ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ດໍາເນີນກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2022 ພ້ອມທັງກໍານົດທິດທາງແຜນການ ປີ 2023
ຈຳນວນຜູ້ອ່ານ: 79
ອະນຸມັດວັນທີ: 27/12/2022

ຂ່າວ: ແສງອາລຸນ ຈັນທາທອນ

ພາບ: ແສງອາລຸນ + ບານ + ພອນສະຫວັນ + ວິລະສະໄໝ

       ເພື່ອຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI  ແລະ ຕີລາຄາສະພາບ​ວຽກ​ງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2022, ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ກຳນົດທິດທາງແຜນການໃນປີ 2023 ທັງເປັນການຊຸກຍູ້ການຈັດຕັ້ງຜັນຂະຫຍາຍນິຕິກໍາກ່ຽວກັບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ; ເພີ່ມ​ທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງຄະນະ​ພັກ, ຄະນະ​ຈັດຕັ້ງແຕ່ລະຂັ້ນ, ໃນລະຫວ່າງວັນທີ 27-28 ທັນວາ 2022 ຄະນະຈັດຕັ້ງສູນກາງພັກພັກ (ຄຈສພ) ໄດ້ດໍາເນີນກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2022 ແລະ ວາງທິດທາງແຜນການ ປີ 2023 ພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະກົມ, ຄະນະພະແນກພາຍໃນ ຄຈສພ, ຫົວໜ້າກົມຈັດຕັ້ງ-ພະນັກງານຂອງບັນດາກະຊວງ-ອົງການ ແລະ ຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ທັງໜົດເກືອບ 200 ທ່ານ.

       ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໃນໄລຍະປີ 2022 ແລະ ວາງທິດທາງແຜນການປີ 2023 ສະເໜີໂດຍທ່ານ ນາງ ບຸດສະດີ ທະນະເມືອງ, ກຳມະການສູນກາງພັກ, ຮອງຫົວໜ້າ ຄຈສພ ເຊິ່ງໄດ້ຍົກໃຫ້ເຫັນວຽກງານແຕ່ລະດ້ານ ​ເປັນ​ຕົ້ນ​: ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຈັດຕັ້ງເຜີຍແຜ່, ຄົ້ນຄ້ວາ, ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ກົດລະບຽບພັກ ສະໄໝທີ XI, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ຄຳສັ່ງວ່າດ້ວຍການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ແລະ ມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ. ພ້ອມກັນນັ້ນ ກໍໄດ້ຜັນຂະຫຍາຍບັນດານິຕິກຳເຫຼົ່ານັ້ນມາຈັດຕັ້ງປະຕິບັດຢູ່ໃນຂັ້ນຂອງຕົນ ເຊິ່ງຜ່ານການຈັດຕັ້ງປະຕິບັດ ໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໄດ້ມີຄວາມຮັບຮູ້, ເຂົ້າໃຈ, ເປັນເອກະພາບຕໍ່ແນວທາງຂອງພັກ, ນະໂຍບາຍ, ລະບຽບ-ກົດໝາຍຂອງລັດ ແລະ ທິດທາງໃນການແກ້ໄຂສະພາບຄວາມ ຫຍຸ້ງຍາກດ້ານຕ່າງໆ; ເວົ້າລວມແລ້ວຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ສ່ວນຫຼາຍຍັງຮັກສາໄດ້ ຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດ-ສິນທຳປະຕິວັດ ແລະ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ການຈັດຕັ້ງໄດ້ມອບໝາຍໃຫ້ມີຜົນສຳເລັດເປັນຢ່າງດີ.

