຕົ້ນຕໍ ຄື:

  1. ຂອດ​ການ​ຄຸ້ມ​ຄອງ​ພະນັກງານ​, ໃນ​ນັ້ນ ການສ້າງແຜນກໍານົດພະນັກງານ ​ເປັນ​ຂໍ​ກຸນ​ແຈ​ສຳຄັນ.
  2. ຂອດການກໍ່ສ້າງ-ບໍາລຸງພະນັກງານ ຢ່າງເປັນລະບົບ.
  3. ຂອດການຈັດວາງ ແລະ ສັບຊ້ອນພະນັກງານ ຕ້ອງມີການປະເມີນການປະຕິບັດໜ້າທີ່ຂອງພະນັກງານ ບວກກັບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ ເພື່ອເປັນບ່ອນອີງ ໃຫ້ຄະນະພັກໃນການພິຈາລະນາ.
  4. ຂອດການຕິດຕາມກວດກາ, ການປະເມີນການປະຕິບັດໜ້າທີ່ ​ແລະ ການປະຕິບັດນະໂຍບາຍ.

ຂ້າພະເຈົ້າ ຢາກເນັ້ນຕື່ມກ່ຽວກັບການປະເມີນແຜນກໍານົດພະນັກງານ ທີ່ຖືກຮັບຮອງໄປແລ້ວ, ພວກເຮົາ ຕ້ອງເອົາໃຈໃສ່ຜູ້ທີ່ປະຕິບັດດີ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແມ່ນຕ້ອງໄດ້ສືບຕໍ່ຢູ່ໃນ ແຜນ, ຜູ້ທີ່ປະຕິບັດບໍ່ໄດ້ຕາມມາດຕະຖານ, ເງື່ອນໄຂ  ແລະ ບໍ່ມີຜົນສໍາເລັດໃນວຽກງານ ກໍ່ຕ້ອງມີການ ບໍາລຸງ-ກໍ່ສ້າງ ແຕ່ຖ້າພາຍຫຼັງບໍາລຸງ-ກໍ່ສ້າງແລ້ວ ຍັງບໍ່ມີການປັບປຸງປ່ຽນແປງ ກໍ່ຕ້ອງພິຈາລະນາເອົາອອກຈາກແຜນ. ການປະຕິບັດແຜນກຳນົດພະນັກງານທີ່ກ່າວມາຂ້າງເທິງ ຕ້ອງຕິດພັນກັບການສ້າງ-ບໍາລຸງພະນັກງານ ແລະ ການປະເມີນປະນັກງານຢ່າງຮອບດ້ານ, ເນັ້ນໃສ່ຄຸນນະພາບເປັນຕົ້ນຕໍ ແນໃສ່ໃຫ້ພະນັກງານ-ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮູ້ດ້ານວິຊາການ, ມີຄວາມສາມາດໃນການນໍາພາປະຕິບັດວຽກງານໃຫ້ມີຜົນສໍາເລັດ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫຼັກການຂອງພັກ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ທັງມີແຜນການຍົກລະດັບທາງດ້ານທິດສະດີການເມືອງ, ວິຊາສະເພາະໄລຍະສັ້ນ-ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມພ້ອມຕາມເງຶ່ອນໄຂແຕ່ລະຕຳແໜ່ງງານທີ່ຕ້ອງການ ພ້ອມທັງຫັນເອົາພະນັກງານຈຳນວນດັ່ງກ່າວລົງປະຕິບັດວຽກງານຢູ່ຮາກຖານເພື່ອເກັບກ່ຽວປະສົບການຕົວຈິງໃນວຽກງານຫຼາຍຂຶ້ນ ແລະ ທັງເປັນການທົດສອບເບິ່ງຄວາມສາມາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ.

ບັນຫາທີ4: ບັນຫາກົງຈັກການຈັດຕັ້ງ, ດ້ານພັກນີ້ພວກເຮົາຈະສືບຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າ ລະບົບການຈັດຕັ້ງຂອງພັກແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິຫານລັດ ສ່ວນ​ການຈັດ​ຕັ້ງ​ຮາກ​ຖານ​ພັກ ນອກຈາກ​ສ້າງ​ຢູ່ບ້ານ, ສຳນັກງານ-​ອົງການ ຍັງ​ສ້າງ​ຕາມ​ຫົວໜ່ວຍວິຊາ​ການ, ການ​ຜະລິດ ຫຼື ຕາມ​ຫົວໜ່ວຍ​ທຸລະກິດ ໃຫ້ມີໜ່ວຍພັກນໍາພາ, ຫຼີກເວັ້ນບໍ່ໃຫ້ມີໜ່ວຍພັກດຽວນໍາພາຫຼາຍບ້ານ, ນໍາພາຫຼາຍກົມກອງ, ສໍາຄັນທີ່ສຸດແມ່ນບັນຫາການປະສານງານ ລະຫວ່າງ ສາຍຕັ້ງ-ສາຍຂວາງ ຕ້ອງໃຫ້ຈອດກັນ ແລະ ມີຄວາມເອກະພາບກັນກ່ອນຈັດຕັ້ງປະຕິບັດ.

       ເພື່ອຮັບປະກັນໃຫ້ວຽກງານພວກເຮົາ ມີຜົນສໍາເລັດ ດັ່ງທີ່ຂ້າພະເຈົ້າໄດ້ມີຄໍາເຫັນໄປນັ້ນ, ບັນຫາສໍາຄັນ ແມ່ນຂຶ້ນກັບທຸກສະຫາຍທີ່ເປັນເສນາທິການໃຫ້ຄະນະພັກແຕ່ລະຂັ້ນ, ພວກເຮົາຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ, ກວດຄືນບັນດານິຕິກໍາວຽກພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ກໍາໃຫ້ໄດ້ບັນດາ ກົດໝາຍທີ່ກ່ຽວຂ້ອງ, ບັນດາມະຕິ, ຂໍ້ຕົກລົງ, ດໍາລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາຄະນະຂອງພັກ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ລວມທັງນິຕິກໍາທີ່ຄະນະຈັດຕັ້ງສູນກາງພັກ ສົ່ງໃຫ້ແຕ່ລະພາກສ່ວນ ໃນແຕ່ລະໄລຍະ.