       ການກໍ່ສ້າງພັກທາງດ້ານການຈັດຕັ້ງ: ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເອົາໃຈໃສ່ປັບປຸງການຈັດຕັ້ງພັກ ໂດຍຕິດພັນກັບການປັບປຸງກົງຈັກລັດໃຫ້ມີຄວາມສອດຄ່ອງ, ເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ;  ສຸມໃສ່ການກໍ່ສ້າງໜ່ວຍພັກ ປອດໃສ,  ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01 ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ, ນຳພາປັບປຸງກໍ່ສ້າງການຈັດຕັ້ງຮາກຖານພັກ, ຊຸກຍູ້ບັນດາໜ່ວຍພັກສ້າງແຜນ, ປະເມີນຜົນ, ສະຫຼຸບ ຖອດຖອນບົດຮຽນ, ສະເພາະປີ 2021 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 15.326 ໜ່ວຍ ກວມ 70.61% ຂອງໜ່ວຍພັກທັງໝົດ 21.703, ໜ່ວຍພັກແຂງມີ 3.510 ໜ່ວຍ ກວມ 17%, ໜ່ວຍພັກກາງມີ 668 ໜ່ວຍ ກວມ 3%; ໜ່ວຍພັກອ່ອນ 13 ໜ່ວຍ ກວມ 0.05 % ແລະ ບໍ່ໄດ້ຈັດປະເພດ 2.186 ໜ່ວຍ ກວມ 10%; ສະເພາະປີ 2022 ພວມດໍາເນີນການຕີລາຄາປະເມີນຜົນ.

       ການຂະຫຍາຍພັກສ່ວນຫຼາຍໄດ້ດຳເນີນຖືກຕ້ອງຕາມກົດລະບຽບຂອງພັກ, ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 064 ແລະ ຄໍາແນະນໍາ 201 ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບວຽກງານຂະຫຍາຍພັກ ຕິດພັນກັບວຽກງານປ້ອງກັນພັກ; ມີການຄົ້ນຄວ້າ, ເລືອກເຟັ້ນ, ຕິດຕາມການເຄື່ອນໄຫວ, ການປະຕິບັດໜ້າທີ່ວຽກງານ, ການຝຶກຝົນຫຼໍ່ຫຼອມຂອງເປົ້າໝາຍ ແລະ ທົດສອບໃນຂະບວນການວຽກງານຕົວຈິງ, ຢູ່ຂັ້ນທ້ອງຖິ່ນ ໄດ້ແບ່ງຄວາມຮັບຜິດຊອບຈະແຈ້ງ ລະຫວ່າງ ຄະນະຈັດຕັ້ງກັບຄະນະໂຄສະນາອົບຮົມ ໃນການຈັດຕັ້ງການຮຽນສະໜັບສະໜູນ, ຮຽນກົດລະບຽບພັກ ແລະ ສະເໜີຂໍອະນຸມັດຈາກຄະນະພັກຂັ້ນເທິງ ຕາມລະບຽບຂັ້ນຕອນການຂະຫຍາຍພັກ ເຮັດໃຫ້ສະມາຊິກພັກເພີ່ມຂຶ້ນທາງດ້ານຈຳນວນ ແລະ ຄຸນນະພາບ, ໃນປີ 2022  ທົ່ວປະເທດມີສະມາຊິກພັກທັງໝົດ 404.514 ສະຫາຍ, ຍິງ 110.349 ສະຫາຍ ທຽບໃສ່ປີ 2021 ເພີ່ມຂຶ້ນ 23.317 ສະຫາຍ, ຍິງ 9.681 ສະຫາຍ; ປະຈຸບັນທົ່ວປະເທດມີ 36 ອົງຄະນະພັກກະຊວງ-ອົງການ, 18 ອົງຄະນະພັກແຂວງ-ນະຄອນຫຼວງ, ມີ 148 ອົງຄະນະພັກເມືອງ-ນະຄອນ ແລະ 01 ອົງຄະນະພັກທຽບເທົ່າເມືອງ (ມະຫາວິທະຍາໄລແຫ່ງຊາດ), ມີການຈັດຕັ້ງຮາກຖານພັກທັງໝົດ 23.775 ຮາກຖານ, ໃນນີ້ມີຄະນະພັກຮາກຖານ 2.422 ຮາກຖານ, ມີ 8.961 ໜ່ວຍພັກຮາກຖານ, ມີ 12.392 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ; ທຽບໃສ່ປີ 2021  ຫຼຸດລົງ 37 ຮາກຖານ.

       ການກໍ່ສ້າງພັກທາງດ້ານແບບແຜນນຳພາວິທີເຮັດວຽກ: ຄະນະພັກແຕ່ລະຂັ້ນ ໄດ້ຍຶດໝັ້ນ ແລະ ປະຕິບັດຫຼັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ປະຕິບັດລະບອບຫົວໜ້າດຽວ, ມີການແບ່ງງານໃຫ້ບຸກຄົນຮັບຜິດຊອບ, ສ້າງແຜນດຳເນີນງານ, ເຮັດວຽກມີແຜນງານ ໂຄງການ ແລະ ແຜນການຈັດຕັ້ງປະຕິບັດແຕ່ລະໄລຍະ, ປະຕິບັດລະບອບປະຊຸມ ຄະນະປະຈໍາ, ຄະນະບໍລິຫານງານປົກກະຕິຕາມກົດລະບຽບພັກ; ທຸກວຽກງານທີ່ສໍາຄັນ ແມ່ນໄດ້ມີການຄົ້ນຄ້ວາປຶກສາຫາລືຕົກລົງເປັນໝູ່ຄະນະ, ອັນໃດທີ່ຕົກລົງເປັນມະຕິແລ້ວ ພ້ອມກັນສູ່ຊົນຈັດຕັ້ງປະຕິບັດ; ມີການຊຸກຍູ້, ຕິດຕາມ, ກວດກາຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກ, ມີການສະຫຼຸບ ຖອດຖອນບົດຮຽນແຕ່ລະໄລຍະ, ປະຕິບັດລະບອບສ່ອງແສງລາຍງານເປັນປົກກະຕິ; ເວົ້າລວມແລ້ວ ຄະນະພັກແຕ່ລະຂັ້ນຍັງສືບຕໍ່ຍຶດໝັ້ນລະບອບແບບແຜນນຳພາ ແລະ ວິທີເຮັດວຽກຕາມລະບຽບຫຼັກການຂອງພັກ.

       ວຽກງານພະນັກງານ: ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເອົາໃຈໃສ່ຄົ້ນຄວ້າກຳແໜ້ນ ແລະ ຜັນຂະຫຍາຍ ມະຕິຂອງຄະນະບໍລິຫານງານສູນກາງພັກ ເລກທີ 04 ວ່າດ້ວຍເພີ່ມທະວີການນຳພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ; ຄະນະຈັດຕັ້ງສູນກາງພັກ ໄດ້ຄົ້ນຄວ້າ ສະເໜີກົມການເມືອງສູນກາງພັກ ອອກມະຕິ ສະບັບເລກທີ 21 ວ່າດ້ວຍການຕີລາຄາພະນັກງານ ແລະ ອອກແຈ້ງການ ເລກທີ 322/ຄຈສພ ກ່ຽວກັບການປະຕິບັດແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ເລກທີ 309/ຄຈສພ ກ່ຽວກັບການຄາດຄະເນເປົ້າໝາຍພະນັກງານທີ່ຈະອອກພັກການ-ຮັບອຸດໜູນບໍານານ, ໄດ້ສຳເລັດການປັບປຸງປື້ມຊີວະປະຫວັດພະນັກງານນໍາພາ-ຄຸ້ມຄອງ, ໄດ້ປັບປຸງໂປຼແກຼມຄຸ້ມຄອງຂໍ້ມູນພະນັກງານຂັ້ນສູນກາງຄຸ້ມຄອງຢ່າງເປັນລະບົບ, ສະດວກວ່ອງໄວ ແລະ ຊັດເຈນ; ຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຊີ້ນໍາການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງທີ່ຂຶ້ນກັບສິດຄຸ້ມຄອງຂອງຕົນ ແລະ ຂັ້ນສູນກາງຄຸ້ມຄອງຕາມລະບຽບ-ຫຼັກການທີ່ນິຕິກຳໄດ້ກຳນົດໄວ້ ເປັນຕົ້ນດ້ານໂຄງປະກອບແມ່ນຮັບປະກັນເພດ, ເຜົ່າ ແລະ ພະນັກງານໜຸ່ມກວມອັດຕາສ່ວນຫຼາຍ, ໄດ້ເອົາໃຈໃສ່ບຳລຸງ-ກໍ່ສ້າງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ທີ່ຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ດ້ວຍຫຼາຍວິທີການ ຕາມເງື່ອນໄຂຕົວຈິງຂອງແຕ່ລະຂະແໜງການ, ຖືສຳຄັນການສ້າງພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມຊໍານານງານວຽກງານວິຊາສະເພາະ; ຈັດຕັ້ງການຝຶກອົບຮົມໄລຍະສັ້ນ, ມອບໝາຍໜ້າທີ່, ແນະນໍາວຽກງານໃຫ້ຮັບຜິດຊອບ; ສົມທົບການຄັດເລືອກບໍາລຸງ-ກໍ່ສ້າງ ທາງດ້ານທິດສະດີການເມືອງ-ການປົກຄອງ ແລະ ວຽກງານວິຊາສະເພາະ ຢູ່ສະຖາບັນການສຶກສາ ທັງພາຍໃນ ແລະ ຕ່າງປະເທດ; ສະເພາະຄະນະຈັດຕັ້ງສູນກາງພັກ ສົມທົບກັບພາກສ່ວນກ່ຽວຂ້ອງສົ່ງໄປບໍາລຸງ-ກໍ່ສ້າງ ທັງໝົດ 646  ສະຫາຍ, ຍິງ 124 ສະຫາຍ; ໃນນີ້ໄປກໍ່ສ້າງໄລຍະຍາວ ທັງໝົດ 225 ສະຫາຍ, ຍິງ 54 ສະຫາຍ, ໄປບໍາລຸງ ທັງໝົດ 421 ສະຫາຍ, ຍິງ 70 ສະຫາຍ; ນອກຈາກນີ້ ຄະນະພັກ, ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ສົ່ງພະນັກງານໄປບໍາລຸງ-ກໍ່ສ້າງທາງດ້ານທິດສະດີການເມືອງ ແລະ ວິຊາສະເພາະ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ; ໄດ້ດຳເນີນການຄົ້ນຄ້ວາທຽບລະດັບທິດສະດີການເມືອງ ຕາມຂໍ້ກຳນົດເລກທີ 01 ຂອງຄະນະເລຂາທິການສູນກາງພັກ, ສໍາລັບພະນັກງານຂັ້ນສູນກາງພັກຄຸ້ມຄອງ ໄດ້ຮັບການທຽບລະດັບທິດສະດີການເມືອງໃຫ້ 44 ພາກສ່ວນ, ຈຳນວນ 888 ສະຫາຍ; ປີ 2022 ຄະນະຈັດຕັ້ງສູນກາງພັກ ໄດ້ນຳສົ່ງພະນັກງານຂະແໜງຈັດຕັ້ງ ໄປບຳລຸງ ວຽກງານຈັດຕັ້ງ 2 ເດືອນຢູ່ ສສ ຫວຽດນາມ ຈຳນວນ 15 ສະຫາຍ, ຍິງ 02 ສະຫາຍ; ປະຈຸບັນ ພະນັກງານຂະແໜງຈັດຕັ້ງ ທັງໝົດມີ 2.776 ສະຫາຍ, ຍິງ 1.136 ສະຫາຍ, ໃນນີ້ ກະຊວງ-ອົງການ 1.085 ສະຫາຍ, ແຂວງ-ນະຄອນຫຼວງ 468 ສະຫາຍ ໄດ້ບໍາລຸງ-ກໍ່ສ້າງວຽກງານຈັດຕັ້ງ ກວມ 15 % ຂອງຈຳນວນ ພະນັກງານຂະແໜງຈັດຕັ້ງທັງໝົດ. ສັງລວມແລ້ວຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໄດ້ຮັບການບໍາລຸງຍົກລະດັບເປັນປົກກະຕິ, ຕໍ່ເນື່ອງ ສາມາດເປັນກຳລັງແຮງໃນການປະຕິບັດໜ້າທີ່ໃນແຕ່ລະຂົງເຂດວຽກງານ.

       ວຽກງານປັບປຸງກົງຈັກການຈັດຕັ້ງ: ຄະນະພັກ ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ ຕາມຄຳສັ່ງ 190 ຂອງຄະນະເລຂາທິການສູນກາງພັກ ແລະ ຄຳແນະນໍາ 01 ຂອງນາຍົກລັດຖະມົນຕີ ຕາມທິດກະທັດຮັດ, ສົມເຫດສົມຜົນ, ເຄື່ອນໄຫວມີປະສິດທິພາບ, ປະຕິບັດຕາມທິດ 3 ສ້າງ; ໄດ້ດໍາເນີນການປັບປຸງກົງຈັກ ແລະ ພາລະບົດບາດອົງການເສນາທິການຂອງພັກ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ສໍາເລັດ 06 ພາກສ່ວນ; ໄດ້ມີການສັບຊ້ອນເອົາໜັງສືພີມປະຊາຊົນຈາກກະຊວງ ຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຫ້ອງການສະພາທິດສະດີສູນກາງພັກ ຈາກຫ້ອງວ່າການສູນກາງພັກ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ, ອົງການກາແດງລາວຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄປຂຶ້ນກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ຜ່ານການປັບປຸງຄືດັ່ງກ່າວ ເຮັດໃຫ້ພາລະບົດບາດ, ໜ້າທີ່ຂອງບັນດາການຈັດຕັ້ງມີຄວາມຈະແຈ້ງ, ບໍ່ຊ້ຳຊ້ອນກ້າວກ່າຍວຽກງານເຊິ່ງກັນ ແລະ ກັນ  ເຮັດໃຫ້ຈໍານວນກົງຈັກຂັ້ນກົມຫຼຸດລົງ ຈາກ 336 ຫົວໜ່ວຍ ມາເປັນ 302 ຫົວໜ່ວຍ.

       ສະ​ເພາະການປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະຈັດຕັ້ງສູນກາງພັກ, ໄດ້ຍຸບກົມປ້ອງກັນພັກ-ພະນັກງານ, ໂຮມເອົາວຽກງານປ້ອງກັນພັກ-ພະນັກງານໄປຂຶ້ນກັບກົມກໍ່ສ້າງພັກ, ສ້າງຕັ້ງສູນພັດທະນາວຽກງານຈັດຕັ້ງ; ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວ ຄະນະຈັດຕັ້ງແຂວງ-ນະຄອນຫຼວງ ຈາກ 5 ຂະແໜງມາເປັນ 4 ຂະແໜງ, ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວ ຄະນະຈັດຕັ້ງເມືອງ-ນະຄອນໃຫ້ມີ 3 ໜ່ວຍງານ; ຄົ້ນຄວ້າກໍານົດຕໍາແໜ່ງງານຂອງຄະນະຈັດຕັ້ງແຂວງສຳເລັດ 15 ແຂວງ, ພ້ອມກັນນັ້ນ ກໍໄດ້ກໍານົດຕໍາແໜ່ງງານຂອງຄະນະຈັດຕັ້ງເມືອງ-ນະຄອນ. ສັງລວມແລ້ວກົງຈັກການຈັດຕັ້ງໃນລະບົບການເມືອງແຕ່ລະຂັ້ນ ໄດ້ຮັບການປັບປຸງຢ່າງເປັນລະບົບຕໍ່ເນື່ອງ, ການຈັດຕັ້ງແຕ່ລະຂັ້ນສວ່ນຫຼາຍແມ່ນມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ສາມາດປະຕິບັດພາລະບົດບາດ, ສິດ, ໜ້າທີ່ຂອງຕົນໄດ້ດີ ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍມີຜົນສຳເລັດ.

       ຄຽງຄູ່​ກ​ຜົນ​ສໍາ​ເລັດ​ທີ່​ກ່າວ​ມາ​ນັ້ນ, ຍັງ​ມີ​ບາງ​ດ້ານ​ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ໃນຕໍ່ໜ້າ ​ໂດຍ​ໄດ້​ກໍານົດ​ທິດ​ທາງໜ້າທີ່ປີ 2023 ຄະນະພັກແຕ່ລະຂັ້ນສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI, ກົດ​ລະບຽບ​ຂອງ​ພັກ ໃຫ້​ເຂົ້າສູ່ລວງເລິກ ແລະ ມີຜົນສໍາເລັດກວ່າເກົ່າ; ສຸມໃສ່ການດໍາເນີນຊີວິດການເມືອງປັບປຸງປົວແປງພັກຕິດພັນການດໍາເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຕ່ລະຂັ້ນ ແລະ ກອງປະຊຸມຮາກຖານພັກ; ​ສືບຕໍ່ປັບປຸງ-ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນການນໍາພາ ​ເພື່ອ​ຍົກ​ສູງບົດບາດຄວາມ​ສາມາດ​ນຳພາ​ຂອງ​ຄະນະ​ພັກ, ໜ່ວຍ​ພັກ ​ແລະ ຄວາມ​ເປັນ​ແບບຢ່າງ​ນຳ​ໜ້າ​ຂອງ​ຖັນ​ແຖວ​ສະມາຊິກ​ພັກ; ຈັດຕັ້ງປະຕິບັດວຽກ​ງານ​ພະນັກງານ​ໃຫ້​ມີ​ຄຸນ​ນະພາ​ບ​ໃໝ່, ​ໃຫ້​ຖືກຕ້ອງ​ສອດຄ່ອງ​ກັບ​ລະບຽບ​ການ​ທີ່​ກຳນົດ​ໄວ້; ຈໍາກັດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍ​ໃນ​ການຈັດ​ຕັ້ງ, ຄະນະ​ພັກ ​ແລະ ຖັນແຖວສະມາຊິກພັກ-ພະນັກງານຢ່າງທັນການ ແລະ ​ເດັດຂາດ​-​ເຂັ້ມ​ງວດ; ປັບປຸງກົງຈັກການຈັດຕັ້ງຄະນະຂອງພັກ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນໃຫ້ມີ​ຄວາມ​ເຂັ້ມ​ແຂງ, ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ​ສູງ.

       ໃນວາລະກອງປະຊຸມ ທ່ານປະທານ​ໄດ້​ມີ​ຄໍາ​ເຫັນ​ເຈາະ​ຈິ້ມ ​ເພື່ອ​ເປັນ​ທິດ​ຊີ້​ນໍາ​ຕໍ່ຜູ້ແທນກອງປະຊຸມ ໄດ້ມີຄຳເຫັນ-ແລກປ່ຽນບົດຮຽນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂະແໜງການຂອງຕົນ ດ້ວຍບັນຍາກາດທີ່ສ້າງສັນ ແລະ ມີເນື້ອໃນທີ່ອຸດົມສົມບູນ ເຊິ່ງເປັນປະໂຫຍດຕໍ່ການວາງແນວທາງນະໂຍບາຍລວມຂອງພັກ ກໍ່ຄືແນວທາງການຈັດຕັ້ງຂອງພັກໃນຕໍ່ໜ້າ.